ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການສູ້ລົບກັນໃໝ່ ໃນຊີເຣຍ ເຮັດໃຫ້ ການຊ່ວຍເຫຼືອຂອງ UN ຊັກຊ້າລົງ (ວີດີໂອ)


ເຈົ້າໜ້າທີ່ UN ໄປຮອດເມືອງ Homs ເພື່ອນໍາເອົາສະບຽງ
ຊ່ວຍເຫຼືອບັນເທົາທຸກ ໄປໃຫ້ພົນລະເຮືອນ ແຕ່ຂະບວນລົດຂົນສົ່ງ ໄດ້ຖືກໂຈມຕີ. ວັນທີ 8 ກຸມພາ 2014.
ເຈົ້າໜ້າທີ່ UN ໄປຮອດເມືອງ Homs ເພື່ອນໍາເອົາສະບຽງ ຊ່ວຍເຫຼືອບັນເທົາທຸກ ໄປໃຫ້ພົນລະເຮືອນ ແຕ່ຂະບວນລົດຂົນສົ່ງ ໄດ້ຖືກໂຈມຕີ. ວັນທີ 8 ກຸມພາ 2014.
ການ​ສູ້​ລົບ​ກັນ​ຄືນ​ໃໝ່ ​ໄດ້​ຂັດຂວາງຄວາມ​ພະຍາຍາມ​ບັນ​ເທົາ​
ທຸກຂອງ​ຢູ​ເອັນ ຢູ່​ໃນ​ເມືອງ Homs ທີ່​ປະສົບ​ກັບ​ສົງຄາມ​ຢ່າງຮຸນ
​ແຮງ​ຂອງ​ຊີ​ເຣຍ ​ເມື່ອ​ວັນເສົາ​ວານ​ນີ້ ອັນ​ເປັນການ​ ລະ​ເມີດຂໍ້ຕົກ
ລົງ​ຢຸດ​ສາມ​ມື້ ​ເພື່ອ​ມະນຸດສະ​ທໍາ​ທີ່​ທັງ​ສອງຝ່າຍ​ໄດ້​ຕົກລົງ​ນໍາ​ກັນ​ນັ້ນ.

ສະພາກາ​ແດງ ຊີ​ເຣຍ ​ເວົ້າ​ວ່າ ຄົນ​ຂັບ​ລົດ​ຄົນ​ນຶ່ງ​ຂອງ​ຂະ​ບວນ
ລົດ​ຂົນ​ສົ່ງ ສະ​ບຽງຊ່ວຍເຫຼືອ ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ພວກ​ຄົນ​ທີ່
​ບໍ່​ຊາບ​ຝ່າຍ ​ໄດ້​ຍິງ​ໃສ່​ລົດ​ຂອງ​ຜູ້ກ່ຽວ.

ລູກປືນ​ຄົກຫຼາຍລູກ​ໄດ້​ຕົກລົງ​ໃສ່ໃກ້​ຂະ​ບວນລົດ​ບັນທຸກ ​ແລະ​ມີ​ລາຍ​ງານ​ວ່າ ມີການ​ຍິງ​ປືນ​ໃຫຍ່ ​ຢູ່​ແຫ່ງອື່ນໆ​ອີກໃນ​ເມືອງ Homs.

ລັດຖະບານ​ຊີ​ເຣຍ ​ແລະ​ຝ່າຍ​ຄ້ານ ​ໄດ້​ຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ ວ່າ​ເປັນ​ຝ່າຍ​ລະ​ເມີດສັນຍາ​
ຢຸດ​ຍິງ ​ຊຶ່ງ​ໄດ້​ມີ​ເປົ້າ​ໝາຍເພື່ອ​ໃຫ້​ນໍາ​ເອົາ​ສະບຽງ​ຊ່ວຍ​ເຫຼືອ​ ເຂົ້າໄປ ແລະປ່ອຍ​ໃຫ້ພວກພົນ
ລະເຮືອນ​ໄດ້ຫຼົບໜີ ອອກ​ຈາກ​ເມືອງ​ໄປ.

ທ່ານ​ນາງ Valerie Amos ຜູ້​ປະສານ​ງານບັນ​ເທົາ​ສຸກ​ເສີນຂອງ​ຢູ​ເອັນ ​ເວົ້າ​ວ່າ​ ທ່ານ​ນາງ ຮູ້​ສຶກຜິດ​ຫວັງຫຼາຍ ທີ່ໄດ້​ມີ​ການລະ​ເມີດ​ການ​ຢຸດ​ຍິງ​ ແລະ​ໄດ້​ມີ​ການ​ໂຈມ​ຕີ​ພວກ ຄົນ​ງານ​ຊ່ວຍ​ເຫຼືອ​ຢ່າງ​ຈົງ​ໃຈ​. ທ່ານ​ນາງ ​ກ່າວ​ວ່າ ​ມັນ​ເປັນການເຕືອນຢ່າງ​ແຈ້ງ​ຂາວ ​ເຖິງ​ອັນຕະ
ລາຍທີ່​ພວກ​ພົນລະ​ເຮືອນ ​ແລະ​ພວກ​ຄົນ​ງານ​ຊ່ວຍ​ເຫຼືອ​ປະ​ເຊີນໜ້າຢູ່​ທຸກໆ​ມື້ ​ໃນ​ຊີເຣຍນັ້ນ.

Syria 2-9-14
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG