ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ໃນໜ່ວຍພິເສດ ຄົນນຶ່ງ ຂອງ ສຫລ ເສຍຊີວິດ ໃນການບຸກຈູ່ໂຈມ ທີ່ເຢເມັນ


ແຜນທີ່ ປະເທດເຢເມັນ
ແຜນທີ່ ປະເທດເຢເມັນ

ທາງການທະຫານ ສະຫະລັດ ກ່າວວ່າ ທະຫານຄົນນຶ່ງໄດ້ເສຍຊີວິດ ແລະອີກສາມຄົນ ໄດ້ຮັບບາດເຈັບ ໃນການບຸກໂຈມຕີພວກ ອາລໄກດາ ທີ່ເປັນເປົ້າໝາຍໃນ ເຢເມັນ.

ນາຍພົນ Joseph Votelຜູ້ບັງຄັບບັນຊາ ກອງບັນຊາການສູນກາງ ສະຫະລັດ ກ່າວ
ວ່າ “ພວກເຮົາໂສກເສົ້າເປັນຢ່າງຍິ່ງ ໃນການສູນເສຍຄົນທີ່ດີເດັ່ນ ຂອງພວກເຮົາ ຜູ້ນຶ່ງໄປ. ການເສຍສະຫຼະນີ້ ເປັນເລື່ອງຍິ່ງໃຫຽ່ ໃນການຕໍ່ສູ້ຂອງພວກເຮົາ ຕ້ານພວກກໍ່ການຮ້າຍ ທີ່ຂົ່ມຂູ່ຜູ້ຄົນ ທີ່ບໍ່ມີຄວາມຜິດຫຽັງ ຢູ່ທົ່ວໂລກ.”

ໃນຖະແຫຼງການສະບັບນຶ່ງ ຈາກສູນກາງກອງບັນຊາການ ເວົ້າວ່າ ພວກນັກລົບ
ອາລໄກດາ 14 ຄົນ ໃນສາຂາທ້ອງຖິ່ນ ໄດ້ຖືກຂ້າຕາຍໃນພາລະກິດດັ່ງກ່າວ. ພວກເຈົ້າໜ້າທີ່ ກ່າວວ່າ ການບຸກໂຈມຕີນີ້ ໄດ້ມີຂຶ້ນ ໂດຍໜ່ວຍຕ້ານຢັນ ລັດທິ
ກໍ່ການຮ້າຍ ເນວີຊີລ ເລກທີຫົກ.

ອິງຕາມຖະແຫຼງການດັ່ງກ່າວນັ້ນແມ່ນວ່າ ເຮືອບິນກອງທັບ ສະຫະລັດ ລຳນຶ່ງ ທີ່ເຮັດພາລະກິດດັ່ງກ່າວ ຕົກຢູ່ໃນສະພາບໃຊ້ບໍ່ໄດ້ ຫຼັງຈາກບິນລົງບ່ອນກັນດານ ພາໃຫ້ເກີດມີການບາດເຈັບ ແລ້ວກໍເວົ້າຕື່ມວ່າ ເຮືອບິນລຳນັ້ນໄດ້ຖືກທຳລາຍແລ້ວ.

ຖະແຫຼງການສະບັບນຶ່ງ ຈາກທຳນຽບຂາວກ່າວວ່າ “ການບຸກໂຈມຕີ ທີ່ເປັນຜົນ
ສຳເຣັດ ຕ້ານພວກ ອາລໄກດາ ໃນແຫຼມອາຣັບ
ຍຶດໄດ້ “ເລື່ອງສືບລັບທີ່ສຳຄັນ ຊຶ່ງຈະຊ່ອຍໃຫ້ ສຫຣ ໃນການຕ້ານລັດທິກໍ່ການຮ້າຍ ເພື່ອປົກປ້ອງປະຊາຊົນ
ຂອງຕົນ ແລະ ຜູ້ຄົນໃນທົ່ວໂລກ.”

ແຫຼ່ງຂ່າວຕ່າງໆໃນທ້ອງຖິ່ນ ແລະ ຈາກພວກຊົນເຜົ່າກ່າວວ່າ ພວກຜູ້ນຳອາວຸໂສ ຂອງອາລໄກດາ ສາມຄົນ ກໍແມ່ນຈຳນວນນຶ່ງ ທີ່ໄດ້ຖືກຂ້າຕາຍ.

ການປະຕິບັດງານທາງທະຫານດັ່ງກ່າວ ໄດ້ມີຂຶ້ນຢູ່ແຂວງ Bayda ຂອງ ເຢເມັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG