ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ລາວກັບຫວຽດນາມ ຈະໃຫ້ ແລ້ວເສັດພາຍໃນ 5 ປີ


ພິທີການວາງສີລາລື້ກ ເພື່ອເລີ້ມລົງມື
ກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວກັບຫວຽດນາມ ໃນທ້າຍເດືອນທັນວາ 2013 ໂດຍທ່ານນາງອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມ
ການລົງທຶນຂອງກະຊວງແຜນການ ແລະການລົງທຶນ ກັບທ່ານອັບດຸລ ອາຊິດ ກາປາວີ
ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ.
ພິທີການວາງສີລາລື້ກ ເພື່ອເລີ້ມລົງມື ກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວກັບຫວຽດນາມ ໃນທ້າຍເດືອນທັນວາ 2013 ໂດຍທ່ານນາງອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມ ການລົງທຶນຂອງກະຊວງແຜນການ ແລະການລົງທຶນ ກັບທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ.

ການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ ກັບຫວຽດນາມ ຈາກແຂວງ
ສະຫວັນນະເຂດໄປ ທີ່ດ່ານຊາຍແດນລາວບາວ ຂອງຫວຽດນາມ
ຈະໃຫ້ແລ້ວເສັດໃນ 5 ປີ ພາຍຫຼັງຈາກໄດ້ຮັບອະນຸມັດ ຈາກ
ລັດຖະບານລາວແລ້ວນັ້ນ.

ທ່ານສອນສັກ ນໍຍານຊະນະ ຮອງຫົວໜ້າກົມທາງລົດໄຟ ໃຫ້ການຢືນຢັນວ່າ ການສຶກສາ
ອອກແບບແລວທາງໃໝ່ ສຳລັບໂຄງການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ຈາກເມືອງໄກສອນ
ພົມວິຫານ ແຂວງສະຫວັນນະເຂດ ໄປຍັງດ່ານຊາຍແດນລາວບາວ ຂອງຫວຽດນາມ ໄດ້
ຈັດທຳເສັດແລ້ວ ໂດຍຈະເປັນການກໍ່ສ້າງຂະໜານໄປກັບຖະໜົນເລກ 9 ລະຍະທາງ
220 ກິໂລແມັດ ລະບົບລາງຄູ່ຂະໜາດກວ້າງ 1.435 ແມັດ ແລະແລ່ນດ້ວຍຄວາມໄວ
160 ກິໂລແມັດຕໍ່ຊົ່ວໂມງ.

ພິທີການວາງສີລາລື້ກ ເພື່ອເລີ້ມລົງມື ກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວ ກັບຫວຽດນາມ ໃນທ້າຍເດືອນທັນວາ 2013 ໂດຍທ່ານນາງອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມ ການລົງທຶນຂອງກະຊວງແຜນການ ແລະການລົງທຶນ ກັບທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ ແລະເຈົ້າໜ້າທີ່ຂັ້ນສູງຂອງລາວ.
ພິທີການວາງສີລາລື້ກ ເພື່ອເລີ້ມລົງມື ກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວ ກັບຫວຽດນາມ ໃນທ້າຍເດືອນທັນວາ 2013 ໂດຍທ່ານນາງອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມ ການລົງທຶນຂອງກະຊວງແຜນການ ແລະການລົງທຶນ ກັບທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການ ກະຊວງຂົນສົ່ງຂອງມາເລເຊຍ ແລະເຈົ້າໜ້າທີ່ຂັ້ນສູງຂອງລາວ.

ໂດຍຕະຫຼອດເສັ້ນທາງລົດໄຟດັ່ງກ່າວນີ້ ຈະມີ 11 ສະຖານີ ທີ່
ແບ່ງເປັນ 4 ສະຖານີໃຫຍ່ ກັບ 7 ສະຖານີນ້ອຍ ຊຶ່ງຈະຕ້ອງໃຊ້
ພື້ນທີ່ຂະໜາດ 1 ລ້ານ 5 ແສນ ຕາລາງແມັດ ສຳລັບສະຖານີ
ຂະໜາດໃຫຍ່ ແລະ 4 ແສນຕາລາງແມັດ ສຳລັບສະຖານີຂະ
ໜາດນ້ອຍ ສ່ວນໃນຕະຫຼອດ 2 ຂ້າງທາງລົດໄຟນັ້ນ ຈະໃຊ້
ພື້ນທີ່ກວ້າງເບື້ອງລະ 40 ແມັດ ໝາຍຄວາມວ່າ ໂຄງການ
ກໍ່ສ້າງທາງລົດໄຟ ໃນຕະຫຼອດເສັ້ນທາງດັ່ງກ່າວ ຈະຕ້ອງ
ມີການເວນຄືນທີ່ດິນ ຄິດເປັນເນື້ອທີ່ລວມເຖິງ 25 ກິໂລແມັດ
ມົນທົນ ແລະຈະຕ້ອງໃຊ້ເງິນລົງທຶນເຖິງ 5,000 ລ້ານໂດລາ.

ໂຄງການກໍ່ສ້າງທາງລົດໄຟດັ່ງກ່າວນີ້ ໄດ້ຈັດໃຫ້ມີພິທີການ
ວາງສີລາລື້ກ ເພື່ອເລີ້ມລົງມືກໍ່ສ້າງ ໃນທ້າຍເດືອນທັນວາ
2013 ໂດຍທ່ານນາງອາຈົງ ລາວເມົາ ຫົວໜ້າກົມສົ່ງເສີມການລົງທຶນ ຂອງກະຊວງແຜນການ
ແລະການລົງທຶນ ກັບທ່ານອັບດຸລ ອາຊິດ ກາປາວີ ລັດຖະມົນຕີຊ່ວຍວ່າການກະຊວງຂົນສົ່ງ
ຂອງມາເລເຊຍ ເປັນປະທານໃນພິທີຮ່ວມກັນ ຫາກແຕ່ກໍຍັງບໍ່ມີການລົງມືກໍ່ສ້າງ ໃນພາກ
ຕົວຈິງແຕ່ຢ່າງໃດ ເນື່ອງຈາກວ່າ ການກໍ່ສ້າງຕາມແລວທາງເດີມນັ້ນ ຈະຕ້ອງໃຊ້ເງິນລົງທຶນ
ຫຼາຍເກີນໄປ ທັງຍັງຈະສົ່ງຜົນກະທົບ ທັງຕໍ່ສັງຄົມ ແລະສິ່ງແວດລ້ອມ ຢ່າງກວ້າງຂວາງ ອີກ
ດ້ວຍ ຈຶ່ງເຮັດໃຫ້ຕ້ອງສຶກສາອອກແບບໃໝ່ທັງໝົດນັ້ນເອງ.

ທາງການລາວ ແລະ ມາເລເຊຍ ເປີດກອງປະຊຸມ ປະເມີນ ຄວາມຄືບໜ້າ ຂອງການກໍ່ສ້າງ ທາງລົດໄຟ ເຊື່ອມຕໍ່ລາວ ກັບຫວຽດນາມ ຈາກແຂວງ ສະຫວັນນະເຂດໄປ ທີ່ດ່ານຊາຍແດນລາວບາວ ຂອງຫວຽດນາມ.
ທາງການລາວ ແລະ ມາເລເຊຍ ເປີດກອງປະຊຸມ ປະເມີນ ຄວາມຄືບໜ້າ ຂອງການກໍ່ສ້າງ ທາງລົດໄຟ ເຊື່ອມຕໍ່ລາວ ກັບຫວຽດນາມ ຈາກແຂວງ ສະຫວັນນະເຂດໄປ ທີ່ດ່ານຊາຍແດນລາວບາວ ຂອງຫວຽດນາມ.

ແຕ່ຢ່າງໃດກໍຕາມ ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ຈາກສະ
ຫວັນນະເຂດ ໄປທີ່ດ່ານລາວບາວດັ່ງກ່າວນີ້ ກໍປະສົບບັນຫາ
ຢ່າງດຽວກັນກັບໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ທີ່
ເຊື່ອມຕໍ່ລາວກັບຈີນ ກໍຄືຄວາມຄຸ້ມຄ່າທາງເສດຖະກິດ ຂອງ
ການລົງທຶນ ຊຶ່ງເຮັດໃຫ້ຕ້ອງມີການປັບປ່ຽນ ດ້ວຍການລົດລະ
ດັບຈາກຄວາມໄວສູງ ລົງມາເປັນຄວາມໄວ ປານກາງ ດັ່ງທີ່
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ
ໄດ້ໃຫ້ການອະທິບາຍກ່ຽວກັບ ໂຄງການກໍ່ສ້າງທາງລົດໄຟ
ລາວ-ຈີນ ວ່າ:

“ອີງໃສ່ປະສົບການຂອງຈີນ ຢູ່ເຂດພູດອຍນີ້ ຄັນຖ້າວ່າ ເຮົາເຮັດຄວາມໄວເກີນ
ໄປນີ້ ປະສິດທິຜົນ ຂອງເສດຖະກິດມັນອາດຈະບໍ່ເໝາະສົມປານໃດ ອັນນັ້ນ ອັນ
ໜຶ່ງ ອັນສອງ ລ່ະແມ່ນພວກເຮົາເຮັດທາງລົດໄຟນີ້ ມີແຕ່ທາງດຽວ ມັນບໍ່ມີທາງຄູ່
ຄັນເຮັດທາງຄູ່ແລ້ວ ເສັ້ນໜຶ່ງ ແມ່ນໂດຍສານ ເສັ້ນໜຶ່ງ ລ່ະແມ່ນຂົນສົ່ງ ນີ້ກະຈະພໍ
ເຮັດໄດ້ ສະນັ້ນ ອັນນີ້ແລ້ວ ເຂົາເຈົ້າຈຶ່ງສະໜີວ່າ ເສັ້ນທາງໂດຍສານນີ້ ກະໃຫ້ມັນ
ໄດ້ຄວາມໄວ ລະຫວ່າງ 160-200 ນີ້ ແລ້ວຂົນສົ່ງອັນສິນຄ້ານີ້ ແມ່ນ 120 ຈັ່ງຊີ້
ນ່າ.”

ສຳລັບໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມດັ່ງກ່າວນີ້ ເປັນການລົງທຶນ ຂອງກຸ່ມ
ບໍລິສັດ Giant Consolidate ຈາກມາເລເຊຍ ມີມູນຄ່າການລົງທຶນລວມເຖິງ 5,000 ລ້ານ
ໂດລາ ໂດຍໄດ້ວາງແຜນການ ຈະດຳເນີນການກໍ່ສ້າງໃຫ້ແລ້ວເສັດ ພາຍໃນ 5 ປີ ຊຶ່ງກໍຈະ
ເຮັດໃຫ້ສາມາດເລີ້ມເດີນຂະບວນລົດໄຟ ທັງເພື່ອການໂດຍສານ ແລະຂົນສົ່ງສິນຄ້າໄດ້
ນັບແຕ່ຕົ້ນປີ 2021 ເປັນຕົ້ນໄຟ ຫາກແຕ່ວ່າ ການລົງມືກໍ່ສ້າງ ໃນພາກຕົວຈິງນັ້ນ ກໍຈະຕ້ອງ
ລໍຖ້າ ການອະນຸມັດໂຄງການ ຈາກລັດຖະບານລາວ ຢ່າງເປັນທາງການເສຍກ່ອນ.

ທັງນີ້ ໂດຍກຸ່ມບໍລິສັດ Giant Consolidate ຈຳກັດໄດ້ຮັບອະນຸຍາດຈາກທາງການລາວ
ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ຂອງໂຄງການໃນປີ 2008 ຕິດຕາມດ້ວຍການ ອະນຸຍາດສຳປະທານ ໂຄງການເປັນລະຍະເວລາ 50 ປີ ໃນທ້າຍປີ 2012 ໂດຍເປັນການ
ລົງທຶນ ຂອງບໍລິສັດດັ່ງກ່າວທັງ 100 ເປີເຊັນ ແລະບໍລິສັດ ຈະມີສິດໃນການບໍລິຫານ ເພື່ອ
ເກັບເອົາຜົນປະໂຫຍດ ຈາກໂຄງການເປັນເວລາ 50 ປີ ແລະ ຫລັງຈາກນັ້ນ ກໍຈະຕ້ອງໂອນ
ໂຄງການໃຫ້ແກ່ລັດຖະບານລາວ ຕໍ່ໄປ.

ໂຄງການດັ່ງກ່າວນີ້ ຈະປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ ໃນລຸ່ມ
ແມ່ນ້ຳຂອງ ທີ່ມີລາວເປັນສູນກາງ ການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງ ກັບຫວຽດນາມ
ໄທ ແລະມຽນມາ ທີ່ເອີ້ນວ່າ ແລວເສດຖະກິດຕະເວັນອອກ ແລະຕະເວັນຕົກ ໃນລຸ່ມແມ່
ນ້ຳຂອງ ຫຼື East-West Economic Corridor ທີ່ໄດ້ຮັບການສະໜັບສະໜູນ ຈາກ
ທະນາຄານພັດທະນາເອເຊຍ (ADB) ແລະລັດຖະບານຍີ່ປຸ່ນ ເປັນຫລັກ.

XS
SM
MD
LG