ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດລົດ ໃນນະຄອນຫຼວງ ອັງກາຣາ ພົວພັນກັບກຸ່ມກະບົດ ຊາວເຄີດ


ຜູ້ຊ່ຽວຊານ ສັນນະສູດສົບ ໄດເດີນທາງໄປຮອດໃກ້ກັບຈຸດ
ເກິດເຫດລະເບີດແຕກ ໃນຄ່ຳຄືນວານນີ້ ທີ່ນະຄອນຫຼວງ ອັງກາຣາ, ປະເທດ ເທີກີ. 18 ກຸມພາ, 2016.
ຜູ້ຊ່ຽວຊານ ສັນນະສູດສົບ ໄດເດີນທາງໄປຮອດໃກ້ກັບຈຸດ ເກິດເຫດລະເບີດແຕກ ໃນຄ່ຳຄືນວານນີ້ ທີ່ນະຄອນຫຼວງ ອັງກາຣາ, ປະເທດ ເທີກີ. 18 ກຸມພາ, 2016.

ນາຍົກລັດຖະມົນຕີ ເທີກີ ທ່ານ Ahmed Davutoglu ກ່າວວ່າ ຜູ້ ຊາຍ ຊີເຣຍ ທີ່ມີສ່ວນກ່ຽວຂ້ອງກັບກຸ່ມຫົວ​ຮຸນ​ແຮງຊາວເຄີດ ເປັນຜູ້ ຮັບຜິດຊອບ​ໃນ​ການໂຈມ​ຕີ​ດ້ວຍລົດລະເບີດ ໃນນະຄອນຫຼວງ ອັງ ກາຣາ ທີ່ເຮັດໃຫ້ມີຄົນເສຍຊີວິດຢ່າງ ໜ້ອຍ 28 ຄົນ.

ໃນການກ່າວຄຳປາໄສທາງໂທລະພາບ ​ໃນ​ວັນພະຫັດ​ມື້ນີ້ ທ່ານ Davutoglu ​ເວົ້າວ່າ ການໂຈມຕີດັ່ງກ່າວແມ່ນໄດ້ດຳເນີນໂດຍກຸ່ມ ແບ່ງແຍກດິນແດນຊາວ ເຄີດ PKK “ພ້ອມກັບຄົນຜູ້ທີ່ແອບລັກ ເຂົ້າປະເທດ ເທີກີ ຈາກ ຊີເຣຍ.”

ທ່ານ Davutoglu ໄດ້ກ່າວວ່າ ຜູ້ຊາຍ ຊີເຣຍ ແມ່ນສະມາຊິກຄົນ ໜຶ່ງຂອງກຸ່ມ YPG ເຊິ່ງເປັນກຸ່ມກະບົດຊາວ ເຄີດ ໃນ ຊີເຣຍ. ເທີກີ ໄດ້ພິຈາລະນາວ່າ ທັງກຸ່ມ YPG ແລະ PKK ເປັນອົງການກໍ່ການຮ້າຍ.

ນັກດັບເພິງປະຕິບັດໜ້າທີ່ໃນຈຸດເກີດເຫດລະເບີດແຕກ ໃນນະຄອນຫຼວງ ອັງກາຣາ, 17 ກຸມພາ 2016.
ນັກດັບເພິງປະຕິບັດໜ້າທີ່ໃນຈຸດເກີດເຫດລະເບີດແຕກ ໃນນະຄອນຫຼວງ ອັງກາຣາ, 17 ກຸມພາ 2016.

ພ້ອມ​ນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ສາກົນ ສະໜັບສະໜູນພວກເຂົາ ເຈົ້າ ເພື່ອຕໍ່ຕ້ານພວກ YPG ໃນ​ອັນ​ທີ່​ປະກົດ​ວ່າ​ເປັນ​ການອ້າງອີງ​ເຖິງ ສະ ຫະລັດ, ເຊິ່ງ​ໄດ້ໃຫ້ການໜູນຫຼັງຕໍ່ກຸ່ມດັ່ງກ່າວໃນການຕໍ່ ສູ້ກັບພວກຫົວຮຸນແຮງ ລັດອິສລາມ.

ລະເບີດລົດໃນວັນພຸດວັນນີ້ ໄດ້ແນເປົ້າໃສ່ຂະບວນລົດບັສທະຫານ ໃນນະຄອນຫຼວງຂອງປະເທດ ເທີກີ, ເຊິ່ງຫ່າງໄກຈາກສະພາແຫ່ງ ຊາດ ແລະ ກອງ​ບັນຊາການ​ຂອງ​ກອງທັບພຽງສອງສາມຮ້ອຍ ແມັດ.

ຍັງບໍ່ມີໃຜໄດ້ອ້າງເອົາຄວາມຮັບຜິດຊອບ​ໃນການ​ໂຈມ​ຕີ​ດ້ວຍລະ ເບີດດັ່ງກ່າວ​ນີ້​ເທື່ອ. ປະເທດ ເທີກີ ໄດ້ປະສົບກັບການໂຈມຕີທີ່ຄ້າຍຄືກັນຫຼາຍຄັ້ງໂດຍພວກ ລັດອິສລາມ ແລະ ກອງກຳລັງແບ່ງແຍກດິນແດນຊາວ ເຄີດ ໃນບໍ່ເທົ່າໃດເດືອນທີ່ຜ່ານມາ.

ທ່ານ Davutoglu ໄດ້ກ່າວວ່າ 9 ຄົນໄດ້ຖືກຄວບຄຸມຕົວ ໃນຂໍ້ຫາມີ​ສ່ວນ​ພົວພັນກັບການໂຈມ ຕີໃນຄັ້ງນີ້.

Turkey Explosion Upd
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG