ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW ຮຽກຮ້ອງໃຫ້ ສະຫະພາບຢູໂຣບ ສືບຕໍ່ການກູ້ໄພ ອົບພະຍົບທາງທະເລ


ພວກອົບພະຍົບພາກັນລໍຖ້າຈະອອກຈາກເຮືອຂອກອງທັບເຮືອໄອຣ໌ແລນ.
ພວກອົບພະຍົບພາກັນລໍຖ້າຈະອອກຈາກເຮືອຂອກອງທັບເຮືອໄອຣ໌ແລນ.

ກຸ່​ມປົກປ້ອງ​ສິດທິ​ມະນຸດ​ສາກົນກຸ່ມນຶ່ງໄດ້​ຮຽກຮ້ອງ​ໃຫ້ສະຫະ
ພາບ​ຢູ​ໂຣບ “ສືບຕໍ່ການ​ປະຕິບັດ​ງານ​ຊອກ​ຫາ ​ແລະ​ກູ້​ໄພທີ່
ເຂັ້ມແຂງ” ​ເພື່ອຊ່ວຍ​ພວກ​ອົບ​ພະ​ຍົບ ທີ່​ຊອກ​ຫາ​ບ່ອນ​ລີ້​ໄພ
​ໃນ​ຂະນະ​ທີ່​ອົບພະຍົບຫລາຍ​ພັນ​ຄົນ ພາກັນ​ຂ້າມທະ​ເລ
Mediterranean ​ແລະ​ຢູ​ໂຣບດີ້ນ​ລົນພັດທະນາ​ນະ​ໂຍບາຍ
​ໃໝ່ ​ເພື່ອຮັບມືກັບວິ​ກິດ​ການ​ດັ່ງກ່າວ.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ Human Rights Watch ຫຼື HRW
​ໄດ້​ເຜີ​ຍ​ແຜ່​ລາຍ​ງານສະບັບນຶ່ງ ຮຽກຮ້ອງ​ໃຫ້ບັນດາ​ຜູ້ນຳສະ
ຫະພາບ​ຢູ​ໂຣບ​ໃຫ້ບູລິມະສິດ ແກ່ເລື້ອງສິດທິມະນຸດເວລາ​ເຂົາ
​ເຈົ້າສອບຖາມ​ອົບ​ພະຍົບ ຢູ່ທີ່​ກອງ​ປະຊຸມ​ສຸດ​ຍອດໃນ​ອາທິດ
​ໜ້າ ຄືລະຫວ່ງວັນທີ 25 ​ຫາ 26 ມິຖຸນາຈະ​ມາ​ເຖິງ​ນີ້.

ກຸ່ມ​ປົກປ້ອງສິດ​ທິມະນຸດກຸ່ມນີ້ກ່າວ​ວ່າ​ ຕົນ​ໄດ້​ສຳພາດອົບ​ພະ​ຍົບທີ່​ຫາ​ກໍ່​ມາ​ເຖິງ ຫວ່າງ​ມໍ່ໆ
​ມາ​ນີ້ 150 ຄົນ ທີ່​ໝູ່​ເກາະຂອງອີ​ຕາ​ລີ ​ແລະ​ກຣິສ ຊຶ່ງເປັນ​ເປົ້າ​ໜາຍ​ທີ່ສຳຄັນໃນການ​ເດີນ
ທາງ​ຂອງຜູ້ຄົນ​ທີ່​ຫລົບໜີ​ຈາກພາກຕາ​ເວັນ​ອອກ​ກາງແລະ ​ອາ​ຟຣິກາ ໄປສູ່​ຢູ​ໂຣບ. ​HRW
ກ່າ​ວວ່າ ພວກ​ອົບ​ພະຍົບຫລາຍ​ຄົນ​ກ່າວ​ວ່າ ​ເຂົາ​ເຈົ້າ​ພະຍາຍາມຫລົບໜີ​ຈາກ​ການ​ລະເມີດ
ສິດທິ​ມະນຸດ ຢູ່​ໃນ​ປະ​ເທດ​ຂອງ​ເຂົາເຈົ້າ.

ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ມີ​ການ​ເພີ້​ມທະວີຂື້ນ​ຂອງພວກອົບ​ພະຍົບ ທີ່​ສ່ຽງ​ຕໍ່​ການ​ເດີນ ທາງ​ຂ້າມ​
ທະ​ເລ. ບັນດາ​ຜູ້​ສັງ​ເກດ​ການ​ກ່າວ​ວ່າ ຖິ້ມໂທດໃສ່ສະພາ​ບທີ່​ຊຸດໂຊມ​ລົງ​ໃນ​ປະ​ເທດ​ລີ​ເບຍ
ຊຶ່ງບ້ານເມືອງບໍ່ມີຂື່ມີແປ ອັນເປັນຈຸດເລີ້ມອອກເດີນທາງໃນ ອາ​ຟຣິກາເໜືອຂອງ​ພວກ​ອົບ
​ພະຍົບ​. ພວກ​ອົບ​ພະຍົບຫລາຍ​ຄົນ​ພາກັນ​ມາ​ຈາກ Syria, Nigeria, Mali ​ແລະ Eritrea
ເພື່ອຫລົບໜີ​ຈາກ​ສົງຄາມ ກນປະຫັດ ປະຫານດ້ານ​ການ​ເມືອງ ​ແລະ​ຄວາມ​ລຳ​ບາກດ້ານ​ເສດຖະກິດ.

ທ່ານ​ນາງ Judith Sunderland ​ເຈົ້າ​ໜ້າ​ທີ່​ຄົ້ນຄວ້າຂັ້ນ​ສູງ​ຂອງຢູ​ໂຣບຕາ​ເວັນ​ຕົກ ທີ່​ຫ້ອງການ​ສິດທິ​ມະນຸດ HRW ​ແລະ​ຜູ້​ຂຽນ​ລາຍ​ງານສະບັບນີ້ ກ່າວວ່າ “ສ່ວນ​ຫລາຍ ​ຂອງ​ພວກ​ທີ່​ຂ້າມທະ​ເລ Mediterranean ແມ່ນພາກັນ​ສ່ຽງ​ສູງ ​ເພາະວ່າ​ເຂົາ​ເຈົ້າ​ຈຳ​ເປັນ ບໍ່​ແມ່ນ​ເຂົາ​ເຈົ້າ​ຢາກ​ເຮັດ. ການ​ຊ່ວຍ​ຊີວິດ ​ແລະ​ເພີ້​ມ​ເສັ້ນ​ທາງ​ການ​ເດີນທາງ​ທີ່​ປອດ​ໄພ​ໄປສູ່​ຢູ​ໂຣບ ຄວນ​ເປັນ​ບູລິມະສິດຂອງສະ​ຫະ ພາບ​ຢູ​ໂຣບ ​ໃນ​ຂະນະ​ທີ່ໃຫ້ການ​ຄໍ້າປະກັນ​ວ່າ ການ​ປະສານ​ງານ​ທັງ​ໝົດ​ກັບບັນ ດາ​ປະ​ເທດ​ຕ່າງໆ ອັນ​ເປັນທີ່​ມາ ​ແລະ​ບັນດາ​ປະ​ເທດ​ຂ້າມ​ຜ່ານ ​ໃຫ້ການ​ນັບຖືມາດຕະຖານ​ສິດທິ​ມະ​ນຸດຂອງນາໆຊາດ.

HRW Migrants
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG