ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ກຽມພ້ອມຜະລິດ ລູກສອນໄຟ ຂີປະນາວຸດໄລຍະໄກປານກາງ ຢ່າງຫຼວງຫຼາຍ


ລູກສອນໄຟຂີປະນາວຸດໄລຍະໄກຊື່ວ່າ Hwasong-12 (Mars-12) ຖືກຍິງຂຶ້ນໃນລະຫວ່າງການທົດລອງ ຖືກ
ເປີດເຜີຍໂດຍອົງການຂ່າວ ເກົາຫຼີເໜືອ ໃນວັນທີ 15 ພຶດສະພາ, 2017.
ລູກສອນໄຟຂີປະນາວຸດໄລຍະໄກຊື່ວ່າ Hwasong-12 (Mars-12) ຖືກຍິງຂຶ້ນໃນລະຫວ່າງການທົດລອງ ຖືກ ເປີດເຜີຍໂດຍອົງການຂ່າວ ເກົາຫຼີເໜືອ ໃນວັນທີ 15 ພຶດສະພາ, 2017.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ມີແຜນການວ່າຈະຈັດກອງປະຊຸມສຸກ
ເສີນຂຶ້ນໃນວັນອັງຄານມື້ອື່ນ ເພື່ອຕອບໂຕ້ຕໍ່ການທົດລອງລູກສອນໄຟຂີປະນາວຸດຄັ້ງ ຫຼ້າສຸດຂອງ ເກົາຫຼີເໜືອ.

ຄະນະທູດຂອງປະເທດ ອູຣູກວາຍ ປະຈຳອົງການສະຫະປະຊາຊາດກ່າວວ່າ ກອງປະ ຊຸມດັ່ງກ່າວແມ່ນໄດ້ຖືກຮ້ອງຂໍໂດຍ ສະຫະລັດ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ.

ເກົາຫຼີເໜືອ ໄດ້ກ່າວໃນວັນຈັນມື້ນີ້ວ່າ ປັດຈຸບັນນີ້ພວກເຂົາເຈົ້າກຽມພ້ອມທີ່ຈະຜະລິດ ລູກສອນໄຟຂີປະນາວຸດໄລຍະໄກປານກາງຢ່າງຫຼວງຫຼາຍ ແລ້ວສົ່ງໄປໃຫ້ກອງທັບ ຂອງພວກເຂົາ.

ກອງທັບຂອງລັດຖະບານ ໂຊລ ກ່າວວ່າ ລູກສອນໄຟດັ່ງກ່າວ ໄດ້ຖືກຍິງຂຶ້ນໃນຕອນ ບ່າຍຂອງວັນອາທິດວານນີ້ຈາກແຂວງ Pyeongan ທີ່ຕັ້ງຢູ່ພາກໃຕ້ຂອງ ເກົາຫຼີເໜືອ
ແລະ ໄດ້ບິນໄປປະມານ 500 ກິໂລແມັດ ກ່ອນຕົກລົງໃນທະເລ ຍີ່ປຸ່ນ. ມັນແມ່ນການ
ທົດລອງລູກສອນໄຟຄັ້ງທີສອງຂອງ ພຽງຢາງ ໃນສັບປະດານີ້ ແລະ ກໍເປັນຄັ້ງທີ 10
ສຳລັບປີນີ້.

ຖະແຫຼງການສະບັບໜຶ່ງຂອງ ເສນາທິການຮ່ວມໃນນະຄອນຫຼວງ ໂຊລ ກ່າວວ່າ “ກອງ ທັບຂອງພວກເຮົາກຳລັງຕິດຕາມເບິ່ງສັນຍານການຍຸແຍ່ເພີ່ມເຕີມຂອງກອງທັບ
ເກົາຫຼີເໜືອ ຢ່າງໃກ້ຊິດ ແລະ ພວກເຮົາກໍໄດ້ກະກຽມກອງທັບຂອງພວກເຮົາໃຫ້ມີ
ຄວາມພ້ອມຢ່າງເຕັມສ່ວນ.”

ໃນການຕອບໂຕ້ຕໍ່ການທົດລອງກ່ອນໜ້ານີ້ຂອງ ເກົາຫຼີເໜືອ ນັ້ນ, ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສົ່ງກຸ່ມທະຫານເຮືອໂຈມຕີໄປເຂດນ່ານນໍ້າຢູ່ນອກ
ແຫຼມ ເກົາຫຼີ ວ່າເປັນການຕັກເຕືອນຕໍ່ລັດຖະບານຄອມມູນິສ ໃຫ້ຢຸດໂຄງການພັດ
ທະນາອາວຸດນິວເຄລຍຂອງພວກເຂົາ.

ແຕ່ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ບໍ່ຍອມຮັບເອົາຄວາມຄິດທີ່ວ່າ ການກົດດັນຂອງ ສະຫະລັດ ຕໍ່ ເກົາຫຼີເໜືອ ແມ່ນບໍ່ໄດ້ຜົນ.

ທ່ານ Tillerson ໄດ້ກ່າວຕໍ່ໂທລະພາບ Fox News ວ່າ “ພວກເຮົາແມ່ນຢູ່ໃນຂັ້ນຕອນ
ເລີ່ມຕົ້ນ ຂອງການສ້າງຄວາມກົດດັນທາງເສດຖະກິດ ພ້ອມກັບຄວາມກົດດັນທາງ ການທູດຕໍ່ລັດຖະບານໃນ ເກົາຫຼີເໜືອ. ຫວັງວ່າ, ພວກເຂົາຈະໄດ້ຮັບຂໍ້ຄວາມນັ້ນທີ່ ວ່າເສັ້ນທາງຂອງການສືບຕໍ່ໂຄງການນິວເຄລຍຂອງພວກເຂົາ ບໍ່ແມ່ນເສັ້ນທາງໄປສູ່ ຄວາມໝັ້ນຄົງ, ຫຼື ຄວາມແນ່ນອນ, ແລະ ຄວາມຈະເລີນຮຸ່ງເຮືອງ. ການທົດລອງທີ່ ກຳລັງດຳເນີນຢູ່ ແມ່ນຄວາມຜິດຫວັງ, ມັນເປັນການກໍ່ກວນ, ແລະ ພວກເຮົາຂໍໃຫ້ ພວກເຂົາຢຸດເຮັດສິ່ງດັ່ງກ່າວນັ້ນ ເພາະວ່າ ຈົນກວ່າວ່າພວກເຂົາຈະຢຸດການທົດລອງ ມັນຍັງເຫັນໄດ້ຊັດວ່າ ພວກເຂົາບໍ່ໄດ້ປ່ຽນແປງທັດສະນະຄະຕິຂອງພວກເຂົາ. ແຕ່ຂ້າ ພະເຈົ້າຄິດວ່າ ຍັງໄວໂພດ ທີ່ພວກເຮົາຈະສ້າງຄວາມກົດດັນໃສ່ພວກເຂົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Japan, South Korea Condemn North Korean Latest Missile Test
please wait

No media source currently available

0:00 0:02:10 0:00
XS
SM
MD
LG