ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຸນນະພາບນ້ຳ ທີ່ບໍ່ສະອາດ ຢູ່ບຣາຊີລ ຍັງບໍ່ພ້ອມ ສຳລັບ ການແຂ່ງຂັນ ກິລາໂອລິມປິກ


ຂີ້ເຫຍື້ອ ທີ່ຖິ້ມຊະຊາຍ ຢູ່ຕາມແຄມຝັ່ງ ຂອງອ່າວ
Guanabara Bay ທີ່ຄຸ້ມ Caju ໃນນະຄອນ Rio de Janeiro ປະເທດບຣາຊີລ (25 ກຸມພາ 2015)
ຂີ້ເຫຍື້ອ ທີ່ຖິ້ມຊະຊາຍ ຢູ່ຕາມແຄມຝັ່ງ ຂອງອ່າວ Guanabara Bay ທີ່ຄຸ້ມ Caju ໃນນະຄອນ Rio de Janeiro ປະເທດບຣາຊີລ (25 ກຸມພາ 2015)

ພວກເຂົ້າຮ່ວມກິລາຕ່າງໆທາງນ້ຳ ໃນການແຂ່ງຂັນໂອລິມປິກປີ
2016 ທີ່ນະຄອນ Rio ປະເທດບຣາຊີລ ຈະມີຄວາມສ່ຽງ ຕໍ່ການ
ສຳຜັດກັບນ້ຳ ທີ່ມີເຊື້ອໄວຣັສ ແລະແບັກທີເຣຍສູງ ອີງຕາມການ
ສືບສວນ ກ່ຽວກັບຄຸນນະພາບນ້ຳ ຢູ່ຕາມບ່ອນແຂ່ງຂັນຕ່າງໆ ທີ່
ຈະຈັດຂຶ້ນໃນປີໜ້ານີ້.

ອົງການຂ່າວເອພີລາຍງານໃນວັນພະຫັດມື້ນີ້ວ່າ ຕົນໄດ້ພົບເຫັນ
ລະດັບເຊື້ອໄວຣັສແລະແບັກທີເຣຍຂ້ອນຂ້າງສູງຈາກນ້ຳໂສໂຄກ
ທີ່ມາຈາກປັດສະວະແລະອຸດຈາລະຂອງມະນຸດຢູ່ຕາມບ່ອນແຂ່ງ
ຂັນຕ່າງໆ ໃນການລອຍນ້ຳ ແລະແຂ່ງເຮືອ ຂອງກິລາໂອລິມປິກ
ແລະໂອລິມປິກຄົນພິການ ທີ່ບ່ອນຕາກອາກາດໃນນະຄອນ Rio
de Janeiro ຂອງບຣາຊີລ.

ເປັນທີ່ຄາດກັນວ່າ ຈະມີພວກນັກກິລາປະມານ 1,400 ຄົນ ຂອງຈຳນວນທັງໝົດ 10,000
ຄົນ ເຂົ້າຮ່ວມການແຂ່ງຂັນກິລາທາງນ້ຳ ທີ່ອ່າວ Guanabara ນອກຫາດຊາຍ Copaca- bana ແລະ ທະເລສາບ Rodrigo de Freitas. ການແຂ່ງຈຳນວນນຶ່ງ ຮວມທັງຊ່ວງເຮືອ
ແຂ່ງເຮືອກາໂນ ແລະລອຍນ້ຳມາຣາທອນ ຈະມີຂຶ້ນຢູ່ທີ່ນັ້ນ.

ທ່ານ Thomas Bach ປະທານຄະນະກຳມະການກິລາໂອລິມປິກສາກົນກ່າວຕໍ່ພວກນັກ ຂ່າວທີ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ ໃນອາທິດນີ້ ຫຼັງຈາກກອງປະຊຸມຄະນະ
ກຳມະການຂອງໂອລິມປິກວ່າ ສຸຂະອະນາໄມສຳລັບລ່ອນແຂ່ງຂັນຕ່າງໆທາງນ້ຳຂອງນະ ຄອນ Rio ຍັງສືບຕໍ່ເປັນບັນຫາທ້າທາຍທີ່ໃຫຍ່ທີ່ສຸດ ສຳລັບການແຂ່ງຂັນໂອລິມປິກໃນປີ ໜ້ານີ້. ທ່ານເວົ້າວ່າ ມາດຕະການທຳຄວາມສະອາດຈຳນວນນຶ່ງໄດ້ເລີ້ມຂຶ້ນແລ້ວແລະອີກ ຈຳນວນນຶ່ງຈະເລີ້ມຂຶ້ນ ກ່ອນແລະໃນລະຫວ່າງການແຂ່ງຂັນ.

ອົງການຂ່າວເອພີລາຍງານວ່າ ພວກທີ່ເຂົ້າຮ່ວມການຝຶກແອບໃນການແຂ່ງຂັນທີ່ນະຄອນ
Rio ຈຳນວນນຶ່ງໄດ້ລົ້ມປ່ວຍມີອາການເປັນໄຂ້ ຮາກແລະລົງທ້ອງ ທັງໆທີ່ໄດ້ມີການຮັບປະ ກັນເຈົ້າໜ້າທີ່ບຣາຊີລວ່າ ບ່ອນແຂ່ງຂັນຕ່າງໆມີຄວາມປອດໄພສຳລັບພວກເຂົ້າຮ່ວມ.

Rio Olypics Water Quality
please wait

No media source currently available

0:00 0:00:49 0:00

XS
SM
MD
LG