ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານເທີກີ ກ່າວຟ້ອງ ຢ່າງເປັນທາງການ ຜູ້ຕ້ອງສົງໄສ ສັງຫານໝູ່ ໃນສະຖານບັນເທີງ

ຜູ້ໂຈມຕີ ສະຖານບັນເທີງ Reina ຫຼັງຈາກຖືກທາງການຕຳຫຼວດ ເທີກີ ຈັບໂຕໄດ້ ໃນນະຄອນ Istanbul, ວັນທີ 16 ມັງກອນ 2017.
ຜູ້ໂຈມຕີ ສະຖານບັນເທີງ Reina ຫຼັງຈາກຖືກທາງການຕຳຫຼວດ ເທີກີ ຈັບໂຕໄດ້ ໃນນະຄອນ Istanbul, ວັນທີ 16 ມັງກອນ 2017.

ສານຂອງເທີກີ ໄດ້ຟ້ອງຊາຍຊາວອຸສເບັກກິສຖານຄົນນຶ່ງ ຢ່າງເປັນທາງການ ດ້ວຍ
ຂໍ້ຫາ ຄາດຕະກຳ 39 ຄົນ ແລະ ເຮັດໃຫ້ອີກຫຼາຍຄົນໄດ້ຮັບບາດເຈັບ ໃນການບຸກ
ຍິງສັງຫານ ໃນສະຖານບັນເທີງແຫ່ງນຶ່ງ ທີ່ນະຄອນ Istanbul ເມື່ອວັນປີໃໝ່ສາກົນ
ຜ່ານມາ.

ສານໃນນະຄອນ Istanbul ໄດ້ຟ້ອງທ້າວ Abdulgadir Masharipov ເມື່ອວັນເສົາ
ວານນີ້ ຖານເປັນສະມາຊິກຂອງກຸ່ມກໍ່ການຮ້າຍຕິດອາວຸດ ລັດອິສລາມ ມີອາວຸດໃນ
ຄອບຄອງ ພະຍາຍາມຈະທຳລາຍຄວາມເປັນລະບຽບຮຽບຮ້ອຍ ຕາມລັດຖະທຳມະນູນ
ແລະ ການຄາດຕະກຳ.

ດອກໄມ້ໄດ້ຖືກວາງໄວ້ ຢູ່ຕໍ່ໜ້າ ສິ່ງກີດຂວາງ ຂອງຕຳຫຼວດໄດ້ຕັ້ງຂຶ້ນຢູ່ໃກ້ກັບທາງເຂົ້າ ສະຖານບັນເທີງ Reina ໃນເຂດຊ່ອງແຄບ Bosphorus ຂອງເທີກີ, ເຊິ່ງເປັນບ່ອນທີ່ຖືກໂຈມຕີໂດຍມືປືນ, ໃນນະຄອນ Istanbul ຂອງ Turkey, ວັນທີ 1 ມັງກອນ 2017.

ທ້າວ Masharipov ໄດ້ຫລົບໜີຈາກຈຸດເກີດເຫດຂອງການຍິງສັງຫານ ແຕ່ໄດ້ຖືກ
ຈັບໂຕໄດ້ 17 ມື້ຕໍ່ມາ ໃນນະຄອນ Istanbul ຫຼັງຈາກໄດ້ຕາມລ່າຫາຜູ້ກ່ຽວທົ່ວປະເທດ.
ບັນດາເຈົ້າໜ້າທີ່ກ່າວວ່າ ລາວໄດ້ຮັບການເຝິກແອບວິທີກໍ່ການຮ້າຍ ຢູ່ອັຟການິສຖານ
ແລະ ວ່າ ລາວໄດ້ຮັບສາລະພາບຜິດ ຕໍ່ການໂຈມຕີ ສະຖານບັນເທີງ Reina ເມື່ອເວລາ
ຕອນເຊົ້າວັນທີ 1 ມັງກອນ ຜ່ານມາ.

ໃນເຫດການຕ່າງຫາກອີກອັນນຶ່ງ ທີ່ກ່ຽວພັນກັບກຸ່ມລັດອິສລາມ ອົງການຂ່າວ
Anadolu ໄດ້ລາຍງານ ເມື່ອວັນເສົາວານນີ້ ວ່າ ສານແຫ່ງນຶ່ງຢູ່ພາກໃຕ້ຂອງເທີກີ
ໄດ້ຟ້ອງຜູ້ຕ້ອງສົງໄສ ເປັນສະມາຊິກກໍ່ການຮ້າຍລັດອິສລາມ ອີກສອງຄົນ ດ້ວຍຂໍ້ຫາ
ວາງແຜນຈະປະຕິບັດການ ໂຈມຕີ ທີ່ສ້າງຄວາມ “ຕື່ນຕົກໃຈ” ໃນຢູໂຣບ.

ຊາຍສອງຄົນ ທີ່ຖືກລະບຸໂຕ ໂດຍອົງການຂ່າວຂອງທາງການເທີກີ ແມ່ນ ທ້າວ Mahamad Laban ອາຍຸ 45 ປີ ຂວາ, ແລະ ທ້າວ Mohammed Tofik Saleh ອາຍຸ 38 ກຳລັງຍ່າງໄປຫາລົດຕູ້ຂອງຕຳຫຼວດ ທີ່ຈອດຢູ່ກົມຕຳຫຼວດ ໃນເມືອງ Adana ຂອງເທີກີ, ວັນທີ 11 ກຸມພາ 2017.

ທ້າວ Mahamad Laban ສັນຊາດ ເດັນມາກ ເຊື້ອສາຍ ເລບານອນ ແລະ ທ້າວ
Mohammed Tofik Saleh ສັນຊາດ ສະວີເດັນ ໄດ້ຖືກຄວບຄຸມໂຕ ເມື່ອຕົ້ນເດືອນ
ນີ້. ພວກເຂົາຖືກກ່າວວ່າ ໄດ້ຍອມຮັບສາລະພາບ ຫຼັງຈາກທີ່ໄດ້ຖືກສອບສວນເປັນ
ເວລາ 7 ມື້.

ໂດຍອ້າງອີງເຖິງແຫລ່ງຂ່າວທີ່ບໍ່ປະສົງອອກຊື່ ອົງການຂ່າວ Anadolu ໄດ້ກ່າວວ່າ
ພວກຜູ້ຕ້ອງສົງໄສດັ່ງກ່າວ ໃນເບື້ອງຕົ້ນ ໄດ້ບອກເຈົ້າໜ້າທີ່ຕຳຫຼວດ ວ່າ ພວກເຂົາ
ໄດ້ເດີນທາງມາຈາກຢູໂຣບ ໄປຍັງຊີເຣຍ ເພື່ອຊ່ອຍເຫຼືອ ໃນດ້ານມະນຸດສະທຳ.
ເຖິງຢ່າງໃດກໍຕາມ ຕຳຫຼວດໄດ້ພົບວ່າ ຊາຍທັງສອງ ເຄີຍໄດ້ຮັບການເຝິກແອບ
ວິທີໃຊ້ວັດຖຸລະເບີດ ແລະ ອາວຸດປືນ ໃນລະຫວ່າງ 3 ເດືອນທີ່ຜ່ານມາ.

ບັນດານັກສືບສວນ ໄດ້ລາຍງານວ່າ ໄດ້ຮັບຊາບວ່າ ພັນລະຍາຂອງທ້າວ Saleh ໄດ້
ຍື່ນຄຳຮ້ອງທາງດ້ານກົດໝາຍ ໃນສະວີເດັນ ເມື່ອປີ 2014 ໂດຍກ່າວຫາສາມີຂອງນາງ
ໄດ້ປະຖິ້ມຄອບຄົວ ເພື່ອໄປເຂົ້າຮ່ວມກັບພວກຫົວຮຸນແຮງ ລັດອິສລາມ ຄົນອື່ນໆ ຢູ່
ຊີເຣຍ.

ສ່ວນຢູ່ໃນເມືອງ Gaziantep ທາງພາກໃຕ້ ໃກ້ກັບຊາຍແດນຂອງເທີກີ ຕິດກັບຊີເຣຍ
ນັ້ນ ຕຳຫຼວດໄດ້ຈັບກຸມ ຜູ້ຕ້ອງສົງໄສເປັນກຸ່ມລັດອິສລາມ 4 ຄົນ ໃນວັນພະຫັດ ທີ່
ຜ່ານມາ ເຊິ່ງຄິດກັນວ່າ ພວກກ່ຽວ ກຳລັງວາງແຜນການໂຈມຕີຢູ່ໃນເທີກີ. ບັນດາ
ເຈົ້າໜ້າທີ່ ໄດ້ກ່າວວ່າ ພວກເຂົາເຈົ້າ ຍຶດມາໄດ້ ສາຍແອວສະຫຼະຊີບ ແລະລະເບີດ
ຈຳນວນນຶ່ງ ໃນລະຫວ່າງການເຂົ້າຈັບກຸມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG