ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Abe ເລື່ອນເວລາ ຂຶ້ນພາສີ ແລະ ຮຽກໃຫ້ເລືອກຕັ້ງ ກ່ອນກຳນົດ


ນາຍົກລັດຖະມົນຕີ Shinzo Abe
ນາຍົກລັດຖະມົນຕີ Shinzo Abe

ສື່ມວນຊົນຂອງຍີ່ປຸ່ນ ລາຍງານ​ວ່າ ນາຍົກລັດຖະມົນຕີ Shinzo
Abe ​ໄດ້ເລື່ອນເວລາ ໃນ​ການຂຶ້ນ​ພາ​ສີ​ຂາຍສິນຄ້າ ຊຶ່ງ​ເປັນ
​ບັນຫາໂຕ້​ແຍ້​ງນັ້ນ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການເລືອກຕັ້ງກ່ອນ
ກຳນົດ.

ການ​ເຄື່ອນໄຫວ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ມີ​ການ​ຄາດໝາຍ​ໄວ້​ຢູ່​ກ່ອນ
​ແລ້ວ ​ແລະ​ມີ​ຂຶ້ນ​ຫຼັງຈາກ​ຂໍ້ມູນຂອງ​ເສດຖະກິດ​ໃນ​ວັນ​ຈັນ​ວານ​ນີ້
ສະ​ແດງ​ໃຫ້​ເຫັນ​ວ່າ​ ໂຕ​ກຽວໄດ້ຖອຍຫລັງກັບຄືນເຂົ້າໄປສູ່
ສະພາບເສດຖະກິດຕົກຕ່ຳອີກ.

​ເສດຖະກິດຍີ່ປຸ່ນ ​ໄດ້​ປະສົບ​ກັບ​ບັນຫາ ຫຼັງ​ຈາກ​ທີ່​ໄດ້​ຂຶ້ນ​ພາສີ
ຂັ້ນຕົ້ນໃນການ ຂາຍສິນຄ້າເມື່ອ​ເດືອນ​ເມສາ​ຜ່ານ​ມາ​ນີ້ ຊຶ່ງ​ພາ​ໃຫ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ທ່ານ Abe ຍັງ​ຈະ​ສືບ​ຕໍ່ຈັດຕັ້ງປະຕິບັດການຂຶ້ນພາສີຂັ້ນທີ​ສອງ​ຕື່ມອີກໃນປີ 2016​ ຕາມທີ່
ຄາດໝາຍໄວ້ນັ້ນຫຼືບໍ່?

ໂທລະພາບ NHK ຂອງຍີ່ປຸ່ນ ໄດ້ລາຍງານວ່າ ທ່ານ Abe ຈະເລື່ອນເວລາ ໃນການຂຶ້ນພາສີ
ຂາຍສິນຄ້າ ໄປໃສ່ປີ 2017. ນອກນັ້ນ ຍັງມີລາຍງານອີກວ່າ ທ່ານໄດ້ຮຽກຮ້ອງໃຫ້ມີການ
ເລືອກຕັ້ງກ່ອນກຳນົດໃນກາງເດືອນທັນວາ ຈະມານີ້ ເພື່ອແນໃສ່ຊອກຫາຊ່ອງທາງ ໃຫ້ໄດ້
ຮັບການມອບໝາຍາສິດອຳນາດຄັ້ງໃໝ່ ກ່ຽວກັບນະໂຍບາຍເສດຖະກິດຂອງທ່ານ.

ລາຍງານຂ່າວຂອງຍີ່ປຸ່ນ ກ່າວວ່າ ທ່ານ Abe ໄດ້ປະກາດກ່ຽວກັບການເຄື່ອນ ໄຫວດັ່ງກ່າວ ຕໍ່ສະມາຊິກຂອງພັກເສລີປະຊາທິປັດຂອງທ່ານ ຊຶ່ງເປັນພັກທີ່ກຳ ສຽງສ່ວນຫຼາຍໃນສະພາ ແລະອາດຈະໄດ້ຮັບບ່ອນນັ່ງເພີ້ມຕື່ມໃນການປ່ອນບັດ ດັ່ງກ່າວນີ້.

ທ່ານ Abe ຄາດໝາຍທີ່ຈະປະກາດຢ່າງເປັນທາງການ ກ່ຽວການຕັດສິນໃຈຂອງທ່ານ ໃນກອງປະຊຸມຖະແຫຼງຂ່າວ ໃນເຊົ້າວັນອັງຄານມື້ນີ້.

Japanese media say Prime Minister Shinzo Abe has delayed a controversial sales tax increase and called for early elections.

The moves were expected and come after economic data on Monday showed that Tokyo unexpectedly fell back into recession.

Japan's economy has struggled following an initial sales tax hike in April, leading to questions about whether Mr. Abe would implement the second round in 2016, as expected.

Japan's NHK reported that Mr. Abe will delay the tax hike until 2017. It also said he called for snap elections in mid-December aimed at seeking a renewed mandate for his economic policies.

The Japanese broadcaster said Mr. Abe announced the moves Tuesday to members of his Liberal Democratic Party, which has a solid majority in parliament and could stand to gain further ground with a vote.

Mr. Abe is expected to formally announce his decision at a press conference later Tuesday.

XS
SM
MD
LG