ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກ IS ສັງຫານຊາວບ້ານ ແລະ ນັກຮົບ ຕໍ່ຕ້ານພວກ ຈີຮາດ


ພວກນັກຮົບຈາກກຸ່ມລັດອິສລາມ ຍ່າງເປັນຂະບວນໃນເມືອງ Raqqa, ປະເທດ ຊີເຣຍ, 14 ມັງກອນ, 2014.
ພວກນັກຮົບຈາກກຸ່ມລັດອິສລາມ ຍ່າງເປັນຂະບວນໃນເມືອງ Raqqa, ປະເທດ ຊີເຣຍ, 14 ມັງກອນ, 2014.

ລາຍງານຫຼາຍສະບັບຈາກພາກເໜືອຂອງ ຊີເຣຍ ກ່າວວ່າ ພວກຫົວ ຮຸນແຮງລັດອິສລາມ ໄດ້ສັງຫານພົນລະເຮືອນ, ລວມທັງເດັກນ້ອຍສອງຄົນ, ຫຼັງຈາກໄດ້ລັກພາຕົວພວກເຂົາ ເຈົ້າໄປຈາກບ້ານແຫ່ງໜຶ່ງ ທີ່ຖືກຄິດວ່າຕົກຢູ່ພາຍໃຕ້ການຄວບຄຸມຂອງນັກຮົບຕໍ່ຕ້ານ
ພວກ ຈີຮາດ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ.

ຂໍ້ມູນຈາກບົດລາຍງານແມ່ນບໍ່ສົມບູນ, ແລະ ບໍ່ມີຄຳເຫັນ ກ່ຽວກັບ ການຂ້າຄົນໃນວັນເສົາ
ວານນີ້ ຈາກບັນດາເຈົ້າໜ້າທີ່ ສະຫະລັດ. ແຕ່ອົງການສິ້ງຊອມສິດທິມະນູດ ຊີເຣຍ, ເຊິ່ງ
ຕິດຕາມການສູ້ຮົບ ໃນປະເທດນັ້ນໄດ້ກ່າວວ່າ ການຂ້າກັນໄດ້ເກີດຂຶ້ນໃນວັນສຸກທີ່ຜ່ານ
ມາ ລະຫວ່າງ ເມືອງ Raqqa ທີ່ພວກຫົວຮຸນແຮງ IS ປະກາດເປັນເມືອງຫຼວງຕົນເອງ
ແລະ ເມືອງ Deir Ezzor.

ນອກນັ້ນ ກຸ່ມສິ້ງຊອມຍັງໄດ້ກ່າວວ່າ ພວກນັກຮົບ IS ໄດ້ຄວບຄຸມຕົວນັກຮົບຕໍ່ ຕ້ານພວກ
ຈີຮາດ ໄວ້ອີກສາມຄົນໃນການໂຈມຕີດັ່ງກ່າວ. ຊະຕາກຳຂອງພວກເຂົາເຈົ້າແມ່ນບໍ່ເປັນ
ທີ່ຮູ້ຈັກໃນວັນເສົາວານນີ້, ແຕ່ຮູບພາບສະແດງໃຫ້ເຫັນວ່າ ພວກເຂົາເຈົ້າກຳລັງຖືກສັງ
ຫານ.

ຮູບພາບໃບສຸດທ້າຍໄດ້ສະແດງໃຫ້ເຫັນວ່າ ພວກເຂົາເຈົ້ານັ່ງຢູ່ໃນທະເລຊາຍ ພ້ອມກັບມື
ຖືກມັດຢູ່ທາງຫຼັງ, ນຸ່ງເຄື່ອງພົນລະເຮືອນທົ່ວໄປ. ມືປືນສາມຄົນທີ່ໃສ່ຜ້າປົກໜ້າຢືນຢູ່ທາງ
ຫຼັງພວກເຂົາເຈົ້າ, ຈີ້ປືນໃສ່ພວກນັກໂທດ.

ຮູບພາບແມ່ນບໍ່ໄດ້ຖືກຢືນຢັນໃນແລງຂອງວັນເສົາວານນີ້, ແຕ່ວ່າມັນເປັນຄືກັບຮູບຫຼາຍ
ສິບໃບ ກ່ຽວກັບ ການສັງຫານທີ່ໄດ້ດຳເນີນຂຶ້ນໂດຍພວກນັກຮົບ IS ໃນ ຊີເຣຍ ແລະ
ປະເທດ ອີຣັກ ທີ່ຢູ່ໃກ້ຄຽງນັບແຕ່ ປີ 2014 ມາ.

ພວກລັດອິສລາມ ໄດ້ໂຈມຕີຫຼາຍໝູ່ບ້ານໃນພາກພື້ນທີ່ກວ້າງຂວາງ ລະຫວ່າງ ເມືອງ
Raqqa ກັບ ເມືອງ Deir Ezzor ທີ່ຕັ້ງຢູ່ໃກ້ກັບ ແມ່ນໍ້າ ຢູເຟຣດສ, ໃນຂະນະທີ່ບັນດານັກ
ຮົບຊາວ ເຄີດ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ໄດ້ຜັກດັນພວກຫົວຮຸນແຮງໄປທາງ
ທິດຕາເວັນອອກຢ່າງຊ້າໆ, ໄປສູ່ເຂດຊາຍແດນຕິດກັບ ອີຣັກ. ກອງກຳລັງຕ່າງຫາກຂອງ
ລັດຖະບານ ຊີເຣຍ ທີ່ໄດ້ຮັບການໜູນຫຼັງຈາກ ຣັດເຊຍ ກໍຖືກລາຍງານວ່າປະຕິບັດງານ
ຢູ່ໃນບໍລິເວນດຽວກັນ.

ຄວາມຮຸນແຮງຂອງວັນສຸກທີ່ຜ່ານມາໄດ້ເກີດຂຶ້ນມຶ້ດຽວກັນກັບ ເຈົ້າໜ້າທີ່ ສະຫະລັດ ໄດ້ ເປີດເຜີຍການປ່ຽນກົນລະຍຸດໃນການຕໍ່ສູ້ກັບພວກ ລັດອິສລາມ ທີ່ຖືກບັນຊາການໂດຍ
ປະທານາທິບໍດີ ດໍໂນລ ທຣຳ. ລັດຖະມົນຕີປ້ອງກັນປະເທດທ່ານ James Mattis ໄດ້
ກ່າວວ່າ ກອງກຳລັງຕໍ່ຕ້ານພວກ ຈີຮາດ ພາຍໃຕ້ການຄວບຄຸມຂອງ ສະຫະລັດ ຕອນນີ້ ໄດ້ຖືກສັ່ງໃຫ້ປິດລ້ອມພວກນັກຮົບຫົວຮຸນແຮງ ແລະ “ທຳລາຍ” ພວກເຂົາ, ແທນທີ່ຈະ
ປ່ອຍໃຫ້ພວກເຂົາຫຼົບໜີໄປພາກພື້ນທີ່ບໍ່ມີ ຄວາມ ເສຍຫາຍສ່ວນໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG