ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ກວດກາສູງສຸດ ມີຄວາມເປັນຫ່ວງ ກ່ຽວກັບ ຂໍ້ບົກຜ່ອງ ໃນ ດ້​ານຄວາມປອດໄພ ​ຂອງການບິນ ສຫລ


Senate Hearing Probes US Air Safety Deficiencies
please wait

No media source currently available

0:00 0:02:46 0:00

ຜູ້​ກວດກາ​ສູງ​ສຸດຂອງ​ອົງການທີ່ໃຫ້ການຄຸ້ມຄອງການບິນ​ຂອງ
ອາເມຣິກາ ກ່າວ​ວ່າ ທ່ານ “ມີ​ຄວາ​ມ​ເປັນ​ຫ່ວງ​ທີ່ສຸດ ກ່ຽວ​ກັບ
ຄວາມສາມາດຂອງຕົນໃນ​ການ​ປະ ຕິບັດ​ງານທີ່​ສຳຄັນ.”

ຜູ້​ກວດກາ​ທົ່ວ​ໄປ​ຂອງກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ
​ຂອງສະຫະລັດ ທ່ານ John Roth ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​
ວ່າ ຄະນະຂອງ​ທ່ານ​ໄດ້​ພົບ​ເຫັນ “ຈຸດອ່ອນທີ່ສຳ​ຄັນ​ຫລາຍ​ຢ່າງ”
ຢູ່​ໃນ​ການ​ປະຕິບັດ​ງານ​ຂອງອົງການຄຸ້ມຄອງຄວາມ​ປອດ​ໄພ
ກ່ຽວກັບກນຂົນ​ສົ່ງຫລື TSA ທີ່ກວດກາ​ຢູ່​ຕາມເດີ່ນບິນ ຊຶ່ງຮວມ
ຢູ່ໃນບັນຫາຂາດຕົກບົກຜ່ອງ​ອື່ນໆ.

ການໃຫ້ການຂອງທ່ານ Roth ຕໍ່​ຄະນະ​ກຳ​ມະ​ການຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ
ສະພາສູງສະຫະລັດ ມີຂຶ້ນຫລັງ​ຈາກຜູ້ກວດກາທົ່ວໄປ ​ລາຍ​ງານ​ວ່າ ອົງການ TSA ບໍ່
ສາມາດລະບຸໂຕ​ຊີ້​ບອກໄດ້ວ່າ ພະນັກ ງານ 73 ຄົນພົວພັນ​ກັບພວກກໍ່​ການ​ຮ້າຍ ​ແລະ​ບໍ່ສາມາດກວດພົບອາ ວຸດ ​ແລະ​ສິ່ງຂອງທີ່​ເປັນອັນ​ຕະລາຍ​ຕ່າງໆ​ເຖິງ 96 ​ເປີ​ເຊັນ ໃນ​
ການ ປະຕິບັດ​ງານ​ກວດກາ ຢູ່​ບ່ອນ​ກວດ​ທີ່​ເດີ່ນ​ບິນ.

ທ່ານ Roth ກ່າວ​ວ່າ “ ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ວິທີການ​ບໍລິຫານ
​ງານຂອງອົງການ TSA ທີ່​ມີ​ຕໍ່​ຄວາ​ມສ່ຽງ​ດັ່ງກ່າວ.”

ອົງການ TSA ​ໄດ້​ຕັ້ງ​ຂື້ນ​ມາ​ຫລັງ​ຈາກພວກ​ກໍ່​ການ​ຮ້າຍ​ໂຈມ​ຕີ​ໃນ​ວັນ​ທີ 11 ​ເດືອນ​ກັນ​
ຍາ ​ປີ 2001 ​ທີ່​ພວກ​ກໍ່​ການ​ຮ້າຍຈີ້​ເອົາ​ເຮືອບິນ ບິນເຂົ້າ ຕຳ​ຕຶກ​ສູນ​ກາງ​ການ​ຄ້າໂລກ ທີ່​ນະຄອນ​ນິວຢອກ ພ້ອມ​ດ້ວຍ ທຳ​ນຽບ​ຫ້າ​ແຈ ຫລື Pentagon.

​ການເປີດເຜີຍກ່ຽວກັບຄວາມ​ບໍ່​ປອດ​ໄພດ້ານການບິນ ຍັງ​ຄົງ​ເປັນ​ທີ່​ສ້າງຄວາມ ຕົກໃຈ
ໃຫ້​ແກ່ສາທາລະນະ ​ແລະ​ບັນດາສະມາຊິກລັດຖະສະພາສະຫະລັດ.

ທ່ານ Ron Johnson ປະທານ​ຄະນະ​ກຳມະການຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ​ຂອງ
ສະຫະລັດກ່າວ​ວ່າ “ອົງການ TSA ​ໄດ້​ກວດກາ​ບັນດາ​ຜູ້​ໂດຍ ສານເກືອບສອງ​ລ້ານ​ຄົນ​
ໃນ​ແຕ່​ລະ​ມື້ ​ເກືອບ 660 ລ້ານ​ຄົນ​ໃນ​ແຕ່ລະ​ປີ” “ນັ້ນ​ເປັນພາລະ​ໜ້າ​ທີ່​ອັນ​ໃຫຍ່​ຫລວງ.”

ບັນດາ​ຜູ້​ເປີ​ດ​ເຜີຍ ພາຍ​ໃນອົງການ TSA ​ແລະ​ອົງການ​ທີ່​ກ່ຽວຂ້ອງ ຕ່າງໆ ຍັງ​ໄດ້​ໃຫ້ການ
ຕໍ່​ຄະນະ​ກຳມະການ ​ແລະ​ບອກໃຫ້ຊາບ​ເຖິງ​ບັນ​ຫາ​ຕ່າງໆ ທີ່​ເຂົາ​ເຈົ້າ​ໄດ້ຮູ້​ເຫັນ​ເປັນ​ພິຍານ
ຮວມທັງ​ການ​ບໍ່​ຫົວຊາ​ກັບ ບັນຊີລາຍຊື່ຂອງ​ຜູ້​ໂດຍສານທີ່​ໄດ້ຮັບການອະນຸມັດ​ໃຫ້​ອົງການ
​TSA ກວດກາຢ່າງວ່ອງໄວ ຢູ່​ທີ່​ເດີ່ນ​ບິນສະຫະລັດນັ້ນ.

US Airport Security
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG