ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຄສະນາຫາສຽງຂອງທ່ານ Trump ເກີດສັບສົນກ່ຽວກັບການກ່າວຂານ ທີ່ຂັດແຍ້ງ ຊໍ້າແລ້ວຊໍ້າອີກ


ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກຣິພັບບລິກັນ ທ່ານ Donald Trump ຖືຫລຽນກາຄຳຊອບ Purple Heart ທີ່ມອບ ໃຫ້ໂດຍຜູ້ສະໜັບສະໜູນຄົນນຶ່ງ.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກຣິພັບບລິກັນ ທ່ານ Donald Trump ຖືຫລຽນກາຄຳຊອບ Purple Heart ທີ່ມອບ ໃຫ້ໂດຍຜູ້ສະໜັບສະໜູນຄົນນຶ່ງ.

ພວກຊ່ອຍເຫຼືອ ແລະພະນັກງານໂຄສະນາຫາສຽງເພື່ອການເລືອກຕັ້ງປະທານາທິບໍດີ ສຫຣ ສັງກັດພັກຣິພັບລິກັນ ທ່ານ Donald Trump ພວມພາກັນເລີ້ມກະວົນກະວາຍ ຫຼາຍຂຶ້ນ ຍ້ອນອັນທີ່ປາກົດວ່າບໍ່ສາມາດ ປະຕິບັດຕາມຄວາມເວົ້າຄວາມເກົ່າ ແລະຍຸທະ ສາດຕົ້ນຕໍອິງຕາມແຫຼ່ງສື່ມວນຊົນທີ່ໄດ້ມາຈາກບຸກຄົນໃກ້ຊິດກັບໜ່ວຍໂຄສະນາຫາສຽງ ຂອງຜູ້ກ່ຽວໃນຕອນຄໍ່າວັນອັງຄານວານນີ້.

ທ່ານ Khizr Khan, ພໍ່ຂອງທະຫານຮ້ອຍເອກ Humayun S. M. Khan ທີ່ເສຍຊີວິດໃນສົງຄາມ ແລະພັນລະຍາ ຍານາງ Ghazala.
ທ່ານ Khizr Khan, ພໍ່ຂອງທະຫານຮ້ອຍເອກ Humayun S. M. Khan ທີ່ເສຍຊີວິດໃນສົງຄາມ ແລະພັນລະຍາ ຍານາງ Ghazala.

ລາຍງານຫຼາຍກະແສເວົ້າວ່າ ພວກພະນັກງານໂຄສະນາຫາສຽງພາກັນເກີດຄວາມບໍ່ພໍໃຈ ຍ້ອນຄວາມບໍ່ສອດຄ່ອງແລະບັນຫາໂຕ້ແຍ້ງຫຼາຍອັນ ຜິດຈາກມາດຕະຖານຂອງພັກຣິ ພັບລິກັນ ອັນມີລວມທັງການໂຕ້ຖຽງສືບຕໍ່ມາ ຂອງທ່ານ ທຣໍ້າ ກັບທ່ານ Khizr Khan ພໍ່ ທີ່ເປັນມຸດສລິມ ຂອງທະຫານທີ່ເສຍຊີວິດໃນອີຣັກໃນປີ 2004 ແລະຄວາມເຫັນຕ່າງໆ ໃນລະຫວ່າງການສຳພາດກັບໜັງສືພິມ Washington Postທີ່ຜູ້ກ່ຽວເວົ້າວ່າ ເພິ່ນຈະບໍ່ ຮັບຮອງເອົາຜູ້ນຳທີ່ສຳຄັນຂອງພັກຣິພັບລິກັນໃນສະພາສອງທ່ານ ຄື ທ່ານ ພອລ ຣາຍອັນ ປະທານສະພາຕໍ່າ ຈາກຣັດ ວິສຄອນສັນ ກັບສະມາຊິກສະພາສູງ ທ່ານ ຈອນ ມັກເຄນ ຈາກຣັດ ອາຣິໂຊນາ ໃນການລົງແຂ່ງຂັນເລືອກຕັ້ງຄືນໃໝ່ຂອງ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຕອບຄຳຖາມບັນດານັກຂ່າວ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຕອບຄຳຖາມບັນດານັກຂ່າວ.

ພວກເພິ່ນ. ທັງທ່ານຣາຍອັນກັບທ່ານ ມັກເຄນ ທັງສອງໄດ້ຮັບຮອງເອົາທ່ານທຣໍ້າ ໃນ ການສະມັກເປັນປະທານາທິບໍດີຂອງເພິ່ນ​ ແຕ່ໄດ້ພາກັນຂັດຄ້ານຄວາມຕິຕຽນຂອງ ທ່ານທຣໍ້າທີ່ມີຕໍ່ຄອບຄົວທ່ານຄານ.

ຫລຽນກາຄຳຊອບ ທີເຫັນຕິດຢູ່ເຄຶ່ອງແບບທະຫານບົກສະຫະລັດ ພັນໂທ Alan Streeter.
ຫລຽນກາຄຳຊອບ ທີເຫັນຕິດຢູ່ເຄຶ່ອງແບບທະຫານບົກສະຫະລັດ ພັນໂທ Alan Streeter.

ທ່ານ Khizr Khanໄດ້ກ່າວຄຳປາໄສທີ່ເຕັມໄປດ້ວຍຄວາມເສົ້າໂສກ ເມື່ອອາທິດແລ້ວນີ້ ໃນກອງປະຊຸມຫຼວງແຫ່ງຊາດຂອງພັກເດໂມແກຣດ ປະນາມການເກືອດຫ້າມຂອງທ່ານ ທຣໍ້າທີ່ບໍ່ໃຫ້ຊາວມຸດສລິມເຂົ້າມາໃນປະເທດ ໃນເວລາທີ່ເມຍຂອງທ່ານ ຄານ ຢືນຄຽງ ຂ້າງມິດງຽບຢູ່ແລ້ວທັງສອງຜົວເມຍກໍພາກັນສືບຕໍ່ປາກເວົ້າຕິຕຽນທ່ານທຣໍ້າຢູ່ໃນການ ສຳພາດຫຼາຍຄັ້ງເລື້ອຍມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG