ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາກອນສັດປ່າ ຫຼຸດລົງເກືອບ 60 ເປີເຊັນ ນັບຕັ້ງແຕ່ປີ 1960 ເປັນຕົ້ນມາ


ກວາງສອງໂຕ ໃຊ້ເຂົາຊົນກັນ ໃນລະຫວ່າງ ລະດູການປະສົມພັນປະຈຳປີ ທີ່ສວນອຸດທະຍານ Richmond ໃນພາກຕາເວັນຕົກຂອງນະຄອນຫຼວງ ລອນດອນ, ອັງກິດ.
ກວາງສອງໂຕ ໃຊ້ເຂົາຊົນກັນ ໃນລະຫວ່າງ ລະດູການປະສົມພັນປະຈຳປີ ທີ່ສວນອຸດທະຍານ Richmond ໃນພາກຕາເວັນຕົກຂອງນະຄອນຫຼວງ ລອນດອນ, ອັງກິດ.

ປະຊາກອນສັດປ່າໃນທົ່ວໂລກໄດ້ຫຼຸດຈຳນວນລົງເກືອບ 60 ເປີເຊັນ ນັບຕັ້ງແຕ່ປີ 1970 ແລະ ກິດຈະກຳການເຄື່ອນໄຫວຂອງມະນຸດ ແມ່ນສາເຫດຂອງການຫຼຸດລົງນີ້, ອີງຕາມ ລາຍງານເປີດເຜີຍໂດຍ ກຸ່ມອະນຸລັກສັດປ່າ.

ລາຍງານຮ່ວມໂດຍກອງທຶນອະນຸລັກທຳມະຊາດໂລກຫຼື WWF ແລະ ອົງການສັງຄົມສັດ ແຫ່ງ ລອນດອນ ໄດ້ເຕືອນວ່າ ຖ້າແນວໂນ້ມປະຈຸບັນຫາກ​ຍັງສືບຕໍ່ດຳເນີນໄປ, ການຫຼຸດ ລົງຂອງປະຊາກອນສັດລ້ຽງລູກດ້ວຍນ້ຳນົມ, ນົກ, ປາ, ສັດເຄິ່ງນ້ຳເຄິ່ງບົກ ແລະ ສັດເລືອ ຄານ ​ໃນ​ທົ່ວ​ໂລກອາດສູງເຖິງ ສອງສ່ວນສາມ ໃນປີ 2020, ​ເຊິ່ງເປັນການສູນເສຍປະ ມານ 2 ເປີເຊັນຕໍ່ປີ.

ຜູ້ອຳນວຍການຂອງກອງທຶນ WWF ທ່ານ Marco Lambertini ໄດ້ກ່າວວ່າ "ສັດປ່າກຳ ລັງຫາຍໄປ ໃນໄລຍະຂອງການດຳລົງຊີວິດຂອງພວກເຮົາ ໃນລະດັບທີ່ບໍ່ເຄີຍມີມາ ກ່ອນ.”

ບົດລາຍງານໄດ້ອີງໃສ່ດັດສະນີຂອງສາຍພັນສັດນາໆຊະນິດ ທີ່ໄດ້ຖືກເກັບກຳສຳລັບ ການຕິດຕາມໄລຍະຍາວ ໂດຍບັນດານັກວິທະຍາສາດ. ມັນປະກອບມີ 3,700 ສາຍພັນ ຂອງສັດ ທີ່ມາຈາກປະຊາກອນສັດ ທີ່ແຕກຕ່າງກັນຫຼາຍກວ່າ 14,000 ຊະນິດໃນທົ່ວ ໂລກ.

ອີງຕາມລາຍງານ​ແລ້ວ, ການຫຼຸດລົງຢ່າງວ່ອງໄວຂອງປະຊາກອນ ສັດປ່າ ສາມາດໃຫ້ ເຫດ ຜົນວ່າເປັນຍ້ອນການພັດທະນາຂອງມະນຸດ. ປະຊາກອນມະນຸດທີ່ເພີ່ມຂຶ້ນຫຼາຍ ກວ່າ 2 ເທົ່າ ນັບຕັ້ງແຕ່ປີ 1960 ​ເປັນຕົ້ນມາ ຂຶ້ນ​ເປັນປະມານ 7.4 ຕື້ຄົນ, ໝາຍຄວາມ ວ່າມີບ່ອນ ຫວ່າງ ແລະ ອາຫານສຳລັບສັດອື່ນໆໜ້ອຍລົງ ແລະ ອາດເຮັດໃຫ້ພວກມັນ ສູນພັນໄປ ຖ້າ ບໍ່ມີການດຳເນີນການປ່ຽນແປງຫຍັງ.

ທ່ານ Lambertini ໄດ້ກ່າວວ່າ “ພວກເຮົາຕ້ອງການທີ່ຈະຫັນປ່ຽນຫາວິທີທີ່ແຍກມະນຸດ ອອກຈາກກັນ ແລະການພັດທະນາເສດຖະກິດອອກ ຈາກການທຳລາຍສິ່ງແວດລ້ອມ ບາງເທື່ອອາດເປັນການປ່ຽນແປງດ້ານວັດທະນະທຳ ແລະການປະພຶດຢ່າງເລິກເຊິ່ງ ເທົ່າທີ່ເຄີຍປະສົບມາໂດຍຄວາມສີວິໄລໃດໆ.”

ກຸ່ມອະນຸລັກສິ່ງແວດລ້ອມແມ່ນກຳລັງຂໍ​ຮ້ອງໃຫ້ລັດຖະບານຕ່າງໆເພື່ອ ຊ່ວຍ​ເຫຼືອເຮັດໃຫ້ ສິ່ງນັ້ນເກີດຂຶ້ນ. ທ່ານ Lambertini ໄດ້ກ່າວຕໍ່ອົງ ການຂ່າວ AFP ຂອງ ຝຣັ່ງ ກ່ຽວກັບ ການລິເລີ່ມແຜນພັດທະນາແບບຍືນຍົງເມື່ອບໍ່ດົນມານີ້ ໂດຍອົງການສະຫະປະຊາຊາດ ອາດຊ່ວຍຊົດເຊີຍໄພຂົ່ມຂູ່ຕໍ່ຊີວະນາໆພັນໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG