ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກນັກຮົບກະບົດ ຈະບໍ່ຍອມຈຳນົນພາກ ສ່ວນ ທິດຕາເວັນອອກຂອງເມືອງ Aleppo


ທະຫານບົກ ຊີເຣຍ ຍ່າງກວດລາດຕະເວນຢູ່ໝູ່ບ້ານ Tariq al-Bab ຕັ້ງຢູ່ພາກຕາເວັນອອກຂອງເມືອງ Aleppo, ຊີເຣຍ, 3 ທັນວາ, 2016.
ທະຫານບົກ ຊີເຣຍ ຍ່າງກວດລາດຕະເວນຢູ່ໝູ່ບ້ານ Tariq al-Bab ຕັ້ງຢູ່ພາກຕາເວັນອອກຂອງເມືອງ Aleppo, ຊີເຣຍ, 3 ທັນວາ, 2016.

ພວກຜູ້ບັນຊາການກຸ່ມກະບົດ ຊີເຣຍ ໃນເມືອງ Aleppo ທີ່ຖືກທຳ ລາຍໂດຍສົງຄາມ ກ່າວວ່າ ພວກເຂົາຈະບໍ່ຍອມເສຍເມືອງທີ່ຕັ້ງຢູ່ກ້ຳຕາເວັນອອກໃຫ້ກັບ ກອງກຳລັງລັດຖະ ບານທີ່ຖືກໜູນລັງໂດຍ ຣັດເຊຍ, ເຖິງແມ່ນວ່າຈະມີການໂຈມຕີຂອງລັດຖະບານທີ່ຂົ່ມຂູ່ ວ່າ ຈະຂັບໄລ່ພວກນັກຮົບຝ່າຍຄ້ານອອກໄປ ຫຼັງຈາກການປົກຄອງ 4 ປີມາແລ້ວ.

ຜູ້ບັນຊາການ Zakaria Malahifji ໄດ້ໃຫ້ຄຳເຫັນຕໍ່ອົງການຂ່າວ Reuters ໃນວັນເສົາ ວານນີ້ວ່າ “ຂ້າພະເຈົ້າໄດ້ຖາມພວກຝ່າຍຄ້ານ, ພວກເຂົາໄດ້ເວົ້າວ່າ “ພວກເຮົາຈະບໍ່ ຍອມຈຳນົນ.” ທ່ານໄດ້ກ່າວຈາກປະເທດ ເທີກີ ບ່ອນທີ່ມີການລາຍງານວ່າ ກຸ່ມຜູ້ນຳທີ່ຖືກ ເລືອກຂອງພວກກະບົດ ໄດ້ຈັດການເຈລະຈາລັບ ກັບທູດພິເສດ ຣັດເຊຍ ກ່ຽວກັບ ວິກິດ ການ Aleppo ທີ່ແກ່ຍາວມາຫຼາຍເດືອນ.

ທ່ານ Malahifji ກ່າວວ່າ “ມັນບໍ່ມີບັນຫາກັບເສັ້ນທາງສຳລັບພວກພົນລະເຮືອນທີ່ຈະ ເດີນທາງອອກໄປ, ແຕ່ພວກເຮົາເອງຈະບໍ່ເດີນທາງອອກຈາກເມືອງນີ້ຢ່າງແນ່ນອນ.”

ທ່ານ Malahifji ໄດ້ກ່າວດົນເປັນຊົ່ວໂມງ ຫຼັງຈາກລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ໄດ້ກ່າວດ້ວຍຄຳເວົ້າຂອງທ່ານເອງວ່າ ມົສກູ ແມ່ນພ້ອມແລ້ວສຳ ລັບການເຈລະຈາກັບ ວໍຊິງຕັນ ເພື່ອຮັບປະກັນການຖອນຕົວອອກຈາກເມືອງ Aleppo ຂອງພວກກະບົດທຸກຄົນໂດຍບໍ່ມີຂໍ້ແມ້ໃດໆ.

ຄຳປາໄສຂອງທ່ານ Lavrov ໄດ້ມີຂຶ້ນຫຼັງຈາກການປະຊຸມ ກັບລັດຖະມົນຕີການຕ່າງປະ ເທດ ສະຫະລັດ ທ່ານ John Kerry ໃນນະຄອນຫຼວງ ໂຣມ ເມື່ອວັນສຸກທີຜ່ານມາ. ການ ເຈລະຈາຄັ້ງຕໍ່ໄປ ລະຫວ່າງ ບັນດານັກການທູດທັງສອງທ່ານ ມີກຳນົດທີ່ຈະຈັດຂຶ້ນໃນສັບ ປະດາໜ້າທີ່ນະຄອນ ເຈນີວາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG