ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີລາຍງານວ່າ ເກົາຫຼີເໜືອ ປັບປຸງສະຖານີ ສົ່ງດາວທຽມ ຂອງຕົນ


ຮູບພາບສະຖານີສົ່ງດາວທຽມ Sohae ຂອງເກົາຫຼີເໜືອ ໃກ້ກັບຊາຍແດນພາກເໜືອ ຕິດກັບຈີນ.
ຮູບພາບສະຖານີສົ່ງດາວທຽມ Sohae ຂອງເກົາຫຼີເໜືອ ໃກ້ກັບຊາຍແດນພາກເໜືອ ຕິດກັບຈີນ.

ອົງການ​ຄົ້ນ​ຄວ້າ​ແຫ່ງ​ນຶ່ງ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່ໃນ​ນະຄອນຫຼວງ
​ວໍ​ຊິງຕັນ ກ່າວ​ວ່າ ​ເກົາ​ຫຼີ​ເໜືອ​ໄດ້​ເສັດ​ສິ້ນ​ການ​ປັບປຸງ​ຖານ​ຍິງ
​ຈະ​ຫລວດ​ທີ່​ສຳຄັນ ແຫ່ງ​ນຶ່ງ​ຂອງ​ຕົນ ໃຫ້​ທັນ​ສະ​ໄໝນັ້ນ​ແລ້ວ.

ສະ​ຖາ​ບັນ​ສະຫະລັດ-​ເກົາຫຼີ ກ່າວ​ວ່າ ການ​ປັບປຸງ​ສະຖານີສົ່ງ​
ດາວ​ທຽມ Sohae ​ໃຫ້​ທັນສະໄໝຮອບດ້ານນັ້ນ ເບິ່ງ​ຄື​ວ່າ ​ຈະ
ອຳນວຍ​ໃຫ້ເກົາຫຼີເໜືອ ສາມາດ​ສົ່ງ​ ພວກ​ຈະ​ຫລວດ ​ທີ່​ໃຫຍ່​
ຂຶ້ນ​ກວ່າ​ເກົ່າ​ໄດ້.

ການ​ພົບ​ເຫັນ​ທີ່​ວ່າ​ນີ້ ​ແມ່ນ​ອີງ​ຕາມ​ຮູບພາບ​ດາວ​ທຽມ​ເພື່ອ​
ການ​ຄ້າ ​ແລະ​ພິມ​ເຜີຍແຜ່ໂດຍ​ເວັບ​ໄຊ​ 38 ​ເກົາຫຼີ​ເໜືອ ທີ່​ຜູ້​ຄົນ​ນິຍົມຂອງ​ສະຖາບັນ.

ລາຍ​ງານ​ເວົ້າ​ວ່າ ບໍ່​ມີ​ຫລັກ​ຖານ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຈະມີການຍິງຈະ​ຫລວດ​ ຈາກບ່ອນສົ່ງດັ່ງກ່າວໃນໄວໆນີ້ແຕ່ຢ່າງໃດເລີຍ ​ແຕ່​ກໍເຕືອນ​ວ່າ ການ​ຍິງ​ຈະ​ຫລວດ​ ສາມາດ​ເກີດ​ຂຶ້ນ​ໄດ້​ ພາຍ​ໃນ​ທ້າຍ​ປີ​ນີ້​ກໍ​ເປັນ​ໄດ້.

ພຽງ​ຢ້າງ ​ຖືກ​ນາໆ​ຊາດ​ປະນາມ ໃນ​ປີ 2012 ຫຼັງ​ຈາກ​ໄດ້ສົ່ງດາວ​ທຽມ​ດວງ​ນຶ່ງ ​ຂຶ້ນ​ສູ່​ວົງ​ໂຄຈອນໂດຍ​ໃຊ້​ຈະຫຼວດ Unha-3 ນັ້ນ.

ສະຖານ​ບັນ​ດັ່ງກ່າວ ​ເວົ້າ​ວ່າ ​ເຊື່ອ​ກັນ​ວ່າ ​ເກົາຫຼີ​ເໜືອ ກຳລັງ​ພັດທະນາ​ຈະ​ຫຼວດທີ່​ໃຫຍ່​ກວ່າ​ເກົາ​ຫຼາຍ ​ແຕ່​ອາດຈະ​ໃຊ້​ເວລາ​ຕື່ມ​ອີກ​ຫຼາຍປີ​ຈຶ່ງ​ຈະ​ສຳ​ເລັດ.

XS
SM
MD
LG