ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການນິລະໂທດກຳ ກ່າວ​ຫາກຸ່ມ Hamas ​ກໍ່ອາຊະຍາກຳ ສົງຄາມ


ຊາວໜຸ່ມປາແລັສໄຕ ຖືທຸງຊາດ ຂອງກຸ່ມ Hamas
ຊາວໜຸ່ມປາແລັສໄຕ ຖືທຸງຊາດ ຂອງກຸ່ມ Hamas

ກຸ່ມປົກປ້ອງສິດທິ​ມະນຸດ​ສາກົນກຸ່ມນຶ່ງ​ກ່າວ​ວ່າ ພວກຫົວ​ຮຸນ​ແຮງ
Hamas ​ໄດ້​ກໍ່ອາຊະຍາ ກຳສົງຄາມ ໂດຍການ​ລັກ​ພາ​ຕົວ ທໍລະ
ມານ ແລະ​ເຂັນ​ຂ້າ​ຊາວປາ​ແລັສ​ໄຕ ໃນ​ເຂດ Gaza ​ໃນຂະນະ​ທີ່
ເກີດບັນຫາຂັດແຍ້ງກັບ Israel ໃນປີກາຍນີ້.

ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້​ກ່າວໃນ​ລາຍ​ງານ​ ທີ່ອອກໃນວັນ
​ພຸດ ວານ​ນີ້ວ່າ ມີຊາວປາ​ແລັສ​ໄຕ 23 ຄົນ ​ໄດ້​ຖືກ​ຍິງ​ຕາຍ​ແລະ
​ອີກ​ຫຼາຍ​ສິບ​ຄົນ ​ໄດ້​ຖືກ​ຈັບ​ກຸມ ​ແລະ​ທໍລະມານ ​ໂດຍ​ກຸ່ມ​ຫົວ​ຮຸນ
​ແຮງ Hamas ທີ່​ຄວບ​ຄຸມ​ເຂດ Gaza ​ໃນ​ລະຫວ່າງ​ການ​ຂັດແຍ້ງ
ກັນ​ນັ້ນ. ລາຍ​ງານ​ຍັງ​ກ່າວ​ວ່າ ການ​ທີ່​ຊາວປາ​ແລັສ​ໄຕ ​ຕົກເປັນ​ເປົ້າ​ໝາຍ​ນີ້ ​ອາດ​ຈະແມ່ນ ​ຍ້ອນ​ເປັນຄູ່ປໍ ລະປັກທາງ​ການ​ເມືອງຂອງ​ກຸ່ມ Hamas ຫຼື​ບໍ່ ກໍ​ຜູ້​ຄົນທີ່ຖືກ​ກ່າວ​ຫາ​ວ່າ ສົມຮູ້​ຮ່ວມ​ຄິດ​ກັບ Israel.

ລາຍ​ງານ​ຍັງ​ໄດ້​ເນັ້ນ​ເຖິງ​ເຫດການ​ບັ້ນ​ນຶ່ງ ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 22 ສິງຫາ ​ທີ່​ມີ​ຊາຍ 6 ຄົນ ​
ໄດ້​ຖືກ​ສັງຫານ​ໂດຍເປັນການເປີດເຜີຍ ໂດຍກອງ​ກຳລັງ​ຂອງກຸ່ມ Hamas ຢູ່​ນອກ​ວັດອິສ ລາມແຫ່ງນຶ່ງ ຕໍ່ໜ້າ​ຝູງ​ຊົນທີ່​ມາ​ເບິ່ງ ຈຳນວນ​ຫຼາຍ​ຮ້ອຍ​ຄົນ ຊຶ່ງ​ຮວມກັບ​ພວກ​ເດັກນ້ອຍ​ນຳ.

ລາຍ​ງານລະບຸ​ວ່າ ກຸ່ມ Hamas ​ໃຊ້​ສົງຄາມ​ເພື່ອ​ຕອບໂຕ້ຢ່າງ “ປ່າ​ເຖື່ອນ” ​ໃນ​ການ​ກະທຳ​ທີ່ແກ້​ແຄ້ນ ​ແລະ​ສ້າງ​ຄວາມ​ຢ້ານ​ກົວ ​ໄປ​ທົ່ວ​ເຂດ Gaza. ລາຍ​ງານ​ຍັງ​ໄດ້​ກ່າວ​ອີກ​ວ່າ ຜູ້​ຄົນ 16 ຄົນ​ ທີ່​ຖືກ​ສັງຫານ​ນັ້ນ ​ແມ່ນ​ຢູ່​ໃນ​ກຳມື​ຂອງ​ກຸ່ມ Hamas ກ່ອນ​ທີ່​ການຂັດແຍ້ງ​ຈະ​ເລີ້ມ​ຂຶ້ນ​ນັ້ນ.

ອົງການ​ນິລະ​ໂທດ​ກຳ​ສາກົນ ຍັງ​ໄດ້​ກ່າວ​ຫາກຸ່ມ Hamas ນຳ​ໃຊ້​ການ​ທໍລະມານ ​ເພື່ອ​ບີບ​ຄັ້ນ ​ພວກ​ທີ່​ຖືກ​ຈັບ​ກຸມ​ໃຫ້ສາລະພາບ.

ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້​ກ່າວ​ວ່າການທໍ​ລະ​ມານ ​ແລະ​ການ​ປະຕິບັດແບບໂຫດຮ້າຍ ຕໍ່​ພວກ​ຖືກຄຸມ​ຂັງ​ໃນ​ບັນຫາຂັດແຍ້ງດ້ວຍອາວຸດນັ້ນ ເປັນການກໍ່ອາຊະຍາກຳສົງຄາມ,
​ດັ່ງ ດຽວກັນກັບການປະຫານຊີວິດແບບຮວບຮັດຕັດຕອນ. ອົງການນິລະໂທດກຳ​ຍັງ​ໄດ້​ຮຽກ ຮ້ອງໃຫ້ພວກ​ບໍລິ​ຫານ​ໃນເຂດ Gaza ເພື່ອສົ່ງ​ຂໍ້ຄວາມ​ເຖິງ​ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດ​ກົດ
ໝາຍວ່າ​ພວກ​ທີ່​ຖືກ​ຄຸມ​ຂັງນັ້ນ​ຕ້ອງ​ໄດ້​ຮັບ​ການ​ກຳກັບ​ນຳ​ຢ່າງ​ມີ​ມະນຸດ​ທຳ ​ໃນ​ທຸກ​ເວລາ.

​ເຈົ້າ​ໜ້າ​ທີ່​ຂອງ ກຸ່ມ Hamas ທ່ານ Salah Bardawil ​ໄດ້​ບອກ​ກັນ​ອົງການ​ຂ່າວ AP
ທີ່​ວ່າ ກຸ່ມ Hamas ​ພວມ​ສືບ​ສວນ​ສອບສວນ ​ເບິ່ງ​ລາຍ​ລະອຽດ​ຕ່າງໆ​ຂອງ​ລາຍ​ງານ.

XS
SM
MD
LG