ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ Houthi ​ສືບ​ຕໍ່​​ ເຂົ້າຄວບ​ຄຸມ​ ພື້ນ​ທີ່ໃນເມືອງເອເດັນ ຕື່ມ​ອີກ


ພວກຄົນພາກັນຊອກຫາ ບ່ອນຫລົບລີ້ ໃນລະຫວ່າງມີການຍິງກັນ ຢູ່ທີ່ຄ້າຍກອງທັບ ແຫ່ງນຶ່ງໃນ ເມືອງທ່າ ເອເດັນ ຢູ່ທາງພາກໃຕ້ຂອງເຢເມັນ, ວັນທີ 25,ເມສາ 2015.
ພວກຄົນພາກັນຊອກຫາ ບ່ອນຫລົບລີ້ ໃນລະຫວ່າງມີການຍິງກັນ ຢູ່ທີ່ຄ້າຍກອງທັບ ແຫ່ງນຶ່ງໃນ ເມືອງທ່າ ເອເດັນ ຢູ່ທາງພາກໃຕ້ຂອງເຢເມັນ, ວັນທີ 25,ເມສາ 2015.

ພວກ​ກະບົດ Houthi ​ໃນ​ເຢ​ເມັນ ສືບ​ຕໍ່ເຂົ້າຄວບ​ຄຸມ​ພື້ນ​ທີ່
ຕື່ມ​ອີກ​ ໃນເມືອງ ​ເອ​ເ​ດັນ ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ໃນວັນ​
ອາທິດ​ມື້​ນີ້ ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກາດ
ທີ່​ນຳພາ​ໂດຍ ຊາ​ອຸ​ດີ ອາ​ເຣ​ເບຍ ກໍ​ຕາມ.

ອົງການ​ຂ່າວ​ຝຣັ່ງ ລາ​ຍງານ​ວ່າ ພວກ​ກະບົດ​ໄດ້​ຢຶດ​ເອົາ ​
ສຳນັກງານ​ໃຫຍ່​ ຂອງລັດຖະບານ​ແຂວງ​ ລວມທັງ​ຫ້ອງການ​
ຂອງ​ເຈົ້າ​ແຂວງ ​ໃນ​ເຂດເມືອງ Mualla ຂອງ Aden.

ຣັດ​ເຊຍ ແລະ ຄະນະ​ສະພາກາ​ແດງ​ສາກົນ ຢາກ​ໃຫ້ ຊາ​ອຸ​ດີ
ອາ​ເຣເບຍ ຢຸດ​ປະຕິ​ບັດ​ການ​ທາງ​ທະຫານ ຕໍ່ຕ້ານພວກ​ກະບົດ
​Houthi ໄວ້ຊົ່ວຄາວ​ ​ເພື່ອ​ປ່ອຍໃຫ້ມີ​ການ​ຂົນສົ່ງ​ການ​ຊ່ວຍ​ເຫຼືອ ​ໄປ​ໃຫ້​ແກ່​ພົນລະ​ເຮືອນ
​ແລະ ຍົກຍ້າຍ​ບັນດາ​ຊາວ​ຕ່າງ​ຊາດອອກ​ຈາກ​ພື້ນ​ທີ່ ດ້ວຍ​ຄວາມ​ປອດໄພ.

ຊາວເຢເມັນ ພາກັນຊອກຫາຜູ້ອາດລອດຊີວິດ ໃນຊາກຫັກພັງ ຂອງ ອາຄານເຮືອຊານບ້ານຊ່ອງ ທີ່ໄດ້ຖືກທຳລາຍ ດ້ວຍການໂຈມຕີ ທາງອາກາດ ທີ່ນຳພາໂດຍຊາອຸດີ ອາເຣເບຍ, ວັນທີ 4 ເມສາ 2015.
ຊາວເຢເມັນ ພາກັນຊອກຫາຜູ້ອາດລອດຊີວິດ ໃນຊາກຫັກພັງ ຂອງ ອາຄານເຮືອຊານບ້ານຊ່ອງ ທີ່ໄດ້ຖືກທຳລາຍ ດ້ວຍການໂຈມຕີ ທາງອາກາດ ທີ່ນຳພາໂດຍຊາອຸດີ ອາເຣເບຍ, ວັນທີ 4 ເມສາ 2015.

ຄຳ​ຮ້ອງ​ຂໍ​ດັ່ງກ່າວຂອງຣັດ​ເຊຍ ມີ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ລະ
ຫວ່າງ ກອງ​ປະຊຸມ​ສຸກ​ເສີນ ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ
​ສະຫະ​ປະຊາ​ຊາດ ທີ່​ຣັດ​ເຊຍ​ໄດ້ຮຽກຮ້ອງ​ໃຫ້​ເປີດ​ຂຶ້ນນັ້ນ.
ຮ່າງ​ຂໍ້ສະ​ເໜີ​ສະບັບ​ນຶ່ງ​ຂອງຣັດ​ເຊຍ ຮຽກຮ້ອງ​ໃຫ້​ຢຸດການ
​ໂຈມ​ຕີ​ທາງ​ອາກາດ ທີ່​ຊາ​ອຸ​ດີ ນຳພາແນວ​ໂຮມ ຊາວ Sunni
ຕໍ່ສູ້​ກັບ ພວກ​ກະບົດ ຊາວ Shi’ite ​ໃນ​ເຢ​ເມັນນັ້ນ ໄວ້​ຊົ່ວຄາວ
​ແບບ “​ເປັນ​ປະຈຳ ​ແລະຕ້ອງ​ເຮັດ.”

​ຢູ່​ທີ່ Geneva ສະພາກາ​ແດງ ຍັງ​ຮຽກຮ້ອງ​ໃຫ້​ຍຸດຕິ ການ​ທຳ
ສົງຄາມ​ລະຫວ່າງ​ກັນ​ໂດຍ​ທັນທີ ​ໂດຍ​ກ່າວ​ວ່າ ການ​ນຳ​ສົ່ງ​ການ
​ຊ່ວຍ​ເຫຼືອຂອງ​ຕົນ ​ແມ່ນ​ກຳລັງ​ຖືກ​ກີດ​ກັນ​ຢູ່.

​ເອກ​ອັກຄະ​ລັດຖະທູດ​ຈໍ​ແດນ ປະຈຳ​ສະຫະ​ປະ​ຊາ​ຊາດ ທ່ານ​ນາງ Dina Kawar ກ່າວ​ວ່າ ບັນດາ​ສະມາຊິກ​ສະພາ ຫວັງ​ວ່າ​ຈະ​ຕັດ​ສິນ​ໃຈກ່ຽວ​ກັບ​ຮ່າງຍັດຕິທີ່​ນຳ​ສະ​ເໜີ​ໂດ​ຍຣັດ​ເຊຍນັ້ນ ພາຍ​ໃນ​ວັນ​ຈັນ​ມື້​ອື່ນ.

ທ່ານ​ນາງ ກ່າວ​ຖະ​ແຫລ​ງ​ໃນ​ຖານະເປັນ​ປະ​ທານ​ສະພາ​ດັ່ງກ່າວ ​ສຳ​ຫລັບ​ເດືອນ​ນີ້.

Yemen Airstrike
please wait
Embed

No media source currently available

0:00 0:01:19 0:00

XS
SM
MD
LG