ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕໍ່ສູ້ ກັບພວກ IS ໃນເມືອງ Raqqa ຈະເລີ່ມຂຶ້ນ ໃນໄວໆນີ້


ນັກຮົບຂອງໜ່ວຍປ້ອງກັນປະຊາຊົນຊາວເຄີດ ຫຼື YPG ລໍຖ້າໃນເມືອງ Ain Issi, ທາງເໜືອເມືອງ Raqqa, ປະເທດຊີເຣຍ. ໃນການປະທະກັນ ລະຫວ່າງກຸ່ມລັດອິສລາມ ແລະ ນັກຮົບ YPG. 10 ກໍລະກົດ, 2015.
ນັກຮົບຂອງໜ່ວຍປ້ອງກັນປະຊາຊົນຊາວເຄີດ ຫຼື YPG ລໍຖ້າໃນເມືອງ Ain Issi, ທາງເໜືອເມືອງ Raqqa, ປະເທດຊີເຣຍ. ໃນການປະທະກັນ ລະຫວ່າງກຸ່ມລັດອິສລາມ ແລະ ນັກຮົບ YPG. 10 ກໍລະກົດ, 2015.

ກຸ່ມກະບົດ ຊີເຣຍ ທີ່ລວມມີນັກຮົບຊາວ ເຄີດ YPG ຈຳນວນຫຼາຍຈະ ສົ່ງໄປປິດ​ລ້ອມ ເມືອງ Raqqa “ໃນໄວໆນີ້,” ໃນການເຄື່ອນໄຫວເພື່ອຕໍ່ສູ້ກັບພວກລັດອິສລາມ ທີ່ອາດຈະ ເຮັດໃຫ້ ເທີກີ ທີ່ເປັນພັນທະມິດຂອງ ສະຫະລັດ ມີອາການຢາກຮ້າຍໄດ້.

ນາຍພົນ Stephen Townsend, ເຊິ່ງເປັນນາຍພົນລະດັບສູງທີ່ນຳໜ້າການປະຕິບັດ ການຂອງພັນທະມິດ ຕໍ່ສູ້ກັບພວກລັດອິສລາມໃນ ຊີເຣຍ ແລະ ອີຣັກ ໄດ້ກ່າວຕໍ່ບັນດານັກ ຂ່າວທີ່ທຳນຽບຫ້າແຈ ຜ່ານການປະຊຸມທາງໂທລະສັບໃນວັນພຸດວານນີ້ວ່າ “ເລື່ອງກໍ ແມ່ນວ່າ ພວກນີ້ແມ່ນພຽງກອງກຳລັງດຽວທີ່ມີຄວາມສາມາດ ເປັນກອງກຳລັງປະຊາ ທິປະໄຕ ຊີເຣຍ ໃນໄລຍະເວລາອັນໃກ້ນີ້, ເຊິ່ງພວກ YPG ແມ່ນກອງກຳລັງທີ່ມີສະມາ ຊິກຈຳນວນຫຼາຍ.”

ພວກນັກຮົບຂອງກອງກຳລັງປະຊາທິປະໄຕ ຊີເຣຍ ກະກຽມສົ່ງປືນຄົກໄປສະຖານທີ່ທີ່ຖືກຍຶດໂດຍ ພວກນັກຮົບ ລັດອິສລາມ ໃນແຂວງ Raqqa ທາງພາກເໜືອຂອງ ຊີເຣຍ. 27 ພຶດສະພາ 2016.
ພວກນັກຮົບຂອງກອງກຳລັງປະຊາທິປະໄຕ ຊີເຣຍ ກະກຽມສົ່ງປືນຄົກໄປສະຖານທີ່ທີ່ຖືກຍຶດໂດຍ ພວກນັກຮົບ ລັດອິສລາມ ໃນແຂວງ Raqqa ທາງພາກເໜືອຂອງ ຊີເຣຍ. 27 ພຶດສະພາ 2016.

ທ່ານ Townsend ໄດ້ກ່າວວ່າ ສະຫະລັດ ແມ່ນກຳລັງ “ເຈລະຈາ” ກັບ ເທີກີ, ແຕ່ຈະ ຕ້ອງໄດ້ເຮັດວຽກຜ່ານ “ແນວຄິດທີ່ແຕກຕ່າງ” ຂອງພວກເຂົາເຈົ້າ ກ່ຽວກັບ ການລວມ ເອົາພວກນັກຮົບຊາວ ເຄີດ ເຂົ້າໃນການປະຕິບັດການ​ທີ່ເມືອງ Raqqa.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ແລະ ຜູ້ນຳ ເທີກີ ທ່ານ Recep Tayyip Erdogan ໄດ້ປຶກສາຫາລື ກ່ຽວກັບ ການຕໍ່ສູ້ກັບພວກລັດອິສລາມໃນວັນພຸດມື້ນີ້ ຜ່ານການລົມກັນທາງໂທລະສັບ. ຖະແຫຼງການສະບັບໜຶ່ງຂອງ ທຳນຽບຂາວ ບໍ່ໄດ້ກ່າວ ເຖິງເມືອງ Raqqa ໂດຍສະເພາະເຈາະຈົງ, ແຕ່ໄດ້ກ່າວວ່າ ທ່ານ ໂອບາມາ ຮັບຮູ້ຄວາມ ພະຍາຍາມຂອງ ເທີກີ ໃນພາກເໜືອຂອງ ຊີເຣຍ ແລະ ຄວາມຕ້ອງການໃນການປະສານ ງານກັນຢ່າງໃກ້ຊິດ ລະຫວ່າງ ສະຫະລັດ ແລະ ເທີກີ “ເພື່ອສ້າງຄວາມກົດດັນຢ່າງສະ ໝໍ່າສະເໝີ” ໃສ່ກຸ່ມພວກຫົວຮຸນແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG