ລິ້ງ ສຳຫລັບເຂົ້າຫາ

ຄວາມຜິດພາດ ຂອງມະນຸດ ຄືສາເຫດ ທີ່ພາໃຫ້ ເຮືອບິນ ສາຍການບິນລາວຕົກ ໃນປີ 2013


ຍານາງ Melissa Rhodes-Smith ແລະທ່ານ Geoff Rhodes ຖືຮູບລູກຊາຍເຂົາເຈົ້າ ທ້າວ Gavin Rhodes ພ້ອມດ້ວຍພັນລະຍາຂອງລາວ ນາງພູມະໄລສີ ແລະລູກ 2 ຄົນ ທີ່ນະຄອນວຽງຈັນ (28 ພະຈິກ 2014 ໂດຍ Ron Corben ຜູ້ສື່ຂ່າວ VOA)

​ພວກນັກຊ່ຽວຊານ ດ້ານການບິນ ໃນເຂດເອເຊຍປາຊີຟິກ ພວມ
ຮຽກຮ້ອງໃຫ້ມີການເນັ້ນໜັກຫຼາຍຂຶ້ນກ່ຽວກັບການເຝິກແອບນັກ
ບິນ ໃນຂະນະທີ່ບັນດາປະເທດຕ່າງໆຢູ່ໃນຂົງເຂດພວມກະກຽມ
ເພື່ອຮັບມື ກັບການເພີ້ມຂຶ້ນຢ່າງວ່ອງໄວ ຂອງຖ້ຽວບິນໂດຍສານ
ໃນຊຸມທົດສະວັດຕໍ່ໜ້ານີ້. Ron Corben ນັກຂ່າວວີໂອເອ ລາຍ
ງານວ່າ ການຮຽກຮ້ອງດັ່ງກ່າວນີ້ ມີຂຶ້ນໃນຂະນະທີ່ສາຍການບິນ
ລາວ ນຳອອກເຜີຍ ແຜ່ລາຍງານ ( report ) ຢ່າງເປັນທາງການ
ກ່ຽວກັບສາເຫດທີ່ພາໃຫ້ຖ້ຽວບິນໂດຍສານພາຍໃນປະເທດຂອງ
ສາຍການບິນດັ່ງກ່າວ ປະສົບອຸບັດຕິເຫດຕົກ ເມື່ອເດືອນຕຸລາປີ
ກາຍ ທີ່ເຮັດໃຫ້ຜູ້ໂດຍສານ ແລະພະນັກງານ ປະຈຳເຮືອບິນ 49
ຄົນເສຍຊີວິດ ຮວມທັງຊາວຕ່າງປະເທດ ນຳດ້ວຍ ດັ່ງໄພສານຈະ
ນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຖ້ຽວບິນ QV 301 ຂອງສາຍການບິນລາວ ແມ່ນບິນຈາກນະຄອນຫຼວງວຽງຈັນ ໄປຍັງ ເມືອງປາກເຊໃນແຂວງຈຳປາສັກ ທາງພາກໃຕ້ຂອງລາວ ເມື່ອເດືອນຕຸລາປີ 2013 ເວ ລາເຮືອບິນສອງໝາກປິ່ນ ທີ່ຂັບດັນດ້ວຍຈັກອາຍພົ່ນຫຼື turboprop ໄດ້ປະສົບອຸບັດຕິ ເຫດຕົກໃນລະຫວ່າງທີ່ເກີດລົມຝົນພາຍຸຢ່າງແຮງຂະນະທີ່ພະຍາຍາມລົງຈອດເປັນຄັ້ງ ທີສອງ.

ເຫດຮ້າຍໃນຄັ້ງນັ້ນ ໄດ້ສັງຫານທຸກໆຄົນ ທີ່ຢູ່ເທິງເຮືອບິນ ປະກອບດ້ວຍ ປະຊາຊົນ ທີ່ ມາຈາກ 10 ປະເທດ ຮວມທັງອອສເຕຣເລຍ ຝຣັ່ງ ໄທ ເກົາຫລີໃຕ້ ຫວຽດນາມ ຈີນ ໄຕ້-
ຫວັນ ແລະສະຫະລັດ.

ໃນວັນສຸກແລ້ວນີ້ ລັດຖະບານລາວ ໄດ້ເປີດເຜີຍລາຍງານຢ່າງເປັນທາງການກ່ຽວກັບອຸ ບັດຕິເຫດຕໍ່ສື່ມວນຊົນລາວ ຕະຫລອດທັງພວກຍາດພີ່ນ້ອງ ຂອງພວກເຄາະຮ້າຍ ທີ່ໄດ້ ຖືກເຊື້ອເຊີນມາໃນຖານະແຂກຂອງສາຍການບິນລາວ ຢ່າງເປັນການສະເພາະ.

ລາຍລະອຽດດັ່ງກ່າວ ທີ່​ມີ​ການ​ນຳອອກອາກາດທາງໂທລະພາບຂອງລາວເຊັ່ນ ດຽວກັນ ເວົ້າວ່າ ໃນລະຫວ່າງທີ່ເກີດພາຍຸຝົນນັ້ນນັກບິນໄດ້ຕັດສິນໃຈໃນນາທີສຸດທ້າຍບໍ່ນຳ​ເອົາ ເຮືອບິນລົງຈອດ ທີ່ສະໜາມບິນ ​ເພື່ອ​ຈະພະຍາຍາມ ລົງມາຈອດເທື່ອທີສອງ ​ແຕ່​ວ່າໃນ
​ຕອນ​ທີ່​ຍົກ​ເລີກ​ການ​ລົງ​ຈອດ​ນັ້ນເຮືອບິນ​ໄດ້​ຢູ່​ໃນ​ລະດັບ​ທີ່ຕ່ຳກວ່າລະດັບທີແນະນຳໄວ້ ແລະມີການລ້ຽວຂວາຢ່າງກະທັນຫັນ.

“ຖືກຕັ້ງໄວ້ໃນລະດັບ 600 ຟຸດຫຼື 183 ແມັດ ການບິນຂຶ້ນຄືນດ້ວຍການລ້ຽວຂວາ ແຕ່ບໍ່ໄຕ່ລະດັບຄວາມສູງຕາມວົງຈອນການບິນຂຶ້ນຄືນທີ່ຖືກກຳນົດໄວ້ຢູ່ໃນແຜນ ວາດລົງເດີ່ນ VOR ແລະ VME ຂໍ້ມູນຈາກກ່ອງບັນທຶກຂໍ້ມູນການບິນພົບວ່າເຮືອ ບິນໄດ້ຊັກຫົວລົງ ດ້ວຍມູມເຖິງລົບ 2.5 ອົງສາຊຶ່ງເປັນສາເຫດພາໃຫ້ເຮືອບິນ ບິນ ລົງຕ່ຳກວ່າລະດັບ 600 ຟຸດ ຫຼື 183 ແມັດ.”

ລາຍງານເວົ້າວ່າ ດ້ວຍເຫດນີ້ ເຮືອບິນຈຶ່ງໄດ້ຕຳກັບກົກໄມ້ທີ່ຢູ່ເທິງດອນກາງແມ່ນ້ຳຂອງ. ລຳໂຕຂອງເຮືອບິນ ໄດ້ຕຳກັບແຄມຝັ່ງ ແລະຈາກນັ້ນກໍພຸ່ງລົງໄປໃນລຳແມ່ນ້ຳຂອງ. ທຸກ ຄົນທີ່ຢູ່ເທິງເຮືອບິນເສຍຊີວິດຍ້ອນແຮງກະທົບ.

ພວກເຄາະຮ້າຍ ແມ່ນຮວມທັງຄອບຄົວນຶ່ງ ຂອງຊາວອອສເຕຣເລຍ ສີີ່ຄົນ ທ້າວ Gavin Rhodes ພ້ອມພັນລະຍາຂອງລາວ ນາງພູມະໄລສີ ຜູ້ກ່ຽວມີກຳເນີດເປັນຄົນລາວ ແລະ ລູກນ້ອຍຂອງພວກເຂົາເຈົ້າສອງຄົນ. ພໍ່ຂອງທ້າວ Gavin ທ່ານ Geoff Rhodes ອາຍຸ
71 ປີ ຈາກນະຄອນຊິດນີ ໃຫ້ການຊີ້ແຈງກ່ຽວກັບວ່າ ເປັນຫຍັງທ່ານຈຶ່ງຢາກຈະຕາງໜ້າ ໃຫ້ລູກຊາຍຂອງລາວ ໃນຂະນະທີ່ມີການເປີດເຜີຍລາຍງານດັ່ງກ່າວນີ້. ລາວສະຫຼຸບກ່ຽວ ກັບການຄົ້ນພົບວ່າ:

“ການຕີຄວາມຂອງຂ້ອຍກໍຄືວ່າ ມີຄວາມຜິດພາດຢູ່ 3 ຢ່າງດ້ວຍກັນ ຄືຄວາມຜິດ ຂອງນັກບິນ ຄວາມຜິດຂອງລະບົບ ແລະຄວາມຜິດຂອງອຸບປະກອນ ແລະ ຂໍ້ສະ ເໜີແນະທີ່ພວກເຂົາເຈົ້າໄດ້ເວົ້າມາ ກ່ຽວ​ກັບ​ວ່າ ພວກເຂົາເຈົ້າຈະປັບປຸງໄດ້ແນວ ໃດນັ້ນ ສຳ​ຫລັບຂ້ອຍ​ແລ້ວ ເບິ່ງຄືວ່າ ​ເຂົາ​ເຈົ້າຈະພະຍາຍາມ ແລະ ພິຈາລະນາ ເບິ່ງທັງສາມຢ່າງນັ້ນ. ມັນ​ເຮັດ​ໃຫ້ຂ້ອຍມີຄວາມຮູ້ສຶກ​ແຕກ​ຕ່າງ​ໄປ​ຫລື​ບໍ່? ບໍ່, ບໍ່ ຂ້ອຍບໍ່ຮູ້ສຶກແຕກຕ່າງໄປເລີຍ.”

ລາຍງານກ່ຽວກັບເຫດຮ້າຍດັ່ງກ່າວມີຂຶ້ນໃນຂະນະທີ່ອຸດສາຫະກຳການບິນຢູ່ໃນຂົງເຂດ ເອເຊຍປາຊີຟິກ ພວມກ້າວເດີນໄປສູ່ເສັ້ນທາງ ໃນການເຕີບໃຫຍ່ຂະຫຍາຍໂຕຢ່າງວ່ອງ ໄວໃນຊຸມທົດສະວັດຕໍ່ໜ້ານີ້.

ເມື່ອໄວໆມານີ້ ສະມາຄົມການຂົນສົ່ງທາງອາກາດນາໆຊາດຫຼື IATA ໄດ້ຮຽກຮ້ອງໃຫ້ສືບ
ຕໍ່ເສີມຄວາມເຂັ້ມແຂງກ່ຽວກັບມາດຕະການດ້ານຄວາມປອດໄພແລະປັບປຸງໂຄງລ່າງພື້ນ
ຖານລາຄາຖືກແລະການຄວບຄຸມກ່ຽວກັບສະພາບແວດລ້ອມນັ້ນ.

ເປັນທີ່ຄາດກັນວ່າ ຈະມີຜູ້ໂດຍສານ ປະມານ 3 ພັນ 300 ລ້ານຄົນໃນທົ່ວໂລກເດີນທາງ ໂດຍທາງອາກາດ ໃນປີນີ້ ແລະມີການທຳນາຍວ່າ ຈະເພີ້ມຂຶ້ນເປັນ 7 ພັນ 300 ລ້ານຄົນ ພາຍໃນປີ 2034. ອົງການ IATA ເວົ້າວ່າ ໃນໄລຍະສອງທົດສະວັດຕໍ່ໜ້າຂົງເຂດເອເຊຍ ປາຊີຟິກຄາດວ່າຈະປະກອບເປັນປະມານສອງສ່ວນສາມຂອງການເຕີບໂຕໃນໂລກ. ແຕ່ ທ່ານ Hugh Ritchie ຫົວໜ້າທີ່ປຶກສາ ດ້ານການບິນນາໆຊາດກ່າວວ່າ ການເຕີບໂຕມັກ ຈະໄວກວ່າ ຄວາມສາມາດຂອງພາກສ່ວນການບິນ ຂອງຂົງເຂດ ​ໃນ​ການສ້າງຊັບພະຍາ ກອນມະນຸດ ເພື່ອຮັບມືກັບການປ່ຽນແປງຢ່າງວ່ອງໄວດັ່ງກ່າວນີ້.

“ບັນຫາຂອງຂ້າພະເຈົ້າກັບຄວາມປອດໄພທາງອາກາດໃນພາກສ່ວນນີ້ຂອງໂລກ ກໍຄືວ່າ ເຂົາເຈົ້າເຕີບໂຕໄວຫຼາຍ. ພວກເຂົາເຈົ້າພະຍາຍາມ ຈະສ້າງລະບົບທີ່​ໄດ້ ມາດຕະຖານຂອງນາໆຊາດ. ເບິ່ງທາງນອກແລ້ວກໍຄືວ່າ ເຂົາເຈົ້າພວມ​ເຮັດ​ເຊັ່ນ​
ນັ້ນ ແຕ່ຖ້າຫາກເຂົ້າໄປເບິ່ງຫລັງສາກ ແລະເບິ່ງໄປຍັງ ພາກສ່ວນການປະຕິບັດ
ງານ​ໂຕຈິງແລ້ວ ຂ້າພະເຈົ້າຄິດວ່າ ພວກເຂົາບໍ່​ໄດ້ບັນລຸລະດັບເຫຼົ່ານີ້ເລີຍ.”

ທ່ານ Ritchie ເວົ້າວ່າ ເກືອບວ່າສະເໝີໄປຢູ່ໃນເຂດເອເຊຍມັກຈະມີຄວາມລັງເລໃຈໃນ ການຕັດສິນໃຈທີ່ສຳຄັນໆທີ່ຈະສົ່ງຜົນ​ໃຫ້ອຸດສາຫະກຳການບິນໃນເຂດເອເຊຍປາຊີຟິກ ກ້າວໄກໄປໜ້າ.

ກຸ່ມຄຸ້ມຄອງຄວາມປອດໄພທາງອາກາດ ຂອງເຂດເອເຊຍປາຊີຟິກ ຊຶ່ງປະກອບດ້ວຍ 20 ລັດຖະບານ 12 ອົງການຈັດຕັ້ງນາໆຊາດຮວມທັງອົງການ IATA ພວມປັບປຸງລະບົບການ
ແບ່ງປັນຂໍ້ມູນທີ່ສຳຄັນທາງດ້ານຄວາມປອດໄພ. ສະຖາບັນຕ່າງໆເຊັ່ນທະນາຄານພັດທະ ນາເອເຊຍພວມສະໜອງທຶນໃນດ້ານໂຄງລ່າງພື້ນຖານກ່ຽວກັບເລື່ອງຄວາມປອດໄພທາງ ອາກາດ.

ແຕ່ຄຳຖາມກໍຍັງມີຢູ່ວ່າ ໄດ້ມີ​ການດຳເນີນການຢ່າງພຽງພໍແລ້ວຫຼືບໍ່ ​ແລະໄວພໍແລ້ວບໍເພື່ອ ຫລີກລ່ຽງເຫດຮ້າຍດັ່ງດຽວກັນກັບອຸບັດຕິເຫດ ທີ່ໄດ້ເກີດກັບຖ້ຽວບິນ QV 301 ນັ້ນ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG