ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈະມີການປະທ້ວງຄັ້ງໃໝ່ ໃນຮົງກົງ ຫລັງຈາກ ການເຈລະຈາ ຖືກຍົກເລີກ


ບັນດາ​ນັກ​ສຶກສາ​ປະ​ທ້ວງ​ໃນ ຮົງ​ກົງ ກຳລັງ​ຮຽກຮ້ອງ​ໃຫ້​ມີ​
ການ​ເດີນຂະ​ບວນ​ຄັ້ງໃຫຍ່ອີກ ​ເພື່ອ​ປະ​ທ້ວງການ​ຕັດສິນ​
ໃຈ​ຂອງ​ລັດຖະບານ ທີ່​ລົບ​ລ້າງ​ການ​ເຈລະ​ຈາ​ປະຕິ​ຮູບ​ກາ​ນ
ເລືອກ​ຕັ້ງ.

ການ​ເດີນ​ຂະ​ບວນມີ​ກຳນົດ​ຈະ​ຈັດ​ຂື້ນ ​ໃນວັນ​ສຸກ​ມື້​ນີ້ ທີ່​ຄຸ້ມ​
ບ້ານ Admiralty ບ່ອນ​ທີ່​ພວກ​ປະ​ທ້ວງສະໜັບສະໜູນ​ປະ
ຊາທິປະ​ໄຕ​ໄດ້​ຕັ້ງ​ຄ້າຍ​ຢູ່​ເປັນ​ເວລາ​ເກືອ​ບສອງ​ອາທິດ
ຜ່ານ​ມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ເລີກ​ການ​ເຈລະຈາ ​ໃນ​ຕອນ​ແລງ​
ວັນ​ພະຫັດ ​ໂດຍ​ກ່າວ​ວ່າ ການ​ເຈລະຈາ​ບໍ່ສາມາດ​ຈັດ​ຂື້ນ​ໄດ້ ​ໃນ​ຂະນະ​ທີ່ເຂົາ​ເຈົ້າເຫັນ​ວ່າ
ການ​ປະ​ທ້ວງ ຜິດ​ກົດໝາຍ.

HONG KONG PROTESTS CNPK
please wait

No media source currently available

0:00 0:01:21 0:00

ລັດຖະບານ​ເພື່ອນ​ມິດ​ປັກ​ກິ່ງ ​ໄດ້​ໂກດ​ແຄ້ນ ​ຍ້ອນບັນດາຜູ້ນຳ​ນັກ​ສຶກສາ ຂົ່ມຂູ່​ທີ່​ຈະ​ທະວີ
​ການ​ປະ​ທ້ວງ ຖ້າ​ຫາກ​ວ່າ​ຄຳ​ຮຽກຮ້ອງ​ ປະຕິ​ຮູບ​ປະຊາທິປະ​ໄຕ ຂອງ​ເຂົາເຈົ້າຫາກ​ບໍ່ຖືກ​
ຮັບ​ຮູ້.

ພວກ​ປະ​ທ້ວງ​ພາກັນ​ຮຽກຮ້ອງໃຫ້ ຫົວໜ້າ ບໍລິຫານ​ຮົງ​ກົງ ທ່ານ Leuang Chun-ying
ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ແລະໃຫ້ປັກ​ກິ່ງ ຕ່າວປີ້​ນ​ການ​ຕັດສິນ​ໃຈ ​ກວດກາ​ບັນດາ​ຜູ້​ສະມັກ​
ສຳລັບການ​ເລືອກ​ຕັ້ງຂອງດິນ​ແດນ ​ໃນ​ປີ 2017.

ສະພາບການຢູ່ຮົງກົງ ໃນມື້ນີ້:

XS
SM
MD
LG