ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານໃໝ່ ພົບວ່າ ສິດເສລີພາບ ສື່ມວນຊົນ ຢູ່ໃນທົ່ວໂລກ ໄດ້ຫຼຸດລົງ


ພວກນັກຂ່າວແລະສະມາຊິກຂອງຂະບວນການ 6 ເມສາ ພາກັນປະທ້ວງ ຕ້ານການຈຳກັດຮັດແຄບ ກ່ຽວກັບສິດເສລີພາບ ໃນການອອກຂ່າວ ແລະຮຽກຮ້ອງ ໃຫ້ປ່ອຍພວກນັກຂ່າວ ທີ່ຖືກຈັບ ຢູ່ປະເທດອີຈິບ. (10 ກໍລະກົດ 2015)
ພວກນັກຂ່າວແລະສະມາຊິກຂອງຂະບວນການ 6 ເມສາ ພາກັນປະທ້ວງ ຕ້ານການຈຳກັດຮັດແຄບ ກ່ຽວກັບສິດເສລີພາບ ໃນການອອກຂ່າວ ແລະຮຽກຮ້ອງ ໃຫ້ປ່ອຍພວກນັກຂ່າວ ທີ່ຖືກຈັບ ຢູ່ປະເທດອີຈິບ. (10 ກໍລະກົດ 2015)

ອົງການນັກຂ່າວ​ບໍ່​ມີ​ພົມ​ແດນ ຊຶ່ງ​ເປັນກຸ່ມ​ປົກ​ປ້ອງ​ສິດທິ​ຂອງ​ສື່​ມວນ​ຊົນກ່າວ​ວ່າ ສິດ​ເສລີ​ພາບຂອງ​ສື່​ມວນ​ຊົນ​ໄດ້​ຊຸດ​ໂຊມ​ລົງ​ຢ່າງ​ໜັກ​ແລະ​ເປັນ​ທີ່​ລົບ​ກວນ​ທັງໃນ​ລະດັບ​ພູມີພາກ ແລະ​ລະດັບ​ໂລກ.

ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນກ່າວ​ຢູ່​ໃນ​ລາຍ​ງານ​ປະຈຳ​ປີ​ຂອງ​ຕົນທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ມື້ນີ້ວ່າ ​ໂລກ​ຂອງ​ເຮົາ​ກຳລັງ​ກ້າວ​ເຂົ້າສູ່​ຍຸກ​ໃໝ່ ​ໃນ​ການ​ໂຄສະນາຊວນເຊື່ອ​ແລ​ະ ມີ​ຄວາມ​ລັງເລ​ໃຈ ​ທີ່​ຈະ​ພົວພັນ​ໃນ​ການ​ອະພິປາຍຢ່າງ​ເສລີ. ກຸ່ມດັ່ງກ່າວ​ເວົ້າວ່າ ພວກ​ຜູ້ ນຳ​ຂອງ​ໂລກ​ຫຼາຍໆ​ຄົນໄດ້​ພາກັນເກີດຄວາມ​ຫວາດ​ລະ​ແວງກ່ຽວ​ກັບ​ພວກ​ນັກ​ຂ່າວ​ແລະ​ທຳ​ການ​ປາບ​ປາມ​ສື່​ມວນ​ຊົນ ໃນ​ຂະນະ​ທີ່ອົງການຂ່າວ​ຕ່າງໆ ​ທີ່​ເອກະຊົນ​ເປັນ​ເຈົ້າຂອງ​ ໄດ້​ຮັບ​ຄວາມ​ກົດ​ດັນ​ເພີ້ມຂຶ້ນຈາກ​ບັນດາ​ບໍລິສັດ​ທີ່​ມີ​ຜົນ​ປະ​ໂຫຍ​ດ.

ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນເວົ້າ​ວ່າ ສະຖານະ​ການ​ແມ່ນ​ມີ​ຄວາມ​ຮ້າຍ​ແຮງ​ເປັນ​ພິ​ເສດຢູ່​ໃນ​ອາ​ເມຣິກາ​ລາ​ຕິນ ຍ້ອນ​ຄວາມ​ຮຸນ​ແຮງ​ຈາກ​ສະ​ຖາ​ບັນ ການຈັດຕັ້ງອາ​ຊະ​ຍາ​ກຳ ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ການ​ຮວມສູນ​ຂອງ​ສື່​ມວນ​ຊົນ.

​ເອຣິ​ເທ​ຣຍ ​ແມ່ນ​ຖືກ​ຈັດ​ເປັນອັນ​ດັບ​ທີ​ໂຈກ​ ຂອງ​ໂລກ ກ່ຽວ​ກັບ​ສິດ​ເສລີພາບ​ໂດຍ​ທົ່ວ​ໄປ​ຂອງ​ສື່​ມວນຊົນ ຫລຸດ​ຕ່ຳ​ຈາກ​ຊີ​ເຣຍ ຈີນ ​ແລະ​ເກົາຫລີ​ເໜືອ.

ຟິນ​ແລນ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ່​ດີ​ສຸດ ​ຕິດຕາມ​ໂດຍ​ເນ​ເທີ​ແລນ​ແລະ​ນໍ​ເວ. ສ່ວນ​ສະຫະລັດ​ ບ່ອນ​ທີ່​ບັນຫາ​ສຳຄັນ​ສຸດ ​ກໍ​ແມ່ນ​ລາຍ​ງານ ​ກ່ຽວ​ກັບ ​ການ​ຕິດຕາມ​ສອດແນມ​ ທາງ​ອິນ​ເຕີ​ແນັດ​ນັ້ນ ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 41.

ສປປ ລາວຖືກຈັດຢູ່ໃນອັນດັບທີ 17.

ອ່ານຂ່າວນີ້ ເປັນພາສາອັງກິດ

XS
SM
MD
LG