ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກ.ໝ. ປະກັນໄພ ສຸຂະພາບ ອາດເຮັດໃຫ້ ຄົນໃຊ້ເວລາ ເຮັດວຽກ ໜ້ອຍລົງ (ວີດີໂອ)


ລັດຖະສະພາສະຫະລັດ ທໍານາຍ​ວ່າ ກົດໝາຍ​ປະຕິ​ຮູບ​ປະກັນ​ໄພ​ສຸຂະ​ພາບໃໝ່ ຈະ​ເຮັດ​ໃຫ້​​ວຽກ​ເຮັດງານ ທຳຫຼຸດໜ້ອຍລົງ
ລັດຖະສະພາສະຫະລັດ ທໍານາຍ​ວ່າ ກົດໝາຍ​ປະຕິ​ຮູບ​ປະກັນ​ໄພ​ສຸຂະ​ພາບໃໝ່ ຈະ​ເຮັດ​ໃຫ້​​ວຽກ​ເຮັດງານ ທຳຫຼຸດໜ້ອຍລົງ
ລາຍ​ງານ​ສະບັບ​ນຶ່ງ ຈາກ​ຫ້ອງການ​ງົບປະມານ ລັດຖະສະພາ
ສະຫະລັດທໍານາຍ​ວ່າ ກົດໝາຍ​ປະຕິ​ຮູບ​ປະກັນ​ໄພ​ສຸຂະ​ພາບ
ໃໝ່ ຈະ​ເຮັດ​ໃຫ້ວຽກ​ເຮັດງານທຳຫຼຸດໜ້ອຍລົງ ຄືວຽກເຕັມເວ
ລາຈະຫລຸດ​ລົງ ​ຫລາຍ​ກວ່າ 2 ລ້ານຕຳແໜ່ງ.

ລາຍງານທີ່ນຳອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ອາດ​ຈະ​ກໍ່
​ໃຫ້ເກີດມີການອະພິປາຍ​ກັນວ່າ ກົດໝາຍ​ປະຕິ​ຮູບ​ປະກັນ​ໄພ
​ສຸຂະພາບ ທີ່​ຮູ້​ກັນໃນນາມ “Obmacare” ນັ້ນ ເປັນຜົນ​ດີ​ຕໍ່
​ເສດຖະກິດ​ຫລື​ບໍ່. ​ຫ້ອງການ​ງົບປະມານລັດຖະສະພາສະຫະ
ລັດ ລາຍ​ງານ​ວ່າ ຖ້າ​ຫາກ​ວ່າ ​ປະກັນ​ໄພ​ສຸຂະພາບຂອງ​ຄົນ
ຫາກບໍ່​ມີສ່ວນກ່ຽວຂ້ອງພົວພັນກັບ​ສະພາບ​ວຽກ​ງານ​ຂອງ​ເຂົາ​
ເຈົ້າແລ້ວ ຈໍານວນ​ໜ້ອຍ​ກວ່າຈະ​ເລືອກເອົາເລື່ອງວຽກເຮັດ​ ແລະ​ພວກ​ທີ່​ສືບຕໍ່ເຮັດ​ວຽກ
ນັ້ນ ອາດ​ເລືອກເອົາ​ການເຮັດ​ວຽກ ໃນເວລາໜ້ອຍ​ລົງ. ການ​ທໍານາຍກ່ຽວກັບການຫລຸດ
ຊົ່ວ​ໂມງລົງນີ້ເມື່ອຮວມເຂົ້າກັນແລ້ວ ແມ່ນ​ປະມານ 2 ລ້ານ 5 ​ແສນ​ໜ້າວຽກທີ່ເຕັມ​ເວລາ ຊຶ່ງຈະຫລຸດລົງ ພາຍ​ໃນ​ປີ 2024.

ຜູ້​ທີ່​ຕິ​ຕຽນ Obamacare ຮວມ​ທັງສະມາຊິກພັກຣີພັບບລີກັນຫຼາຍຄົນ​ກ່າວ​ວ່າ ການ​ຄົ້ນ
​ພົບ​ນີ້ສະ​ແດງ​ວ່າ ​ແຜນ​ດັ່ງກ່າວ​ໃນທີ່ສຸດຈະ​ມີ​ຜົນ​ສະທ້ອນໃນທາງທີ່ບໍ່ດີ​ຕໍ່​ເສດຖະກິດ.

ທໍານຽບຂາວໄດ້ກ່າວປ້ອງ​ກັນ Obamacare ​ໂດຍ​ເວົ້າ​ວ່າ ລາຍ​ງານ​ບໍ່​ໄດ້​ສະ​ເໜີ​ໃຫ້​ເຫັນ
​ຫລັກ​ຖານ​ວ່າ ການ​ເຮັດ​ວຽກ​ບໍ່​ເຕັມເວລາ​ໄດ້​ເພີ້​ມຂື້ນອັນ ເປັນຜົນຂອງກົດໝາຍ​ປະຕິຮູບ
ປະກັນໄພສຸຂະພາບ ​ທີ່​ອອກ​ນໍາ​ໃຊ້​ໃນ​ທ້າ​ຍປີ​ແລ້ວ​ນີ້.

ລາຍງານ​ກ່າວ​ວ່າ ຜົນ​ກະທົບ​ໃນ​ລະຍະ​ຍາວຈາກກົດໝາຍ​ປະຕິ​ຮູບ​ປະກັນ​ໄພສຸຂະ​ພາບ
ຍັງ​ບໍ່​ແຈ່ມ​ແຈ້ງເທື່ອ. ມັນ​ກ່າວ​ວ່າ​ໃນ​ໄລຍະຕໍ່ໄປ ຫລາຍ​ຄົນ​ຄາດ​ວ່າ​ ຈະ​ຖື​ໂອກາດ​ນີ້ ສະ
ແຫວງເອົາຜົນ​ປະ​ໂຫຍ​ດຈາກ​ທາງ​ເລືອກ​ໃໝ່ ​ເພາະສະ​ນັ້ນການ​ລົງ​ທະບຽນ​ຄາດ​ວ່າ ​ຈະ
​ເພີ້​ມຂື້ນ​ຢ່າງ​ຫລວງ​ຫລາຍ ​ໃນ​ປີ 2015 ​ແລະປີ 2016.

ວີດີໂອ ກ່ຽວກັບສຸຂະພາບ ຂອງຊາວອາເມຣິກັນ:

Studies: Americans Sicker Than Citizens of Other Developed Countries
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG