ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຊື້ຂາຍສິນຄ້າ ເພີ້ມຂື້ນ ໃນສະຫະລັດ ຊຶ່ງສະແດງວ່າ ເສດຖະກິດ ກໍາລັງດີຂຶ້ນ


ບັນດາຜູ້ລິໂພກກໍາລັງພາກັນເລາະຊື້ສິນຄ້າທີ່ shopping center, ເມືອງ Glendale ລັດ Califorina
ບັນດາຜູ້ລິໂພກກໍາລັງພາກັນເລາະຊື້ສິນຄ້າທີ່ shopping center, ເມືອງ Glendale ລັດ Califorina
ການ​ຊື້​ຂາຍທົ່ວໄປຂອງ ສະຫະລັດ ​ໄດ້​ເພີ້​ມຂື້ນເປັນ​ປຶກ​ແຜ່ນ​
ໃນເດືອນ​ພະ​ຈິກທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່ຊາວ​ອາ​ເມຣິກັນພາກັນ
​ຊື້ລົດ ​ແລະ​ສີນ​ຄ້າ​ຕ່າງໆ ອັນ​ເປັນ​ສັນຍານວ່າ ​ເສດຖະກິດ​ກໍາ
ລັງ​ເຂັ້ມ​ແຂງ​ຂື້ນ.

ລາຍ​ງານ​ຂອງ​ວັນ​ພະຫັດ​ວານ​ນີ້ ຈາກ​ກະຊວງ​ການ​ຄ້າກ່າວ​ວ່າ
ການ​ຊື້​ຂາຍ​ມີເພີ້​ມຂື້ນ ​ເຈັດ​ສ່ວນ​ສິບ​ຂອງ ນຶ່ງ​ເປີ​ເຊັນຂອງ​ເດືອນ
ຊຶ່ງ​ເປັນ​ການ​ເພີ້​ມທີ່​ແຂງ​ແຮງ​ທີ່​ສຸດ​ໃນຮອບ​ຫ້າ​ເດືອນ. ບັນດາ​
ນັກ​ເສດຖະກິດ ​ແລະ​ນັກ​ທົງ​ທຶນ​ໄດ້ ສັງ​ເກດ​ເບິ່ງ​ການ​ຄ້າຂາຍ
​ທົ່ວ​ໄປຢ່າງ​ໃກ້ຊິດ ​ເພາະວ່າຄວມຮຽກຮ້ອງ​ຕ້ອງການ​ຜູ້​ບໍລິ​ໂພ​ກ
​ໄດ້​ຊຸກຍູ້​ການ​ເໜັງຕີງ ຂອງ​ເສດຖະກິດສະຫະລັດ.

​ໂຕ​ເລກ​ໄດ້​ຖີບ​ສູງຂື້ນ​ ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ສຸດ ​ຂອງທະນາຄານ​ກາງສະຫະລັດ
ພະຍາຍາມ​ຕັດສິນ​ໃຈວ່າ ​ຈະ​ຊຸກຍູ້ແລະ​ກະ​ຕຸ້ນ​ເສດຖະກິດຕໍ່ໄປຫລືບໍ່. ທະນາຄານກາງ
ສະຫະລັດ ​ໄດ້ຊື້ບັດ​ພັນທະບັດຄືນ 85 ພັນ​ລ້ານ​ຕໍ່​ເດືອນ ​ໃນ​ຄວາມ​ພະຍາຍາມ​ເພື່ອກະ​ຕຸ້ນ
​ເສດຖະກິດ ​ໂດຍ​ການ​ຜ່ອນ​ຜັນດອກ​ເບ້ຍ​ໃ​ນ​ໄລຍະ​ຍາວລົງ.

ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ​ກາງ​ກ່າວ​ວ່າ ​ເຂົາ​ເຂົ້າ​ຍັງ​ພາກັນ​ສັງ​ເກດ​ຕະຫລາດ​ແຮງ​ງານ
ຢ່າ​ງໃກ້​ຊິດ ຮ່ວມ​ທັງ ລາຍ​ງານ​ຂອງກ​ະຊວງ​ແຮງ​ງານ ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່​ສະ​ແດງ​ໃຫ້​
ເຫັນ​ເຖິງໂຕ​ເລກ​ຂອງຊາວ​ອາ​ເມຣິກັນ ທີ່​ພາກັນຮ້ອງ​ຂໍ​ເງິນ​ຫວ່າງ​ງານ ຖີບ​ສູງ​ຂື້ນ​ຢ່າງ​ໄວ
​ເຖິງ 368,000 ຄົນ ໃນທົ່ວ​ປະ​ເທດ.
XS
SM
MD
LG