ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊີໄອເອ ເຊື່ອວ່າ ຣັດເຊຍ ຊ່ອຍໃຫ້ທ່ານທຣຳ ຊະນະການເລືອກຕັ້ງ ປະທານາທິບໍດີ ສຫລ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ສັ່ງ​ໃຫ້​ປະຊາ​ຄົມ​ສືບ​ລັບທຳ​ການ​ທົບ​ທວນ “ຢ່າງ​ຄົບ​ຖ້ວນ​” ​ເບິ່ງ​ກິດຈະກຳ​ ທີ່​ພົວພັນ​ ກັບ​ການ​ເຈາະ​ຂໍ້​ມູນ ​ໂດຍ​ແນ​ໃສ່ ເພື່ອ​ລົບ​ກວນ​ການ​ເລືອກ​ຕັ້ງປະທານາທິບໍດີ​ສະຫະລັດ​ໃນ​ປີ 2016.

ຫລັງ​ຈາກ​ການ​ປະກາດ​ຂອງ​ທ່ານ ​ໃນ​ວັນ​ສຸກ​ວານ​ນີ້​ແລ້ວ ໜັງສືພິມ ​ທີ່​ສຳຄັນ 2 ສະບັບ​ຂອງ​ສະຫະລັດ ຄື New York Times ​ແລະ Washington Post ກໍ​ລາຍ​ງານ​ວ່າ ຣັດ​ເຊຍ​ໄດ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ​ຂອງສະຫະລັດ​ເມື່ອ​ໄວໆ​ມານີ້​ເພື່ອ​ຊ່ອຍ​ໃຫ້​ທ່ານ Donald Trump ​ເປັນ​ຜູ້​ຊະນະ.

ໜັງສືພິມ New York Times ລາຍ​ງານ​ວ່າ ຣັດເຊຍໄດ້​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ້ ທັງຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ພັກຣີພັບ​ບລີ​ກັນ ​ແລະ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ພັກ​ເດ​ໂມ​ແຄຣັດ ​ແຕ່​ເປີດ​ເຜີຍ ​ພຽງ​ແຕ່​ຂໍ້​ມູນ ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຈາກ​ຄະນະ​ກຳມະການ​ແຫ່ງ​ຊາດ​ ຂອງ​ພັກ​ເດ​ໂມ​ແຄຣັດ ​ເທົ່າ​ນັ້ນ. ພັກ​ເດ​ໂມ​ແຄຣັດ ​ໄດ້​ປະ​ເຊີນໜ້າ​ກັບ​ການ​ຮົ່ວ​ໄຫລ​ຂອງ​ອີ​ແມ​ລຄະນະ​ກຳມະການ​ພັກ ໃນ​ຂະນະ​ທີ່​ວັນ​ເວລາ ​ໃນ​ການ​ເລືອກ​ຕັ້ງປະທາ ນາທິບໍດີຫຍັບ​ໃກ້​ເຂົ້າມາ. ໜັງສືພິມ New York Times ກ່າວ​ວ່າ ອົງການ​ສືບ​ລັບ​ຕ່າງໆ ​ໄດ້​ສະຫລຸບ​ວ່າ ຣັດ​ເຊຍເປັນ​ຜູ້​ສົ່ງ​ເອກ​ກະສາ​ນ ຂອງ​ພັກ​ເດ​ໂມ​ແຄຣັດ ​ໃຫ້​ແກ່​ກຸ່ມ WikiLeaks.

Obama Russia
please wait
Embed

No media source currently available

0:00 0:01:59 0:00

​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງທີ່​ຂໍ​ສະຫງວນ​ຊື່ໃນ​ລັດຖະບານ​ທ່ານ​ໂອບ​າມາ​ໄດ້​ກ່າວ​ເຖິງຣັດ​ເຊຍ ​ໂດຍ​ບອກ​ກັບ​ໜັງສືພິມ New York Times ວ່າ “ພວກ​ເຮົາ​ ​ໃນ​ເວລາ​ນີ້ ມີ​ຄວາມ​ເຊື່ອ​ໝັ້ນ​ເປັນ​ຢ່າງ​ສູງ​ວ່າ ພວກ​ເຂົາ​ໄດ້​ເຈາະ​ຂໍ້​ມູນ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ພັກ​ເດ​ໂມ​ແຄຣັດ ​ແລະ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ພັກ​ຣີພັບ​ບລີ​ກັນ​ແລະ​ເປັນ​ທີ່​ຈະ​ແຈ້ງ​ບໍ່​ໄດ້​ເປີດ​ເຜີຍ​ເອກ​ກະສາ​ນຈາກ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ພັກ​ຣີພັບ​ບລີ​ກັນ.”

ໜັງສືພິມ New York Times ລາຍ​ງານ​ວ່າ ສ່ວນ​ບຸກຄົນ​ຊາວຣັດ​ເຊຍ​ທີ່​ເຈົ້າໜ້າ​ທີ່​ສືບ​ລັບ​ສະຫະ​ລັດກ່າວ​ວ່າ ​ເປັນ​ຜູ້​ຮັບຜິດຊອບ ​ຕໍ່​ການ​ເຈາະ​ຂໍ້​ມູນ​ນັ້ນ​ໄດ້​ຖືກລະບຸ​ໂຕ​ແລ້ວ ​ແຕ່​ປາ ກົດ​ວ່າ​ບໍ່​ມີ​ຜູ້​ໃດ​ໄດ້​ຖືກ​ລົງໂທດ.

ສ່ວນ​ໜັງສືພິມ Washington Post ລາຍ​ງານ​ວ່າ ອົງການ​ສືບ​ລັບ​ຊີ​ໄອ​ເອ​ເຊື່ອວ່າຣັດ​ເຊຍ​ໄດ້​ແຊກ​ແຊງ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ຂອງສະຫະລັດ ເພື່ອ​ຊ່ອຍ​ໃຫ້​ ທ່ານ Trump ​ເປັນ​ຜູ້​ຊະນະ. ​ໃນ​ລາຍ​ງານຂ່າວ​ທີ່​ພິມ​ເຜີຍ​ແຜ່​ທາງ​ເວັບ​ໄຊ​ຂອງ ໜັງສືພິມ​ດັ່ງກ່າວ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ Washington Post ​ໄດ້​ອ້າງ​ຄຳເວົ້າຂອງ​ເຈົ້າໜ້າ​ທີ່ໆ​ຂໍ​ສະຫງວນ​ຊື່ທີ່​ກ່າວ​ ວ່າ ​ເປົ້າໝາຍ​ໃນ​ການ​ແຊກ​ແຊງ​ຂອງ ຣັດ​ເຊຍ ​ແມ່ນ​ເພື່ອ​ຢາກ​ໃຫ້​ຜູ້​ສະໝັກ​ຄົນ​ນຶ່ງເອົາຊະ ນະ​ຜູ້​ສະໝັກ​ອີກ​ຄົນ​ນຶ່ງ​ເພື່ອ ຊ່ອຍ​ໃຫ້​ທ່ານ Trump ຖືກຮັບ​ເລືອກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG