ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝົນຈາກລົມພາຍຸເຮີຣິເຄນ ປາຕຣິເຊຍ ສົ່ງຜົນ ໃຫ້ເກີດໄພ ນ້ຳຖ້ວມຢ່າງໃຫຽ່ ໃນລັດແທັກຊັດ


ນ້ຳຝົນ ໄດ້ຖ້ວມລົ້ນ ແມ່ນ້ຳ Trinity ທີ່ແນມເຫັນ ອາຄານສູງ ຢູ່ດ້ານຫລັງ ໃນນະຄອນຕ່າງໆ ໃນນະຄອນ Dallas ຂອງລັດແທັກຊັດ, ວັນທີ 24 ຕຸລາ 2015. ເມືອງຕ່າງ ຢູ່ເຂດຕາເວັນຕົກວຽງໃຕ້ ຂອງລັດແທັກຊັດ ໄດ້ກຽມພ້ອມຮັບມື ກັບຝົນທີ່ຈະຕົກໜັກ ໃນຕອນແລງ ວັນເສົາ ຈົນເຖິງວັນອາທິດ ອັນເປັນສ່ວນເຫຼືອ ຂອງເຮີຣິເຄນ ປາຕຣິເຊຍ ທີ່ຈະຮວມຕົວເຂົ້າກັບລະບົບພາຍຸ ທີ່ມີກຳລັງແຮງ ແລະຈະເຄື່ອນຍ້າຍ ໄປທົ່ວລັດແທກຊັດ.
ນ້ຳຝົນ ໄດ້ຖ້ວມລົ້ນ ແມ່ນ້ຳ Trinity ທີ່ແນມເຫັນ ອາຄານສູງ ຢູ່ດ້ານຫລັງ ໃນນະຄອນຕ່າງໆ ໃນນະຄອນ Dallas ຂອງລັດແທັກຊັດ, ວັນທີ 24 ຕຸລາ 2015. ເມືອງຕ່າງ ຢູ່ເຂດຕາເວັນຕົກວຽງໃຕ້ ຂອງລັດແທັກຊັດ ໄດ້ກຽມພ້ອມຮັບມື ກັບຝົນທີ່ຈະຕົກໜັກ ໃນຕອນແລງ ວັນເສົາ ຈົນເຖິງວັນອາທິດ ອັນເປັນສ່ວນເຫຼືອ ຂອງເຮີຣິເຄນ ປາຕຣິເຊຍ ທີ່ຈະຮວມຕົວເຂົ້າກັບລະບົບພາຍຸ ທີ່ມີກຳລັງແຮງ ແລະຈະເຄື່ອນຍ້າຍ ໄປທົ່ວລັດແທກຊັດ.

ລະບົບພາຍຸທີ່ໄດ້ເຮັດໃຫ້ມີຝົນຕົກຫຼາຍພໍ ໃນລັດແທັກຊັດ
ຢູ່ທາງພາກໃຕ້ ຂອງສະຫະລັດນັ້ນ ໄດ້ຍົກລົດໄຟຂົນສົ່ງ
ຂະບວນນຶ່ງ ອອກຈາກລາງ ແລະ ໄດ້ເຮັດໃຫ້ເກີດນ້ຳຖ້ວມ
ໃນຂົງເຂດດັ່ງກ່າວ ພ້ອມທັງ ຍັງມີຝົນຕົກລົງມາຢ່າງໜັກ
ຕື່ມອີກ ໃນວັນອາທິດມື້ນີ້ ຊຶ່ງໃນຂະນະດຽວກັນ ບັນດາ
ເຈົ້າໜ້າທີ່ ກໍໄດ້ຂໍຮ້ອງປະຊາຊົນ ໃນພື້ນທີ່ ໃຫ້ອົດທົນ
ໄວ້ກ່ອນ.

ພາຍຸຝົນທີ່ຕົກລົງມາຢ່າງລົ້ນເຫລືອ ທີ່ມາຈາກເຮີຣິເຄນ
ປາຕຣິເຊຍ ຊຶ່ງໄດ້ພັດຂຶ້ນຊາຍຝັ່ງ ຢູ່ທາງພາກຕາເວັນຕົກ
ຂອງແມັກຊິກໂກ ເມື່ອວັນສຸກຜ່ານມາ ໄດ້ເຄືອນຍ້າຍໄປທົ່ວ
ປະເທດແມັກຊິກໂກ ແລະ ກະຈາຍຝົນເຂົ້າໄປໃນລັດແທັກຊັດອີກດ້ວຍ.

ຈຸດເພັ່ງເລັງ ໃນວັນອາທິດມື້ນີ້ ກໍແມ່ນຢູ່ຕາມແຄມຝັ່ງອ່າວຂອງແມັກຊິກໂກ. ບໍລິເວນ
ໃກ້ຄຽງກັບນະຄອນ Houston ທີ່ໄດ້ຮັບນ້ຳຝົນເຖິງ 20 ຊັງຕີແມັດ ໃນວັນເສົາວານນີ້
ແລະ ບັນດານັກພະຍາກອນອາກາດ ໄດ້ເຕືອນວ່າ ຈະເກີດນ້ຳຖ້ວມ ພ້ອມກັບອາດເປັນ
ໄປໄດ້ວ່າ ຈະມີນ້ຳຝົນຕື່ມອີກ 10 ຊັງຕີແມັດ ກ່ອນສະພາບອາກາດແຈ້ງໃສ ຈະເຄື່ອນ
ຍ້າຍເຂົ້າມາ ໃນວັນຈັນມື້ອື່ນ.

ບໍລິເວນທີ່ໄດ້ຮັບຜົນກະທົບຢ່າງໜັກ ແມ່ນຢູ່ໃນເມືອງ Corsicana ຂອງລັດແທັກຊັດ
ຕັ້ງຢູ່ປະມານ 90 ກິໂລແມັດ ທາງກຳຕາເວັນອອກສຽງໃຕ້ ຂອງນະຄອນ Dallas ບ່ອນ
ທີ່ ມີຝົນຕົກໜັກ ນັບຕັ້ງແຕ່ວັນພະຫັດຜ່ານມາ ທີ່ໄດ້ເຮັດໃຫ້ມີນ້ຳຝົນຫລາຍກວ່າ 50
ຊັງຕີແມັດ. ຊຶ່ງບ່ອນນັ້ນ ແມ່ນເປັນບ່ອນທີ່ ລົດໄຟຂົນສົ່ງບັນຈຸຊີມັງ ຂອງບໍລິສັດ Union
Pacific ແລ່ນເຂົ້າໃສ່ນ້ຳຖ້ວມ ທີ່ໄດ້ລົ້ນມາຈາກຄອງນ້ຳ ແລະ ໄດ້ເຮັດໃຫ້ລົດໄຟນັ້ນ
ຕົກລາງ ໃນວັນເສົາວານນີ້.

ພະນັກງານລົດໄຟສອງຄົນ ໄດ້ລອຍເຂົ້າຝັ່ງຢ່າງປອດໄພ ແລະ ບໍ່ມີຜູ້ໃດໄດ້ຮັບບາດ
ເຈັບ ແຕ່ເຫດການນັ້ນ ໄດ້ເຮັດໃຫ້ເກີດມີພາບຂອງ ຂະບວນລົດໄຟ ຈຳນວນ 60 ຕູ້
ພິກຂວ້ຳນອນສະແຄງ ຢູ່ໃນສາຍນ້ຳ ທີ່ກຳລັງພັດໄຫລຢ່າງແຮງ.

ແລະຍັງມີລາຍງານອີກວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຈາກລັດ Jalisco ຂອງແມັກຊິກໂກ
ບ່ອນທີ່ເຮີຣິເຄນ ປາຕຣິເຊຍ ພັດຂຶ້ນຝັ່ງ ຊຶ່ງເປັນພາຍຸທີ່ແຮງທີ່ສຸດ ທີ່ບໍ່ໄດ້ເຄີຍບັນທຶກໄວ້
ໃນຊີກໂລກເຂດຕາເວັນຕົກ.

ເຮີຣິເຄນນັ້ນ ໄດ້ພັດຖະຫລົ່ມຊາຍຝັ່ງ ທີ່ມີປະຊາຊົນ ກະຈັດກະຈາຍໄປທົ່ວ ແລະໄດ້ອ່ອນ
ກຳລັງລົງຢ່າງວ່ອງໄວ ໃນວັນເສົາວານນີ້. ຊາຍຫາດ ຂອງເມືອງ Puerto Vallarta ແລະ
ເມືອງທ່າ Manzanillo ທີ່ມີຊື່ສຽງ ແມ່ນຖືກຍົກເວັ້ນ ຈາກຄວາມຮຸນແຮງ ຂອງສະພາບ
ອາກາດດັ່ງກ່າວນັ້ນ.

ພົນລະເມືອງ ຈຳນວນນຶ່ງ ຍ່າງຜ່ານນ້ຳ ທີ່ໄດ້ຖ້ວມທ້ອງຖະໜົນ ໃນເມືອງ Zoatlan ຂອງລັດ Nayarit, ທີ່ຕັ້ງຢຸ່ 150 ກິໂລແມັດ ທາງກ້ຳຕາເວັນຕົກສຽງໃຕ້ ຂອງນກະຄອນ Guadalajara ປະເທດແມັກຊິໂກ, ວັນທີ 24 ຕຸລາ 2015.
ພົນລະເມືອງ ຈຳນວນນຶ່ງ ຍ່າງຜ່ານນ້ຳ ທີ່ໄດ້ຖ້ວມທ້ອງຖະໜົນ ໃນເມືອງ Zoatlan ຂອງລັດ Nayarit, ທີ່ຕັ້ງຢຸ່ 150 ກິໂລແມັດ ທາງກ້ຳຕາເວັນຕົກສຽງໃຕ້ ຂອງນກະຄອນ Guadalajara ປະເທດແມັກຊິໂກ, ວັນທີ 24 ຕຸລາ 2015.

Storm systems that brought enough rain to the southern U.S. state of Texas to lift a freight train off the tracks flooded the region with even more rain Sunday as authorities asked people there to be patient.

The storms include what is left of Hurricane Patricia, which made landfall Friday on Mexico's west coast before moving across the country and spreading its rains into Texas.

The focus Sunday is along the state's Gulf coast.Areas near Houston received up to 20 centimeters of rain Saturday and forecasters warned of flooding with the potential for another 10 centimeters before dry weather moves in Monday.

One of the hardest hit areas has been the town of Corsicana, about 90 kilometers southeast of Dallas, where more than 50 centimeters of rain has fallen since Thursday.That is where a Union Pacific train carrying cement ran into floodwaters from a creek and derailed Saturday.

Two crew members swam to safety and no one was hurt, but the accident left a dramatic image of the 60-car train lying on its side in the rushing water.

There were also no reports of injuries from Mexico's Jalisco state where Hurricane Patricia came ashore as the strongest storm ever recorded in the Western Hemisphere.

The hurricane struck a sparsely populated stretch of the coast and quickly dissipated Saturday.The popular beach city of Puerto Vallarta and the port city of Manzanillo were spared the brunt of the violent weather.

XS
SM
MD
LG