ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົບພະຍົບ ເລີ້ມຕັ້ງຖິ່ນຖານ ໃນ ສະຫະລັດ ຂະນະທີ່ ການອະພິປາຍ ດຳເນີນຕໍ່ໄປ


ອົບພະຍົບຈາກຊີເຣຍ ທ້າວ Ahmad Alabood (ຫຼັງ)​ ນັ່ງຢູ່ແຖວຫຼັນ ໃນລະຫວ່າງການຮຽນພາສາອັງກິດ ທີ່ເມືອງ Kansas City ລັດ Mo.
ອົບພະຍົບຈາກຊີເຣຍ ທ້າວ Ahmad Alabood (ຫຼັງ)​ ນັ່ງຢູ່ແຖວຫຼັນ ໃນລະຫວ່າງການຮຽນພາສາອັງກິດ ທີ່ເມືອງ Kansas City ລັດ Mo.

ຜູ້​ພິພາກສາ​ລັດຖະບານ​ກາງ​ທ່ານ​ນຶ່ງ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ປະຕິ​ເສດ​ຕໍ່​ການດຳ​ເນີນ​ຄວາມ​ພະຍາຍາມ​ ຂອງ​ລັດ​ເທັກ​ຊັສ​ ທີ່​ຈະ​ບໍ່​ຮັບ​ເອົາ ​ການ​ເຂົ້າ​ໄປ​ຕັ້ງຖິ່ນ​ຖານ​ໃໝ່​ ຂອງ​ພວກ​ອົບ​ພະຍົບຊາວ​ຊີ​ເຣຍ ຢູ່​ໃນ​ດິນ​ແດນ​ຂອງ​ຕົນ.

ການ​ຕັດສິນ​ດັ່ງກ່າວ​ ມີ​ຂຶ້ນຫລັງ​ຈາກ​ຜູ້​ທີ່​ຄາດ​ວ່າ ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່​ແຕ່ງຕັ້ງຂອງ​ພັກ ຣີພັບ​ບລີ​ກັນ​ໃຫ້​ລົງ​ສະໝັກ​ແຂ່ງຂັນ​ເປັນ​ປະທານາທິບໍດີທ່ານ Donald Trump ຮຽກຮ້ອງ​ ບໍ່​ໃຫ້​ຊາວ​ມຸສລິ​ມ ທີ່​ບໍ່​ແມ່ນ​ສັນຊາດ​ອາ​ເມຣິກັນ​ເຂົ້າມາ​ໃນ​ປະເທດ ຫລັງ​ຈາກ​ໄດ້​ເກີດ​ການ​ສັງຫານ​ໝູ່ ທີ່​ບາ​ໃນ​ເມືອງ Orlando.

​ເຖິງ​ແມ່ນ ກ່ອນ​ການ​ໂຈມ​ຕີ​ເກີດຂຶ້ນອີກ ຊາວ​ອາ​ເມຣິກັນ ​ກໍ​ມີ​ຄວາມ​ຄິດ​ແບ່ງ​ແຍກ​ຢູ່​ແລ້ວ​ ສ່ວນ​ໃຫຍ່​ແມ່ນ​ຕາມ​ແນວທາງ​ຂອງ​ພັກ​ກ່ຽວກັບ​ການ​ຮັບເອົາ​ພວກ​ອົບ​ພະຍົບຈາກ​ບັນດາ ປະ​ເທດ​ທີ່​ເກີດ​ສົງ​ຄາມ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ການ​ສຳ​ຫລວດຄວາມ​ເຫັນ​ ທີ່​ມີ​ຂຶ້ນ​ ໃນ​ທ້າຍ​ເດືອນ​ພຶດສະພາ​ ຜ່ານ​ມານີ້ ​ໂດຍ​ສະ​ຖາ​ບັນ Brooking ພົບ​ເຫັນ​ວ່າ ມີ​ພຽງ​ແຕ່ 38 ​ເປີ​ເຊັນ​ເທົ່າ​ນັ້ນຂອງ​ພັກຣີພັບ​ບລີ​ກັນ​ທີ່ສະໜັບສະ ໜຸນ​ການ​ຮັບ​ເອົ​າອົບ​ພະຍົບຈາກ​ຊີ​ເຣຍ ​ແລະ​ພາກ​ຕາ​ເວັນ​ອອກ​ກາງ​ ສົມ​ທຽບ​ໃສ່ 77 ​ເປີ ເຊັນ​ຂອງ​ພັກ​ເດ​ໂມ​ແຄຣັດ. ​ແຕ່​ໃນ​ໝູ່​ພວກ​ທີ່​ໃຫ້ການ​ສະໜັບ ສະໜຸນ​ທ່ານ Trump ນັ້ນ 77 ​ເປີ​ເຊັນ​ກ່າວ​ວ່າ ​ເຂົາ​ເຈົ້າຄັດຄ້ານ​ຕໍ່​ການ​ຮັບ​ເອົາພວກອົບ​ພະຍົບ.

ອົບພະຍົບຊີເຣຍ ທ້າວ Ahmad Alabood ເອົາລົດເມ ໄປຮຽນພາສາອັງກິດ ທີ່ເມືອງ Kansas City ລັດ Mo., ວັນທີ 13 ມິຖຸຸນາ, 2016.
ອົບພະຍົບຊີເຣຍ ທ້າວ Ahmad Alabood ເອົາລົດເມ ໄປຮຽນພາສາອັງກິດ ທີ່ເມືອງ Kansas City ລັດ Mo., ວັນທີ 13 ມິຖຸຸນາ, 2016.

ພວກ​ຜູ້​ຄົນ​ເຫລົ່ານີ້​ແມ່ນ​ໃຜ​ແທ້​ທີ່​ສ້າງ​ຄວາມ​ແຕກແຍກ​ໃນ​ໝູ່​ຊາວ​ອາ​ເມ​ຣິກັນຊຶ່ງ​ໄດ້​ກໍ່​ໃຫ້ ເກີດ​ມີ​ຄວາມ​ຮູ້ສຶກ​ທີ່ຫວາດ​ຫວັ່ນ​ຢ້ານ​ກົວ ​ແລະ​ຄວາມ​ສົງ​ໄສ​ຢູ່​ໃນ​ບາງ​ຄົນ ​ແລະ​ມີ​ຄວາມ​ຮູ້ສຶກ​ທີ່​ຢາກ​ໃຫ້ການ​ຊ່ອຍ​ເຫລືອ ​ແລະ​ຮັບ​ເອົາ​ພວກ​ອົບ​ພະຍົບ​ໃນ​ອີກ​ຈຳນວນ​ນຶ່ງ.

ບັດ​ນີ້ພວກ​ເຮົາ​ມາ​ເບິ່ງ​ວ່າ ​ໃນ​ຈຳນວນ​ອົບ​ພະຍົບຫລາຍໆ​ລ້ານ​ຄົນ​ນີ້ ຜູ້​ໃດ​ໄດ້​ຖືກ​ບັງຄັບ​ໃຫ້​ຫຼົບໜີີ​ຈາກ​ບັນດາ​ຂັດ​ແຍ້​ງທີ່​ນອງ​ເລືອດ​ຢູ່​ໃນ​ຊີ​ເຣຍ ອີຣັກ ລີ​ເບຍ​ແລະປະ​ເທດ​ອື່ນໆ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ພາຍ​ໃນ​ທ້າຍ​ປີ 2014 ມີ​ອົບ​ພະຍົບທັງ​ໝົດ​ໃນ​ໂລກ 19 ລ້ານ 5 ​ແສນ​ຄົນອີງຕາມ​ອົງການ​ສະຫະ​ປະຊາ​ຊາດ 14 ລ້ານ 4 ​ແສນ​ຄົນ ແມ່ນ​ຢູ່​ພາຍ​ໃຕ້​ການ​ດູ​ແລ ຂອງ​ສະພາ​ສິດທິມະ ນຸດ​ສະຫະ​ປະຊາ​ຊາດ. ນີ້​ແມ່ນ​ເພີ້ມຂຶ້ນ 2 ລ້ານ 9 ​ແສນ​ຄົນ​ຈາກ​ປີ 2013. ສ່ວນ​ທີ່​ເຫລືອ 5 ລ້ານ 1 ​ແສນ​ຄົນ ​ໄດ້​ຈົດ​ທະບຽນ​ກັບ​ອົງ ການ​ບັນ​ເທົາທຸກ​ແລະ​ຈັດ​ຫາ​ວຽກ​ຂອງ​ສະຫະ ປະຊາ​ຊາດ.

​ແຕ່​ແນວ​ໃດ​ກໍ​ຕາມ​ ມີ​ປະມານ 59​ ລ້ານ 5 ​ແສນ​ຄົນໄດ້​ຖືກ​ບັງຄັບ​ໃຫ້​ຫລົບໜີ ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ ອຽງ​ຕາມ​ລາຍ​ງານ​ທ່າ​ອຽງ​ຂອງ​ອົງ ການ​ສະຫະ​ປະຊາ​ຊາດ. ​ໂຕ​ເລກ​ດັ່ງກ່າວ ບໍ່​ແມ່ນ​ຮວມແຕ່​ພວກ​ອົບ​ພະຍົບ​ເທົ່ານັ້ນ ​ແຕ່​ຍັງ​ຮວມ​ເອົາ​ຜູູ້ປະສົບ​ໄພ​ພາຍ​ໃນ​ປະ​ເທດ ​ພວກ​ຂໍ​ລີ້​ໄພ ​ແລະ​ພວກ​ທີ່​ບໍ່​ມີ ປະ​ເທດ ນຳ​ດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG