ລິ້ງ ສຳຫລັບເຂົ້າຫາ

ປະຊາຄົມ ຊາວອົບພະຍົບ ເອເຊຍ ຢູ່ໃນລັດ ອາລາບາມາ ກາຍເປັນ ກະດູກສັນຫຼັງ ຂອງອຸດສາຫະກຳປະມົງ


ຊາວປະມົງ ຫວຽດນາມ ພວມພາຍເຮືອ ຂອງເຂົາເຈົ້າ ຢູ່ໃນເມືອງທ່າ Vung Tau ທາງພາກຕາເວັນອອກສຽງໃຕ້ ຂອງຫວຽດນາມ ຫ່າງຈາກນະຄອນ Ho Chi Minh ທາງກ້ຳໃຕ້ 125 ກິໂລແມັດ.

ຊາວປະມົງ ຫວຽດນາມ ພວມພາຍເຮືອ ຂອງເຂົາເຈົ້າ ຢູ່ໃນເມືອງທ່າ Vung Tau ທາງພາກຕາເວັນອອກສຽງໃຕ້ ຂອງຫວຽດນາມ ຫ່າງຈາກນະຄອນ Ho Chi Minh ທາງກ້ຳໃຕ້ 125 ກິໂລແມັດ.

ພວກຊາວອົບພະຍົບ ໄດ້ພາກັນຫລົບໜີ ສົງຄາມ ໃນບ້ານເກີດ
ເມືອງນອນ ຂອງພວກເຂົາເຈົ້າ ເພື່ອຈະສ້າງຊີວິດໃໝ່ ໃຫ້ດີ
ກວ່າເກົ່າ ໃນສະຫະລັດ. ໃນເມື່ອກຸ່ມພວກຊາວເອເຊຍຕາເວັນ
ອອກສຽງໃຕ້ ໄດ້ຕັດສິນໃຈຂຶ້ນເຮືອ ເພື່ອເດີນທາງມາຍັງດິນແດນ
ຂອງອາເມຣິກາແລ້ວ ພວກເຂົາເຈົ້າຫຼາຍຄົນ ກໍຍັງບໍ່ຮູ້ເລີຍວ່າ
ພວກເຂົາເຈົ້າຈະໄປໃສ ພວກເຂົາເຈົ້າພຽງແຕ່ຮູ້ວ່າ ໄດ້ຫລົບໜີ
ສົງຄາມ ໃນຫວຽດນາມ ແລະ ກຳປູເຈຍເທົ່ານັ້ນ. ປັດຈຸບັນນີ້
ພວກຄົນເຫຼົ່ານັ້ນ ບາງສ່ວນແມ່ນອາ​ໄສຢູ່ໃນສະຖານທີ່ ທີ່ອາດ
ຄືວ່າ ແລະ ອາດບໍ່ຄືວ່າ ເປັນຈຸດໝາຍສຳຫລັບ ການຕັ້ງຖິ່ນຖານ
ຂອງຊາວອົບພະຍົບ ໃນສະຫະລັດເລີຍ. ຜູ້ສື່ຂ່າວ Arash
Arabasadi ລາຍງານມາຈາກ ເມືອງ Bayou La Batre
ໃນລັດອາລາບາມາ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ເມືອງແຄມຝັ່ງ Bayou La Batre ນີ້ ແມ່ນເມືອງເອກຂອງອາຫານທະເລ ​ໃນລັດ
ອາລາບາມາ. ຢູ່ບ່ອນດັ່ງກ່າວ ກຸ້ງ ແມ່ນເປັນພະຣາຊາ.

ທ່ານ Dominick Ficarino ເຈົ້າຂອງບໍລິສັດ ຈຳນ່າຍອາຫານທະເລ Dominick’s
Seafood ເວົ້າວ່າ “ພວກເຮົາມີຊາວເອເຊຍ ຫລັ່ງໄຫລເຂົ້າມາຢ່າງຫລວງຫຼາຍ ທີ່ໄດ້
ຍົກຍ້າຍເຂົ້າມາໃນ ຊຸມຊົນນີ້ ແລະ ກໍດີແທ້ໆ ທີ່ພວກເຂົາເຈົ້າເຂົ້າມາຢູ່.”

ກໍເພາະວ່າ ເລີ້ມຕົ້ນແຕ່ຊ່ວງປີ 1970 ຄື້ນຟອງຂອງຊາວອົບພະຍົບ ທີ່ໄດ້ຫລົບໜີມາຈາກ
ສົງຄາມ ທີ່ເຮັດໃຫ້ບ້ານແຕກສາແຫລກຂາດ ໃນເອເຊຍຕາເວັນອອກສຽງໃຕ້. ໃນຫຼາຍໆ
ກໍລະນີ ພວກເຂົາເຈົ້າຂີ່ເຮືອຫາປາຂອງຄອບຄົວ ແລະ ອອກໄປພົບກອງທັບເຮືອສະຫະລັດ
ຢູ່ກາງທະເລ.

ທ່ານ Dung Nguyen ຄົນຫາກຸ້ງອາເມຣິກັນ ເຊື້ອສາຍຫວຽດນາມ ເວົ້າວ່າ “ພວກເຮົາບໍ່
ຮູ້ເລີຍວ່າ ພວກເຮົາຈະມາສະຫະລັດ ຈົນກວ່າ ພວກເຂົາເຈົ້າເອົາໝົດທຸກຄົນ ລົງຈາກ
ເຮືອ ຢູ່ທີ່ເກາະກວມ. ໃນເວລານັ້ນ ຂ້າພະເຈົ້າຮູ້ແລ້ວວ່າ ພວກເຮົາຈະມາສະຫະລັດ.”

ສະນັ້ນ ໃນເບື້ອງຕົ້ນ ຄອບຄົວຂອງທ່ານ Dung Nguyen ຈຶ່ງໄດ້ໄປຢູ່ ໃນເກາະນ້ອຍໆ
ທາງພາກຕາເວັນຕົກຂອງມະຫາສມຸດປາຊີຟິກ.

ທ່ານ Dung Nguyen ເວົ້າຕໍ່ໄປວ່າ “ພວກເຂົາເຈົ້າ ມີສູນແຫ່ງນຶ່ງຢູ່ທີ່ນັ້ນ. ພວກເຮົາ
ໄປ ຢູ່ໃນສູນນັ້ນ ເປັນເວລາເກືອບສອງ ສາມເດືອນ ແລະ ຕໍ່ຈາກນັ້ນ ພວກເຮົາຈຶ່ງໄດ້
ມີຜູ້ອຸປະຖຳ ແລ້ວໄດ້ໄປຍັງ ເມືອງ Panama City ໃນລັດຟລໍລີດາ.”

ສຳຫລັບພວກອົບພະຍົບ ທີ່ມາໃໝ່ ຜູ້ອຸບປະຖຳ ແມ່ນເປັນບຸກຄົນ ຜູ້ທີ່ຊ່ວຍເຫຼືອ ພວກ
ເຂົາເຈົ້າ ໃນໄລຍະການສ້າງຕັ້ງຊີວິດໃໝ່ ຢູ່ໃນສະຫະລັດ. ແຕ່ທ່ານ Nguyen ກ່າວວ່າ ແທ້ຈິງແລ້ວ ມັນບໍ່ໄດ້ເກີດຂຶ້ນເຊັ່ນນັ້ນເລີຍ.

ທ່ານ Nguyen ເວົ້າອີກວ່າ “ພວກເຮົາໄດ້ເຊັນສັນຍາ ກັບຜູ້ອຸປະຖຳ. ດັ່ງນັ້ນ ໃນເວລາ
ພວກເຮົາ ໄປເຖິງ Panama City ຜູ້ໃດກໍຕາມ ທີ່ ເຮັດວຽກ ແມ່ນເຮັດໃຫ້ລາວ ສາມ
ເດືອນຕາມສັນຍາ ເຈົ້າບໍ່ໄດ້ຮັບຄ່າຈ້າງຫຍັງເລີຍ.”

ໃນທີ່ສຸດ ພໍ່ຂອງທ່ານ Nguyen ຫາວຽກ ທີ່ລາວເຄີຍເຮັດ ກ່ຽວກັບສະພາບແວດລ້ອມ
ເທິງໜ້ານ້ຳ ​ໃນອັນທີ່ລາວໄດ້ເຮັດມາແລ້ວ ຢູ່ໃນຫວຽດນາມ ແລະ ລາວກໍໄດ້ນຳເອົາ
ຄອບຄົວຂອງລາວ ມານຳດ້ວຍ. ແຕ່ມັນເປັນວຽກທີ່ຍາກລຳບາກ.

ຫຼັງຈາກຫຼາຍໆຊົ່ວ​ໂມງ ກໍ​ເປັນຫຼາຍໆມື້ຜ່ານ​ໄປ. ສຳຫລັບຄົນຄືກັບ ນ້ອງເຂີຍຂອງທ່ານ
Nguyen ແລ້ວ ມັນຄືພຽງຊີວິດດຽວ ທີ່ພວກເຂົາເຈົ້າ​ເຄີຍຊິນມາ​ແລ້ວ.

ທ່ານ Nghin Nguyen ເວົ້າວ່າ “ພໍ່ແມ່ຂອງຂ້ອຍ ເຮັດວຽກແບບດຽວກັນນີ້ ໃນເມື່ອ
ກ່ອນ ຢູ່ຫວຽດນາມ. ແມ່ນແລ້ວ ຈົນມາເຖິງປັດຈຸບັນນີ້. ຈາກເຮືອລຳນ້ອຍໆ ໄປຫາ
ເຮືອລຳໃຫຍ່.”


​ເຖິງ​ແມ່ນ​ວ່າພວກເຂົາເຈົ້າ ບໍ່ໄດ້ຖືກຕ້ອນຮັບ ຈາກປະຊາຊົນໃນທ້ອງຖິ່ນສະເໝີໄປກໍຕາມ
​ແຕ່ມັນກໍເປັນການຍາກ​ທີ່​ຈະ​ວາດ​ພາບ​ໄດ້​ ກ່ຽວ​ກັບອຸດສາຫະກຳອັນນີ້ ​ໂດຍປາດສະຈາກ
ພວກເຂົາເຈົ້າ ໃນປັດຈຸບັນ.

ທ່ານ Ficarino ເວົ້າວ່າ “ແທ້ໆແລ້ວ ມັນໄດ້ໃຫ້ພວກເຮົາ ເສັ້ນທາງທີ່ດີ ສຳ​ຫລັບການ
ສົ່ງເສີມເພື່ອຫາການຊ່ວຍເຫຼືອ ເພາະວ່າ ຖ້າປາດສະຈາກພວກເຂົາເຈົ້າ ຢູ່ທີ່ແຫ່ງນີ້
ໃນເວລານີ້ ຂ້າພະເຈົ້າ ບໍ່ຮູ້ວ່າ ແມ່ນຫຍັງຈະເກີດຂຶ້ນກັບທຸລະກິດຂອງຂ້າພະເຈົ້າ.”

ພວກເຂົາເຈົ້າອາດໄດ້ຕັ້ງໜ້າອອກ​ເດີນທາງ​ໂດຍ​ທາງ​ເຮືອ​ມາ​ຍັງສະຫະລັດ ​ເມື່ອຫຼາຍ
ທົດສະວັດມາແລ້ວ. ​ເວລາ​ນີ້ ພວກເຂົາເຈົ້າແມ່ນຢູ່​ໄກຈາກບ້ານເກີດເມືອງນອນ ​ແຕ່​ກໍ
ເຮັດວຽກໃນສະພາບ ທີ່ຕ່ຳກວ່າອັນທີ່ຄາດ​ຄິດໄວ້. ແຕ່ດຽວນີ້ ຢູ່ທີ່ແຫ່ງນີ້ ມັນແມ່ນບ້ານ
ຂອງພວກເຂົາ ບ່ອນທີ່ຫ່າງໄກຈາກສົງຄາມ.

XS
SM
MD
LG