ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ຂີປະນາວຸດ


ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ຢືນຢູ່ກັບສິ່ງທີ່ຖືກກ່າວວ່າ ເປັນສະຖານທີ່ທົດລອງລູກສອນໄຟໃນ ເກົາຫຼີເໜືອ.
ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ຢືນຢູ່ກັບສິ່ງທີ່ຖືກກ່າວວ່າ ເປັນສະຖານທີ່ທົດລອງລູກສອນໄຟໃນ ເກົາຫຼີເໜືອ.

ທາງການທະຫານ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ໄດ້ຍິງ “ອັນທີ່ປາກົດວ່າແມ່ນ” ລູກ ສອນໄຟຂີປະນາວຸດ.

ຫົວໜ້າເສນາທິການຮ່ວມ ທີ່ກຸງໂຊລ ໄດ້ເວົ້າວ່າ ລູກສອນໄຟດັ່ງກ່າວໄດ້ຖືກຍິງຂຶ້ນໄປ ໃນຕອນບ່າຍວັນອາທິດມື້ນີ້ ຈາກແຂວງ Pyeongan ທາງພາກໃຕ້ ແລະໄດ້ບິນໄປປະ
ມານ 500 ກິໂລແມັດກ່ອນຈະຕົກລົງໃນທະເລ.

ຖະແຫຼງການຮ່ວມສະບັບນຶ່ງເວົ້າວ່າ “ທະຫານຂອງພວກເຮົາພວມຕິດຕາມເບິ່ງ ຮ່ອງ ຮອຍເພີ່ມຕື່ມຢ່າງໄກ້ຊິດ ອັນເປັນການເກາະຜິດຂອງທະຫານເກົາຫຼີເໜືອ ແລະ ທາງ ການທະຫານຂອງພວກເຮົາກໍຕຽມພ້ອມຢ່າງເຕັມສ່ວນ.”

ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ “ພວກເຮົາຮູ້ດີ ວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟ
MRBM. ລະບົບດ່ັງກ່າວນີ້ ທີ່ໄດ້ທົດລອງໃນເດືອນກຸມພາຜ່ານມາ ຍິງໄດ້ໃນໄລຍະ
ສັ້ນກວ່າ ພວກລູກສອນໄຟທີ່ຍິງຂຶ້ນຈ
າກເກົາຫຼີເໜືອໃນການທົດລອງສາມຄັ້ງຫຼ້າສຸດ
ເມື່ອບໍ່ດົນນີ້."

ອົງການຂ່າວສານ ເອພີ ລາຍງານວ່າ ປະທານາທິບໍດີ ມູນແຈອິນ ແຫ່ງເກົາຫຼີໃຕ້ ໄດ້ໄຂ
ກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດຂຶ້ນທີ່ທຳນຽບສີຟ້າ ເພື່ອປຶກສາຫາລືເລື່ອງ
ການຍິງລູກສອນໄຟດັ່ງກ່າວ.

ເກົາຫຼີເໜືອ ໄດ້ທົດລອງຍິງລູກສອນໄຟມາຫຼາຍຄັ້ງນັບຕັ້ງແຕ່ຕົ້ນປີກາຍນີ້ ອັນເປັນ ການທົດລອງແບບບໍ່ເຄີຍມີມາກ່ອນ.

ເມື່ອນຶ່ງສັບປະດາກ່ອນ ພຽງຢາງ ໄດ້ຍິງລູກສອນໄຟຂີປະນາວຸດໃນລະດັບສູງຜິດປົກ
ກະຕິຊຶ່ງສະແດງວ່າ ອາດເປັນຊະນິດທີ່ເປັນຈະຫຼວດທີ່ມີເຊື້ອໄຟສອງຊັ້ນ ອາດບິນໄປ
ໄກໄດ້ເຖິງ 4,500 ກມ.

ເວລານັ້ນ ເກົາຫຼີເໜືອ ເວົ້າວ່າ ຕົນໄດ້ຮັບຜົນສຳເລັດໃນການພັດທະນາທົດລອງລູກ
ສອນໄຟຂະໜາດກາງ ແລະ ໄລຍະໄກທີ່ກຳກັບນຳໂດຍຜູ້ນຳ Kim Jong Un ໂດຍມີ ເປົ້າໝາຍແນໃສ່ໃຫ້ມີຄວາມສາມາດແບບຕ່າງກັນ ໃນການນຳພາ "ຫົວລູກສອນໄຟ ນິວເຄຼຍຂະໜາດໜັກໄປໃຫ້ໄດ້ຢ່າງຂະໜານໃຫຍ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG