ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານ ແຈ້ງວ່າ ນັກລົບ ລັດອິສລາມ ໄດ້ເພີ້ມຂຶ້ນ ຢ່າງໄວວາ ຍ້ອນມີການເກັບເກນ ທີ່ຊັບຊ້ອນ


ພວກນັກລົບອິສລາມ ເດີນສວນສະໜາມໃນເມືອງ Raqqa, ປະເທດ Syria.
ພວກນັກລົບອິສລາມ ເດີນສວນສະໜາມໃນເມືອງ Raqqa, ປະເທດ Syria.

ມັນ​ເປັນ​ບັນ​ຫາ​ລົບ​ກວນ​ຢ່າງ​ນຶ່ງ ທີ່​ປະ​ເຊີນ​ໜ້າບັນດາອົງການ​ສືບ​ລັບ​ຢູ່​ທົ່ວ​ໂລກ ທີ່​ພ​ະຍາ​ຍາມ​ເຂົ້າ​ໃຈ​ເຖິງ​ປາກົດ​ການ ທີ່​ເຮັດ​ໃຫ້​ຫລາຍ​ສິບ​ພັນ​ຄົນ​ພາກັນ​ໜີ​ອອກ​ຈາກ​ບ້າ​ນ​ເຮືອນ ​ແລະ​ຈັບ​ອາວຸດ​ຕໍ່ສູ້ໃຫ້​ແກ່​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ.

​ແຕ່ການ​ວິ​ເຄາະ​ໃໝ່​ຂອງ​ບັນທຶກຂອງກຸ່ມ​ກໍ່​ການ​ຮ້າຍເອງນັ້ນ ສະ​ແດງ​ໃຫ້​ເຫັນວ່າ​ໃນ​ຂະ ນະ​ທີ່​ພວກເຂົ້າໄປ​ຫາ ກຸ່ມ​ທີ່ປະກາດ​ຕົນ​ເອງ​ວ່າ ເປັນລັດອິສລາມນັ້ນ ມາ​ຈາກ​ຂົງ​ເຂດ​ຕ່າງໆແລະ​ຈາ​ກ​ພື້ນຖານສັງຄົມເສດຖະກິດທີ່​ແຕກ​ຕ່າງ​ກັນ ຫລາຍ​ຄົນ​ໄດ້​ແບ່ງປັນຄວາມ​ຄຽດ​ແຄ້ນ ​ຢ່າງ​ເລິກ​ເຊິ່ງ​ໃນບ່ອນ​ທີ່ເຂົາ​ເຈົ້າ​ຢູ່.

​ແລະ​ການ​ຄົ້ນຄວ້າ​ສະເໜີແນະວ່າ ມັນເປັນຄວາມ​ຮູ້ສຶກ​ວ່າ​ ກຸ່ມ​ລັດ​ອິສລາມ​ຫຼື IS ສາມາດ ສວຍ​ໃຊ້ຢ່າງ​ຊ່ຽວຊານ ໃນ​ຄັ້ງທີນຶ່ງ ​ແລະ​ອາດຈະ​ສວຍ​ໃຊ້ ຕື່ມ​ອີກ​ເປັນຄັ້ງທີສອງ.

ທ່ານ Nate Rosenblatt ນັກ​ຄົ້ນຄວ້າ​ອິດສະຫຼະ ​ແລະ​ນັກ​ຂຽນລາຍ​ງານ ມູນ​ນິທິ​ອາ​ເມ ຣິກາ​ໃໝ່ ທີ່ມີຊື່ວ່າ ພວກນັກລົບສົງຄາມສັກສິດທັງໝົດແມ່ນຄົນທ້ອງຖິ່ນຫຼື All Jihad is Local​ ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ຄວາມບໍ່ພໍໃຈ ເປັນເລື້ອງ​ທີ່​ມັກ​ເກີດ​ຂຶ້ນ ທີ່​ທ່ານ​ສາ​ມາດ​ນຳມາຕິດ​ຕໍ່​ເຂົ້າກັນ ຢູ່​ໃນ​ຫຼາຍໆ​ບ່ອນຂອງສະຖານທີ່ເຫລົ່ານີ້​.”

ມັນ​ບໍ່​ພໍ​ພຽງ​ແຕ່​ຄວາມ​ໃຈ​ຮ້າຍ​ເຫລົ່າ​ນີ້ ​ທີ່​ເຮັດ​ໃຫ້​ຜູ້ຄົນ​ໄປ​ເຂົ້າ​ຮ່ວມກັບກຸ່ມລັດ​ອິສລາມຫຼື ກຸ່ມ ISIS ຢູ່​ໃນ​ບັນດາ​ເຂດ​ເຫລົ່າ​ນີ້ ​ແຕ່​ວ່າກຸ່ມ ISIS ຍັງ​ຂົນ​ຂວາ​ຍຢ່າງ​ບໍ່​ລົດ​ລະ ອີງຕາມ​ເລື້ອງແບບດຽວ​ກັນ​ນີ້.” ທ່ານ​ກ່າວໂດຍໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ.

ຄວັນໄຟພູຂຶ້ນສູ່ທ້ອງຟ້າ ຈາກການໂຈມຕີທາງອາກາດຂອງແນວໂຮມ ທີ່ນຳພາໂດຍສະຫະລັດ.
ຄວັນໄຟພູຂຶ້ນສູ່ທ້ອງຟ້າ ຈາກການໂຈມຕີທາງອາກາດຂອງແນວໂຮມ ທີ່ນຳພາໂດຍສະຫະລັດ.

ທ່ານ Rosenblatt ​ໄດ້​ຄົ້ນຄວ້າເບິ່ງໃບລົງທະບຽນນັກລົບຕ່າງປະເທດຫຼາຍກວ່າ 3,500 ​ສະບັບ ທີ່​ໄດ້​ເກັບ​ກຳ​ມາຈາກພວກ​ເຈົ້າ​ໜ້າ​ທີ່ກຸ່ມ IS ຢູ່​ຕາມ​ຊາຍ​ແດນ ​ເທິ​ກີຕິດກັບຊີເຣຍ ແຕ່​ກາງ​ປີ 2013 ຫາ 2014 ​ແລະ​ຕໍ່ມາ​ໄດ້ມີການ​ຮົ່ວ​ໄຫລ​ໂດຍຜູ້ໂຕນໜີຈາກຸ່ມ IS ໃນ​ປີ 2016.

ຖ້າເບິ່ງຢ່າງຜິວເຜີຍ ປາກົດ​ວ່າ ເອກະສານເຫຼົ່ານີ້ໃຫ້ການຢືນຢັນວ່າ ມີ​ພຽງ​ໜ້ອຍ​ດຽວ​ເທົ່າ ນັ້ນທີ່​ພວກ​ນັກ​ລົບ​ຫລາຍ​ຄົນ​ໄດ້​ມີ​ສິ່ງ​ທີ່​ຄ້າຍຄື​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG