ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣວັນດາ ກັກຂັງ ແລະ ລົງໂທດ ປະຊາຊົນ ໃນສູນ ຄຸມຂັງ ຊົ່ວຄາວ Gikondo


ປະທານາທິບໍດີ ຣວັນດາ ທ່ານ ໂພລ ຄາກາເມ.
ປະທານາທິບໍດີ ຣວັນດາ ທ່ານ ໂພລ ຄາກາເມ.

ອົງ​ການ​ສິ້ງ​ຊອມ​ສິດທິ​ມະນຸດ Human Right Watch ຫຼື HRW ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ສະຫະລັດ ກ່າວ​ວ່າ ​ບັນດາ​ເຈົ້າໜ້າ​ທີ່ຣວັນ​ດາ ​ໄດ້ຈັບ​ກຸ​ມປະຊາ​ຊົນບາງຄົນ​ທີ່ອ່ອນ​ແອ​ທີ່​ສຸດ​ຂອງ​ປະ​ເທດ​ຢ່າງ ຜິດ​ກົດ​ໝາຍ​ ຢູ່​ໃນ​ສູນ​ຄຸມ​ຂັງ​ທີ່​ບໍ່​ເປັນ​ທາງ​ການ​ໃນ​ນະຄອນຫຼວງ Kigali.

ອົງການ​ດັ່ງກ່າວ​ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ ​ໃນວັນ​ພະຫັດ​ມື້​ນີ້ ໂດຍໃຫ້ ລາຍລະອຽດຈາກ ພວກທີ່ຖືກຈັບຢູ່ສູນຄຸມຂັງຊົ່ວຄາວ Gikondo, ​ເຊິ່ງ​ຮູ້ຈັກ​ກັນ​ພາຍ​ໃນ​ປະ​ເທດ​ວ່າ Kwa Kabuga ​ໃນ​ລະຫວ່າງ​ປີ 2011 ຫາ 2015 ນີ້.

ອົງການ​ສິ້ງຊອມສິດທິມະນຸດ HRW ​ກ່າວ​ວ່າ ພະນັກງານ​ຂອງ​ຕົນໄດ້ສຳພາດ​ອະ​ດີດ​ຜູ້​ຖືກ​ ຄຸ​ມຂັງ ​ພ້ອມ​ກັບ​ບັນດາ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ແລະ ​ແຫຼ່ງຂໍ້​ມູນ​ອື່ນ​ໆ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ຕົນ​ໄດ້​ຄົ້ນ​ພົບ​ວ່າ ​ເຈົ້າ​ໜ້າ​ທີ່​ ຣວັນດາ ​ໄດ້​ກັກ​ຂັງຜູ້ຄົນຢ່າງຜິດກົດໝາຍ ເຊັ່ນ​ພວກ ໂສເພນີ, ພໍ່​ຄ້າ​ຕາມ​ທ້ອງຖະໜົນ, ຂໍທານ, ຄົນ​ບໍ່​ມີ​ທີ່ຢູ່​ອາ​ໄສ, ​ແລະ ຜູ້​ຖືກ​ສົງ​ໄສ​ຕໍ່​ການກະທຳ ຜິ​ດ​ເລັກ​ນ້ອຍ ​ເພື່ອ​ເປັນ​ການ​ກີດ​ກັ້ນ​ຄົນ​ຜູ້​ທີ່​ “ບໍ່​ເປັນ​ທີ່​ເພິ​ງ ປາ​ຖະໜາ” ອອກ​ຈາກ​ຖະໜົນ​ຫົນທາງ. ຈົນ​ຮອດ​ປີ 2014, ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ເດັກ​ນ້ອຍ​ຂ້າງ​ຖະໜົນ​ກໍ​ຍັງ​ໄດ້​ຖືກ​ກັກ​ຂັງ​ໄວ້ຢູ່​ສະຖານ​ທີ່​ດັ່ງກ່າວ.

ຢູ່​ໃນ​ສູນ​ກັກຂັງຊົ່ວຄາວນີ້ ພວ​ກ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ປະຊາຊົນ​ສາມາດ ​ຖືກ​ຈັບ​ ໂດຍບໍ່​ມີ​ຂໍ້​ກ່າວ​ຫາ ​ໃນ​ສະພາບທີ່ໜ້າສັງເວດ, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຖືກທຸບ​ຕີຕາ​ມ​ໃຈ​ມັກ ​ແລະ ກາ​ນ ລົງ​ໂທ​ດອື່ນໆ​ເປັນ​ເວລາ​ຫຼາຍ​ມື້ຫາ​ຫຼາຍ​ເດືອນ. ພວກ​ເຂົາ​ເຈົ້າ​ກ່າ​ວວ່າ ຜູ້​ຖືກ​ກັກ​ຂັງ​ແມ່ນ​ຖືກທຸບ​ຕີ​ ​ເປັນ​ປະຈຳ ​ເພື່ອທີ່​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້ສຶກອາຍ ຫຼື ຂົ່ມຂູ່​ເອົາເງິນເຊັ່ນ​ດຽວ​ກັບ​ການ​ລົງ​ໂທດ.

​ໃນ​ການ​ລາຍ​ງານ​ທີ່ອອກໃນ​ວັນ​ພະຫັດ​ມື້​ນີ້​ກ່າ​ວວ່າ ປະຊາຊົນ​ຫຼາຍ​ເຖິງ 400 ຄົນ​ສາມາດ​ຖືກ​ກັກ​ຂັງ​ໄວ້​ໃນ​ຫ້ອງ​ດຽວ​ກັນ ພ້ອມ​ດ້ວຍ​ການ​ສະໜອງ​ອາຫານ​, ນ້ຳ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ສຸກຂະ​ອະນາ​ໄມ​ທີ່​ບໍ່​ພຽງພໍ. ​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ຜູ້​ເປັນ​ແມ່​ສາມາດ ຖືກ​ລົງ​ໂທດ​ຍ້ອນການ​ກະທຳ​ຂອງ​ລູກ​ນ້ອຍຂອງ​ພວກ​ເຂົາ​ເຈົ້າທີ່​ຖືກ​ກັກ​ຂັງ​ໄວ​ນຳ​ກັນ, ​ແລະ ການ​ຢ້ຽມ​ຢາມ​ໂດຍ​ຄອບຄົວ ຫຼື ​ທະນາຍຄວາມ​ແມ່ນ​ເກື​ອບຈະ​ເປັນ​ໄປ​ບໍ່​ໄດ້.

XS
SM
MD
LG