ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານແຈ້ງງວ່າ ຈີນ ທຳການກໍ່ສ້າງເຣດາ ໃນໝູ່​ເກາະ ທະ​ເລ​ຈີນ​ໃຕ້


ກຳປັ່ນ Qiandaohu ຂອງຈີນ, ຊ້າຍ, ເດີນທາງມຸ້ງໜ້າຜ່ານ ກຳປັ່ນໂຮງໝໍ Peace Ark, ໃນຂະນະທີ່ຈອດ ໃນ Honolulu, Hawaii.
ກຳປັ່ນ Qiandaohu ຂອງຈີນ, ຊ້າຍ, ເດີນທາງມຸ້ງໜ້າຜ່ານ ກຳປັ່ນໂຮງໝໍ Peace Ark, ໃນຂະນະທີ່ຈອດ ໃນ Honolulu, Hawaii.

ກຸ່ມ​ຄົ້ນ​ຄົ້ວາ​ອິດສະຫລະ​ຂອງອາ​ເມຣິກັນ​ກຸ່​ມນຶ່ງກ່າວ​ວ່າ ຈີນ ​ກຳລັງສ້າງ​ລະບົບ​ເຣດາຢູ່​ໃນ ​ບັນດາໝູ່​ເກາະທີ່​ມີ​ການ​ຂັດແຍ້​ງກັນ ທີ່ີຕົນ​ຄວບ​ຄຸມ​ຢູ່ໃນທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ການ​ເຄື່ອນ ​ໄຫວ​ທີ່​ອາດສາມາດ​ເສີມສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່​ຈີນ​ໃນ​ການ​ຄວບ​ຄຸມ​ຂົງ​ເຂດ​ດັ່ງກ່າວ.

ລາຍ​ງານ​ສະບັບ​ນຶ່ງ​ຈາກ​ສູນ​ກາງເພື່ອການຍຸດ​ທະ​ສາດ​ແລະການ​ສຶກສາ​ນາໆ​ຊາດ ຫຼື CSIS ທີ່​ມີ​ສຳນັກງານ​ຢູ່​ນະຄອນຫຼວງ​ວໍ​ຊີງ​ຕັນ​ໄດ້​ນຳ​ອອກເຜີຍ​ແຜ່ນຶ່ງ​ມື້ກ່ອນ​ທີ່ລັດຖະມົນຕີ​ກະຊວງ ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ເດີນທາງ​ມາ​ຢ້ຽມຢາມ​ສະຫະລັດເພື່​ອໂອ້​ລົມກັບ​ລັດ ຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry.

ຮູບຖ່າຍຈາກປ່ອງຢ່ຽມກະຈົກຂອງເຮືອບິນທະຫານ ສະແດງໃຫ້ເຫັນວ່າ ຈີນທຳການກໍ່ສ້າງໃນໝູ່ເກາະ Spratly ຂອງທະເລຈີນໃຕ້, 11 ພຶດສະພາ, 2015.
ຮູບຖ່າຍຈາກປ່ອງຢ່ຽມກະຈົກຂອງເຮືອບິນທະຫານ ສະແດງໃຫ້ເຫັນວ່າ ຈີນທຳການກໍ່ສ້າງໃນໝູ່ເກາະ Spratly ຂອງທະເລຈີນໃຕ້, 11 ພຶດສະພາ, 2015.

ກຸ່ມລິ​ເລີ້ມເພື່ອ​ຄວາມໂປ່​ງໃສທາງທະເລໃນ​ເຂດ​ເອ​ເຊຍຫຼື Asia Maritime Transparency Initiative ​ໄດ້​ນຳ​ເຜີຍ​ແຜ່​ຮູບ​ທີ່​ຖ່າຍ​ຈາກ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນເຖິງ​ລະບົບ​ເຣດາ​ທີ່​ມີ​ຄວາມ​ຖີ່ສູງ​ທີ່​ເກາະ​ຫີນ Cuarteron ​ໃນໝູ່​ເກາະ Spratly ພ້ອມ​ທັງ​ຫໍປະ ພາ​ຄານ ເດີ່ນ​ຈອດ​ຂອງ​ເຮ​ລີ​ຄອບ​ເຕີ ຂຸມຫລົບ​ໄພ​ໃຕ້​ດິນ ​ແລະອຸບປະກອນ​ການ​ຕິດ​ຕໍ່​ສື່ສານ​ອື່ນໆນຳ.

ລາຍ​ງານ​ຍັງ​ກ່າວ​ອີກ​ວ່າ ການ​ຕິດ​ຕັ້ງ​ເຣດາ​ນີ້ ທີ່​ເກາະ Cuarteron ຈະ​ເສີມ​ຂະຫຍາຍ ຄວາມ​ສາມາດ​ທາງ​ທະຫານ​ທີ່ສຳຄັນ​ໃຫ້​ຈີນ ​ໃນ​ການຕິດຕາມ​ກວດກາການ​ຍາມທາງ​ໜ້າ​ນ້ຳ​ແລະ​ທາງ​ອາກາດ ​ໃນ​ທາງ​ພາກເໜືອ​ຂອງທະ​ເລ​ຈີນ​ໃຕ້.

ສູນ​ກາງ CSIS ຍັງກ່າວຕື່ມ​ວ່າ ​ເບິ່ງ​ຄື​ວ່າຈີນ ຍັງ​ກຳລັງ​ຕິດ​ຕັ້ງ​ເຣດາ ​ຢູ່​ຕາມ​ເກາະດອນ ນ້ອຍໆຕ່າງໆ ​ໃນໝູ່​ເກາະ Spratly.

ໝູ່​ເກາະທະ​ເລ​ຈີນ​ໃຕ້ ທີ່ຈີນ ທຳການກໍ່ສ້າງ
ໝູ່​ເກາະທະ​ເລ​ຈີນ​ໃຕ້ ທີ່ຈີນ ທຳການກໍ່ສ້າງ

XS
SM
MD
LG