ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່​ຊ່ອຍ​ເຫຼືອ​ກູ້​ໄພ​ ພະຍາຍາມເຂົ້າເຖິງ ພວກທີ່ປະສົບໄພພິບັດ ໃນ Vanuatu


Vanuatu Cyclone
please wait
Embed

No media source currently available

0:00 0:01:00 0:00

ພວກ​ເຈົ້າ​ໜ້າ​ທີ່​ຊ່ອຍ​ເຫຼືອ​ກູ້​ໄພ​ແລະ​ບໍລິຫານ​ຈັດການ ​ແມ່ນ​ກຳລັງ
​ພະຍາຍາມ​ເຂົ້າ​ຮອດ​ເຂົ້າ​ເຖິງ​ເກາະ​ທີ່ຢູ່​ນອກ​ອອກ​ໄປ​ຂອງ​ເກາະ
Vanuatu ​ໃນ​ວັນ​ອັງຄານມື້​ນີ້ ​ເພື່ອ​ເຂົ້າ​ໄປ​ຊ່ອຍ​ກູ້​ໄພ​ພວກ​ທີ່
​ກະທົບຈາກ​ພາຍຸໄຊໂຄລນ.

ອາກາດ​ບໍ່​ດີ ​ການ​ຕິດ​ຕໍ່​ກໍ​ແບບ​ຈຳກັດ ​ແລະ​ພູມິປະ​ເທດກໍປະ
ກອບ​ດ້ວຍຫຼາຍ​ກວ່າ 80 ​ເກາະ ​ແລະ​ພາ​ໃຫ້​ມີ​ຄວາມ​ຫຍຸ້ງ
ຍາກ​ລຳບາກ ສຳຫລັບພວກ​ເຈົ້າ​ໜ້າ​ທີ່​ຊ່ອຍ​ເຫຼືອ​ກູ້​ໄພ ​ໃນເຂົ້າ
​ເຖິງແລະເກັບ​ກຳ​ເລື່ອງ​ຄວາມ​ເສຍ​ຫາຍ ​ແລະໃຫ້​ຄວາມ​ຊ່ອຍ​
ເຫຼືອໃດໆ ນັບຕັ້ງ​ແຕ່​ພາຍຸໄດ້​ເຂົ້າປະ​ທະໃນ​ແລງ​ວັນ​ສຸກ​ແລ້ວ​ນີ້.

ອົງການມະນຸດສະທຳ​ສະຫະ​ປະຊາ​ຊາດ​ ​ກ່າວ​ວ່າ ໄດ້ມີ​ລາຍ​ງານ​ວ່າ​ ມີ 11 ຄົນ ​ເສຍ​ຊີວິດ​ແລ້ວ ຊຶ່ງຫຼຸດ​ລົງ​ມາ​ຈາກ​ຈຳນວນ 24 ຄົນ ທີ່​ມີ​ລາຍ​ງານ​ໃນເບື້ອງຕົ້ນ​ນັ້ນ ​ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ຄາດ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ​ຈະ​ສູງ​ຂຶ້ນອີກ. ມີ 3,300 ຄົນ ​ໄດ້​ຖືກຍົກຍ້າຍ​ເຂົ້າ​ສູນ​ສຸກ​ເສີນ
ຊົ່ວຄາວ.

“ພາຍຸ​ຫົວ​ນີ້ ​ແມ່ນ​ພາຍຸ​ທີ່​ຮ້າຍ​ແຮງ​ຫົວ​ນຶ່ງ​ໃນ Vanuatu.” ປະທານາທິບໍດີ Baldwin Lonsdale ​ໄດ້​ບອກ​ກັບ ອົງການ​ຂ່າວ AP ​ໃນ​ວັນ​ຈັນ​ວານ​ນີ້​ ​ໃນ​ຂະນະ​ທີ່​ທຳ​ການ​ຢ້ຽມຢາມ​ຍີ່ປຸ່ນ ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ໄພ​ຫາ​ຍຍະ​ນະ ຊຶ່ງທ່ານກ່າວຕື່ມວ່າ “ຂ້າພະ​ເຈົ້າຂໍເວົ້າວ່າ​ ມັນ​ໃຫຍ່ຫລາຍ ໃຫຍ່​ແທ້ໆ. ມັນ​ສ້າງ​ຄວາມ​ເສຍຫາຍໃຫ້​ແກ່​ລັດຖະບານ​ແລະ​ປະຊາຊົນຂອງ Vanuatu. ຫຼັງ​ຈາກ​ທີ່​ໄດ້​ສ້າງສາ​ພັດທະນາ​ເປັນ​
ທີ່​ຮຽບຮ້ອຍ​ແລ້ວ ສິ່ງ​ທີ່​ໄດ້​ສ້າງ​ມາ​ແລ້ວ​ນັ້ນ ກັບ​ຖືກ​ພັງ​ທະລາ​ຍລົງ.”

ພາຍຸໄຊໂຄລນ ​ໄດ້​ທຳລາຍ​ບ້ານ​ເຮືອນ ​ແລະ​ຕຶກ​ອາຄານ ​ແລະ​ໂຄ່ນ​ຕົ້ນ​ໄມ້ ​ໃນ​ທົ່ວ​ປະເທດ ເກາະດອນໃນເຂດມະຫາສະມຸດ​ປາຊິ​ຟິກ​ຕອນໃຕ້ແຫ່ງນັ້ນ ດ້ວຍ​ລົມ​ແຮງທີ່​ມີ​ຄວາມ​ໄວ​ເຖິງ 270 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ.

“ພາຍຸ​ຫົວ​ນີ້ ​ແມ່ນ​ພາຍຸ​ທີ່​ຮ້າຍ​ແຮງ​ຫົວ​ນຶ່ງ​ໃນ Vanuatu.” ປະທານາທິບໍດີ Baldwin Lonsdale ​ໄດ້​ບອກ​ກັບ ອົງການ​ຂ່າວ AP ​ໃນ​ວັນ​ຈັນ​ວານ​ນີ້​ ​ໃນ​ຂະນະ​ທີ່​ທຳ​ການ​ຢ້ຽມຢາມ​ຍີ່ປຸ່ນ ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ໄພ​ຫາ​ຍຍະ​ນະ ຊຶ່ງທ່ານກ່າວຕື່ມວ່າ “ຂ້າພະ​ເຈົ້າຂໍເວົ້າວ່າ​ ມັນ​ໃຫຍ່ຫລາຍ ໃຫຍ່​ແທ້ໆ. ມັນ​ສ້າງ​ຄວາມ​ເສຍຫາຍໃຫ້​ແກ່​ລັດຖະບານ​ແລະ​ປະຊາຊົນຂອງ Vanuatu. ຫຼັງ​ຈາກ​ທີ່​ໄດ້​ສ້າງສາ​ພັດທະນາ​ເປັນ​
ທີ່​ຮຽບຮ້ອຍ​ແລ້ວ ສິ່ງ​ທີ່​ໄດ້​ສ້າງ​ມາ​ແລ້ວ​ນັ້ນ ກັບ​ຖືກ​ພັງ​ທະລາ​ຍລົງ.”

ພາຍຸ ໄຊໂຄລນ ​ໄດ້​ທຳລາຍ​ບ້ານ​ເຮືອນ ​ແລະ​ຕຶກ​ອາຄານ ​ແລະ​ໂຄ່ນ​ຕົ້ນ​ໄມ້ ​ໃນ​ທົ່ວ​ປະເທດ ເກາະດອນໃນເຂດມະຫາສະມຸດ​ປາຊິ​ຟິກ​ຕອນໃຕ້ແຫ່ງນັ້ນ ດ້ວຍ​ລົມ​ແຮງທີ່​ມີ​ຄວາມ​ໄວ​ເຖິງ 270 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ.

ວີດີໂອກ່ຽວກັບ ກອງປະຊຸມປ້ອງກັນໄພຫາຍະນະ:

Disaster Conference Meets Against Backdrop of Vanuatu Cyclone Destruction
please wait

No media source currently available

0:00 0:03:00 0:00

XS
SM
MD
LG