ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທາງລົດໄຟໃນ ລາວ ແມ່ນຈະຖືກກໍ່ສ້າງ ໂດຍໃຊ້ເທັກໂນໂລຈີ ຂອງ ຈີນ ທັງໝົດ


ທ່ານ ສົມສະຫວາດ ເລັ່ງສະຫວັດ ຮ່ວມເຊັນສັນຍາກໍ່ສ້າງທາງລົດໄຟກັບ ເຈົ້າໜ້າທີ່ຈາກ ຈີນ
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮ່ວມເຊັນສັນຍາກໍ່ສ້າງທາງລົດໄຟກັບ ເຈົ້າໜ້າທີ່ຈາກ ຈີນ

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ຈະນຳໃຊ້ເງິນທຶນທັງໝົດ ໂດຍການກູ້ຢືມຈາກ ຈີນ ລວມເຖິງການນຳໃຊ້ເທັກນິກການກໍ່ສ້າງ ແລະ ເທັກໂນໂລຈີທາງດ້ານລົດໄຟຂອງ ຈີນ ທັງໝົດອີກດ້ວຍ.

ພາຍຫຼັງຈາກການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືພັດທະນາໂຄງຮ່າງ ລົດໄຟ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ໄດ້ມີຂຶ້ນຢ່າງເປັນທາງການ ເມື່ອວັນທີ 13 ພະຈິກ 2015 ທີ່ຜ່ານມາຢູ່ທີ່ ນະຄອນຫຼວງປັກກິ່ງຂອງ ຈີນ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະ ຈະລາຈອນ ໄດ້ຖະແຫຼງລາຍ ງານຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດ ລາວ ຊຸດທີ 7 ລະຫວ່າງວັນທີ 7 ຫາ 25 ທັນວາ 2015 ນີ້ວ່າໂຄງການນີ້ເປັນການຮ່ວມທຶນລະຫວ່າງ ລັດຖະບານ ລາວ ກັບ ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າການລົງທຶນລວມ 6,280 ລ້ານໂດລາ.

ກ່ອນໜ້ານີ້ ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າຂອງ ຈີນ ກໍໄດ້ຕົກລົງ ໃຫ້ເງິນກູ້ແກ່ ລັດຖະບານ ລາວ ໃນມູນຄ່າ 500 ລ້ານໂດລາເພື່ອນຳໃຊ້ເຂົ້າໃນ ການຮ່ວມລົງທຶນໃນໂຄງ ການ ຊຶ່ງກໍໝາຍຄວາມວ່າ ລັດຖະບານ ລາວ ຍັງຈະຕ້ອງຈັດຫາເງິນທຶນອີກໃນມູນຄ່າ 1,384 ລ້ານໂດລາຈຶ່ງຈະພຽງພໍສຳລັບການ ຮ່ວມລົງທຶນໃນສັດສ່ວນ 30 ເປີເຊັນດັ່ງກ່າວ ຊຶ່ງຄາດ ໝາຍວ່າຈະເປັນການກູ້ ຢືມຈາກສະຖາບັນການໃນປະເທດ ຈີນ ເຊັ່ນດຽວກັນ.

ໂດຍສຳລັບການກູ້ຢືມຈາກ ຈີນ ດັ່ງກ່າວຈະມີໄລຍະເວລາຜ່ອນຊຳລະຄືນໃນ 20 ປີດ້ວຍອັດ ຕາດອກເບ້ຍ 3 ເປີເຊັນຕໍ່ປີ ແລະ ມີໄລຍະທີ່ປອດການຊຳລະໜີ້ໃນ 5 ປີທຳອິດ ຫາກແຕ່ວ່າ ລັດຖະບານ ລາວ ກໍຕ້ອງຮັບປະກັນໜີເງິນກູ້ພ້ອມດອກ ເບ້ຍດັ່ງກ່າວດ້ວຍລາຍໄດ້ຈາກບໍ່ແຮ່ Bauxite 1 ແຫ່ງ ແລະ ບໍ່ແຮ່ Potash ອີກ 3 ແຫ່ງທີ່ເປັນການລົງທຶນຂອງກຸ່ມທຸລະກິດຈາກ ຈີນ ໃນ ລາວ.

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ມີໄລຍະທາງຍາວ ລວມ 427.2 ກິໂລແມັດຈາກດ້ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫຼວງ ວຽງຈັນ ດ້ວຍລາງລົດໄຟຂະ ໜາດກວ້າງ 1.435 ແມັດທີ່ແຍກກັນລະຫວ່າງ ຂະບວນໂດຍສານ ແລະ ຂະບວນຂົນສົ່ງສິນ ຄ້າທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ ຫາກແຕ່ສຳລັບຂະບວນ ໂດຍສານທີ່ຢູ່ເຂດ ທົ່ງພຽງ ກໍຄືຈາກວັງວຽງມາ ນະຄອນຫຼວງວຽງຈັນ ນັ້ນຈະແລ່ນດ້ວຍຄວາມ ໄວ 200 ກິໂລແມັດຕໍ່ຊົ່ວໂມງ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຢືນຢັນວ່າ:

ທ່ານ ຈູມມະລີ ໄຊຍະສອນ ຮ່ວມວາງສີລາລືກເປີດການກໍ່ສ້າງທາງລົດໄຟ ລາວ ຈີນ
ທ່ານ ຈູມມະລີ ໄຊຍະສອນ ຮ່ວມວາງສີລາລືກເປີດການກໍ່ສ້າງທາງລົດໄຟ ລາວ ຈີນ

“ໂຄງການລົດໄຟນີ້ ຈັດຢູ່ໃນປະເພດທາງລົດໄຟມາດຕະຖານ ລະດັບ 1 ຄວາມ ກວ້າງຂອງລາງກະແມ່ນມາດຕະຖານສາກົນຄື 1.435 ມິນລີແມັດ ເປັນປະເພດລາງດ່ຽວຄວາມໄວອອກແບບ ສຳລັບຂົນສົ່ງໂດຍສານແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ອອກແບບສຳຮອງໄວ້ສຳລັບຂົນສົ່ງໂດຍສານໃນ ເຂດທົ່ງພຽງ ຕອນທາງແຕ່ວຽງຈັນ ມາຫາ ນະຄອນຫຼວງວຽງຈັນ ແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ.”

ທາງລົດໄຟຈາກດ່ານບໍ່ເຕັນມານະຄອນຫຼວງວຽງຈັນ ຈະມີສະຖາ ນີທັງໝົດ 33 ແຫ່ງໂດຍໃນນີ້ກໍຈະເປັນສະຖານີ ສຳລັບຫຼີກລົດໄຟ 21 ແຫ່ງ, ສະຖານີໂດຍສານ 11 ແຫ່ງທີ່ເປັນສະຖານີຂະໜາດໃຫຍ່ 5 ແຫ່ງທີ່ບ້ານ ນາເຕີຍ, ທີ່ເມືອງ ໄຊ, ທີ່ ຫຼວງພະບາງ,​ ທີ່ ວັງວຽງ, ທີ່ ນະຄອນຫຼວງວຽງຈັນ ແລະ ເປັນສະຖານີສິນ ຄ້າອີກ 1 ແຫ່ງໂດຍໃນໃຊ້ເທັກໂນໂລ ຈີຂອງ ຈີນ ທີ່ຂັບເຂື່ອນດ້ວຍໄຟຟ້າ ແລະ ຮອງຮັບນ້ຳ ໜັກໄດ້ 3,000 ໂຕນຕໍ່ 1 ຂະບວນລົດໄຟ.

ແຕ່ເນື່ອງຈາກວ່າສະພາບພູມປະເທດໃນ ລາວ ສ່ວນໃຫຍ່ເປັນເຂດພູດອຍ ແລະ ແມ່ນ້ຳລຳເຊ ຈຶ່ງເຮັດໃຫ້ຈະຕ້ອງມີການເຈາະອຸມົງ 72 ແຫ່ງມີລວງຍາວລວມ ກັນເຖິງ 183 ກິໂລແມັດທີ່ຄິດ ເປັນ 43 ເປີເຊັນຂອງໄລຍະທາງຍາວທັງໝົດຂອງ ລາວລົດໄຟທີ່ຍັງຈະຕ້ອງກໍ່ສ້າງຂົວ 170 ແຫ່ງ ຍົກລະດັບລາງລົດໄຟເປັນໄລຍະຍາວ 175 ກິໂລແມັດ ແລະ ທໍ່ລະບາຍນ້ຳ 567 ແຫ່ງ ໂດຍມີຂອບເຂດແລວທາງ ລົດໄຟກວ້າງເບື້ອງລະ 50 ແມັດ ແລະ ຈະຕ້ອງນຳໃຊ້ທີ່ດິນສຳລັບ ຮອງຮັບສະຖາ ນີລົດໄຟຄິດເປັນເນື້ອທີ່ລວມ 3,058 ເຮັກຕາ.

ໂດຍທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິ ການ ແລະ ຂົນສົ່ງຖະແຫຼງວ່າຈະມີການເປີດປະມູນ ແລະ ຄັດເລືອກເອົາບໍລິສັດ ທີ່ຈະຮັບຜິດຊອບການ ກໍ່ສ້າງທາງລົດໄຟໃນ ລາວ ໃນເດືອນມັງກອນ 2016 ຫຼັງ ຈາກທີ່ໄດ້ມີການວາງສີລາລືກເພື່ອ ເລີ່ມດຳເນີນໂຄງການຢ່າງເປັນທາງການໃນ ວັນທີ 2 ທັນວາ 2015 ຊຶ່ງເປັນການສະເຫຼີມ ສະຫຼອງໃນໂອກາດການ ສະຖາປະ ນາ ສປປ ລາວ ຄົບຮອບ 40 ປີ.

ການເປີດປະມູນດັ່ງກ່າວຈະຮັບຜິດຊອບໂດຍວິສາຫະກິດຮ່ວມທຶນ ລາວ-ຈີນ ທີ່ທາງການ ລາວ ກັບ ຈີນ ໄດ້ຮ່ວມກັນສ້າງຕັ້ງຂຶ້ນມາເພື່ອຮັບຜິດຊອບ ການບໍລິ ຫານ ແລະ ຄຸ້ມຄອງເສັ້ນ ທາງລົດໄຟໃນ ລາວ ທີ່ເຊື່ອມຕໍ່ໄປ ຈີນ ເປັນການສະ ເພາະ ໂດຍການເປີດປະມູນເພື່ອຄັດ ເລືອກເອົາບໍລິສັດຜູ້ຮັບຜິດຊອບການກໍ່ສ້າງ ຈະມີການແບ່ງອອກເປັນ 6 ໄລຍະດ້ວຍກັນ.

XS
SM
MD
LG