ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄ້າ ອຸບປະກອນ ໃຊ້ເພື່ອທໍລະມານ ກຳລັງ ງອກງາມ ໃນຈີນ (ວີດີໂອ)


FILE - A Chinese policeman displays their latest weapon called "Net Gun" in Guangzhou, the capital of Guangdong province.
FILE - A Chinese policeman displays their latest weapon called "Net Gun" in Guangzhou, the capital of Guangdong province.

ໃນ​ຂະນະ​ດຽວ​ກັນ ອົງການນິລະໂທດກຳສາກົນ ກ່າວ​ວ່າ ຈີນ
ກຳລັງສົ່ງເສີມໃຫ້ ​ມີການລະເມີດສິດທິມະນຸດຢູ່ໃນ​ທົ່ວ​ໂລກ
​ໂດ​ຍຜະ​ລິດ​ແລະສົ່ງອອກ​ອຸບປະກອ​ນ ທີ່​ຕຳຫລວດ​ໃຊ້ເພື່ອ
​ທຳ​ການ​ທໍລະມານ.

ຢູ່​ໃນ​ລາຍ​ງານ​ທີ່ນຳອອກເຜີຍແຜ່ໃນວັນ​ອັງຄານ​ມື້​ນີ້ອົງການ​
ນິລະ​ໂທດກຳສາກົນ ກ່າວ​ວ່າ ​ບໍລິສັດ​ຈີນໃນຈຳນວນເພີ້​ມຂື້ນ
ໄດ້​ຮັບ​ຜົນ​ກຳ​ໄລ​ຈາກ​ການ​ຄ້າ​ຂາຍໃນ ອັນ​ທີ​ຮ້ອງ​ວ່າ “ເຄື່ອງ
ມືໃນການທໍລະມານ” ທີ່​ຮ່ວມ​ທັງ​ຄ້ອນໄຟ​ຟ້າຊັອດ ຄ້ອນ​ຕີເປັນ​ໜາມ ​ແລະ​ກັບໃສ່ຂາທີ່​ມີ
​ນໍ້າ ໜັກ.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ​ທີ່​ມີ​ຫ້ອງການ​ຢູ່ລອນດອນກຸ່ມນີ້ ກ່າວ​ວ່າ 130 ບໍລິສັດ ທີ່​ລັດຖະ
ບານ​ຈີນເປັນ​ເຈົ້າ​ຂອງ ​ໃນ​ປັດ​ຈຸບັນ​ນີ້ ຜະ​ລິດ​ແລະ​ຄ້າຂາຍ​ເຄື່ອງ​ອຸບປະ​ກອນ​ດັ່ງກ່າວ ຄື​
ເພີ້​ມຂື້ນຈາກ 28 ບໍລິສັດ ເມື່ອນຶ່ງທົດ​ສະ​ວັດ​ກ່ອນ.

ອົງການນິລະໂທດກຳສາກົນ ​ກ່າວວ່າ ​ພວກ​ເຈົ້າ​ໜ້າ​ທີ່​ຈີນບໍ່ “​ໄດ້​ເຮັດ​ຫຍັງ​ໝົດ” ​ເພື່ອ​ປ້ອງ​
ກັນ​ບໍ່​ໃຫ້ສົ່ງເຄື່ອງມື​ເຫລົ່າ​ນີ້​ ​ໄປ​ຍັງບັນດາ​ປະ​ເທດ ໃນພາກ​ຕາ​ເວັນ​ອອກ​ກາງ ອາ​ຟຣິກາ
​ແລະ​ເອ​ເຊຍ ບ່ອນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ “ໄດ້ທຳການລ່ວງ ລະເມີດສິດ​ທິມະນຸດ​ຢູ່​ເປັນ​
ປະຈຳ” ນັ້ນ.

​ໂຄສົກກະຊວງ​ຕ່າງປະ​ເທດ​ຈີນ ທ່ານນາງ Hua Chunying ​ບໍ່ໄດ້ໃຫ້ຄວາມ ສຳຄັນຕໍ່​ລາຍ
​ງານດັ່ງກ່າວ ໂດຍເວົ້າວ່າ ອົງການນິລະໂທດກຳສາກົນມີອະຄະຕິ​ ຕໍ່ປັກ​ກິ່ງ.

CHINA TORTURE VOSOT
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG