ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ ເກົາຫຼີເໜືອ ທີ່ຢູ່ໃນບັນຊີດຳ ຂອງ ສປຊ ຍັງດຳເນີນ ທຸລະກິດ ໃນ ຈີນ ແລະ ຣັດເຊຍ


ແຜນທີ່ ປະເທດເກົາຫຼີເໜືອ
ແຜນທີ່ ປະເທດເກົາຫຼີເໜືອ

ໂຮງງານ​ຜະລິດ​ກົນ​ຈັກ​ຂອງ​ເກົາຫຼີ​ເໜືອ ທີ່​ຖືກ ສະຫະ​ປະຊາ​ຊາດ
ລົງ​ໂທດ​ນັ້ນ ປາກົດ​ວ່າ ​ຍັງ​ຄົງ​ດຳ​ເນີນ​ທຸລະ​ກິດ ຢ່າງ​ຜິດ​ກົດໝາຍ
​ໂດຍຜ່ານບໍລິສັດ​ຕາງ​ໜ້າຕ່າງໆ​ ໃນ​ຈີນ ​ແລະ ຣັດ​ເຊຍ.

ບັນດາ​ນັກຄົ້ນຄວ້າ ຈາກ​ສູນກາງ​ສຶກສາ​ເພື່ອປ້ອງກັນການແຜ່ຜາຍ
​ອາວຸດ​ນິວ​ເຄລຍ ທີ່​ມີ​ຫ້ອງການ​ຢູ່​ສະຫະລັດ ກ່າວ​ວ່າ ​ການ​ສຶກສາ​
ຂອງ​ເຂົາ​ເຈົ້ານັ້ນ ໄດ້ສະທ້ອນ​ໃຫ້​ເຫັນ​ວ່າ ການ​ລົງ​ໂທດຕ່າງໆຂອງ
ນາ​ໆ​ຊາດ ທີ່​ມີ​ເປົ້າໝາຍ ຈະເຮັດໃຫ້ໂຄງການລູກສອນໄຟ ​ແລະ
ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ ​ຊັກຊ້າ​ລົງ​ນັ້ນ ​ແມ່ນ​ບໍ່​ມີ​ ປະສິດ
ທິພາບ​ເລີຍ.

ໃນປີກາຍນີ້ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ລົງໂທດ ບໍລິສັດກົນຈັກວິສາ
ວະກິດຮ່ວມ Ryonha ຂອງ​ເກົາຫຼີ​ເໜືອ ຊຶ່ງ​ຜະລິດ​ຊິ້ນສ່ວນຕ່າງໆ ເພື່ອນຳ​ໃຊ້​ໃນ​ການ
​ສ້າງ​ລູກສອນໄຟ ​ແລະເຄື່ອງຈັກກັ່ນທາດ​ຢູ​ເຣນຽມ. ການ​ລົງ​ໂທດຂອງ​ສະຫະ​ປະ​ຊາ​ຊາດ
​ຕ່າງໆ​ນັ້ນ ​ແມ່ນ​ບັງຄັບໃຫ້ບັນດາປະເທດສະມາ​ຊິກ ​ຂອງ​ສະຫະ​ປະຊາ​ຊາດ ກັກ​ຊັບ​ສິນ
​ຂອງ​ບໍລິສັດ Ryonha ​ແລະ ບໍລິສັດ​ໃດໆ ​ທີ່​ໄດ້​ເປັນ​ໂ​ຕ​ແທນ​ໃຫ້​ບໍລິສັດ​ດັ່ງກ່າວນີ້.

​ແຕ່​ຢູ່​ໃນລາຍ​ງານ ທີ່ນຳອອກເຜີຍແຜ່ໃນ​ວັນອັງຄານ​ວານ​ນີ້ ບັນດາ​ນັກ ຄົ້ນຄວ້າ ກ່າວ​ວ່າ
ບໍລິສັດດັ່ງກ່າວ ​ຍັງ​ເຄື່ອນ​ໄຫວເຮັດທຸລະ​ກິດ ​ໃນ​ທົ່ວ​ໂລກຢ່າງ​ຫ້າວຫັນ. ​ໂດຍ​ສະ​ເພາະແລ້ວ ລາຍ​ງານກ່າວ​ວ່າ ບໍລິສັດ​ຈີນ ທີ່​ມີ​ຊື່ວ່າ Suzhou Weihan CNC Technology ​ແລະ ບໍລິສັດ ຣັດ​ເຊຍ ຊື່ວ່າ Koryo Technologies ​ແມ່ນ​ເປັນ​ຕົວ​ແທນຈຳ​ໜ່າຍສິນຄ້າ​ ຂອງບໍລິສັດ Ryonha.

XS
SM
MD
LG