ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນກັບຍີປຸ່ນ ແຂ່ງຂັນກັນ ຍາດເອົາ ໂຄງການສ້າງ ທາງລົດໄຟຄວາມໄວສູງ ຢູ່ເອເຊຍ (ວີດີໂອ ພາສາລາວ)


Japan, China in Race for Asia High-Speed Rail Projects
please wait

No media source currently available

0:00 0:02:52 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ການ​ແຂ່ງຂັນ​ທີ່​ຈະໃຫ້ຜົນ​ກຳ​ໄລ​ສູງ​ອັນ​ໜຶ່ງ ກຳລັງດຳ​ເນີນ​ໄປ​
ຢູ່​ໃນເອ​ເຊຍ ​ເພື່ອ​ຍາດເອົາ​ໂຄງ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ
​ສູງ​ ມູນ​ຄ່າ ຫລາຍ​ຕື້ດອນ​ລ່າ. ກຳປູ​ເຈຍ ​ອິນ​ເດຍ ອີນ​ໂດ​ເນ​ເຊຍ
ໄທ​ ​ມາ​ເລ​ເຊຍ ຫວຽດນາມ​ ແລະລາວ ​ແມ່ນ​ຮວມຢູ່​ໃນ​ພວກ​ປະ​
ເທດ​ ທີ່​ມີ​ແຜນການ​ຈະ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ດັ່ງກ່າວ ​
ແລະ​ກຳລັງ​ພາກັນເຈລະຈາ​ກັບ​ ຍີ່ປຸ່ນ​ແລະ​ຈີນ ສອງ​ປະ​ເທດທີ່
​ພວມແຂ່ງຂັນ​ກັນ ຍາດ​ເອົາບົດບາດໃນ​ການ​ປະຕິວັດລະບົບ​ຂົນ
​ສົ່ງ ​ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ. Steve Herman ນັກ​ຂ່າວ​ວີ​ໂອ​ເອ
ມີ​ລາຍ​ລະອຽດ​ມາ​ຈາກ​ບາງກອກ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ​.

ເບິ່ງລາຍງານວີດີໂອນີ້ ເປັນພາສາລາວ:

ຍີ່ປຸ່ນ​ແມ່ນ​ໄດ້​ມີ​ການ​ເລີ້ມ​ຕົ້ນ​ມາ​ກ່ອນຈີນ ​ເປັນ​ເວລາ​ຫລາຍ​ 10 ປີ ​ໃນ​ດ້ານ​ທຸລະ​ກິດ​ສ້າງ
ທາງ​ລົດໄຟ​ຄວາມ​ໄວ​ສູງ​ນັ້ນ ​ໂດຍ​ໄດ້​ນຳ​ເອົາ​ລົດ​ໄຟ​ຄວາມ​ໄວ​ສູງ Shinkansen ທີ່​ບໍລິກາ​ນ
ຄົນໂດຍສານ​ ຄັນ​ທຳ​ອິດ​ອອກໃຊ້ໃນ​ປີ 1964 ​ແລະ​ກໍ​ຍັງ​ສືບ​ຕໍ່ປັບປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ ດັ່ງ​ທີ່
​ສະ​ແດງ​ໃຫ້​ເຫັນ​ໂດຍ​ການ​ທົດ​ລອງ​ລົດ​ໄຟ​ໃຊ້​ພະລັງງານແມ່ເຫຼັກ​ເມື່ອ​ໄວໆ​ມາ​ນີ້ ທີ່​ແລ່​ນ​ໃນ
ຄວາມ​ໄວ ກາຍ 600 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

​ທາງ​ຝ່າຍຈີນກໍອວດອ້າງວ່າ ຕົນ​ໄດ້​ສ້າງ​ທາງລົດ​ໄຟ​ຄວາມ​ໄວ​ສູງ ຍາວ​ຫລາຍ​ກ່ວາ​ເຄິ່ງໜຶ່ງ
ຂອງ​ຈຳນວນ​ທັງ​ໝົດ 23 ພັນ​ກິ​ໂລ​ແມັດ​ຂອງ​ໂລກ ​ເຖິງ​ແມ່ນ​ຕົນຫາ​ກໍ​ເຂົ້າ​ມາມີ​ບົດບາດ​ໃນ
ທຸລະ​ກິດ​ນີ້ ພຽງ​ເມື່ອ​ປີ 2007 ​ເອງ ກໍ​ຕາມ ​ແລະ​ມີ​ລາຍ​ງານວ່າ ​ເວລາ​ນີ້ຈີນ​ກຳລັງ​ທຳ​ການ​ເຈລະຈາ ກັບ 15 ປະ​ເທດ ​ເພື່ອ​ຈ່າວ​ຂາຍ​ເທັກ​ໂນ​ໂລ​ຈີ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຂອງ​ຕົນ.

ທ່ານ Richard Lawless ປະທານ​ບໍລິສັດ Texas Central Railroad ທີ່​ຫາ​ກໍ​ຕັ້ງ​ຂຶ້ນ​
ມາ​ໃໝ່ໆ ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຍີ່ປຸ່ນນັ້ນ ​ເຫັນ​ວ່າ​ລົດ​ໄຟ​ຂອງ​ຍີ່ປຸ່ນ ດີ​ກ່ວາ
ຂອງ​ຈີນ.

ທ່ານ Lawless ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ​ດ້ານ​ເທັກ​ໂນ​ໂລ​ຈີ ດ້ານ​ປະສົບ​ການ​
ໃນ​ການ​ປະຕິບັດ​ງານ ​ແລະ​ດ້ານ​ຄວາມ​ປອດ​ໄພ​ແລ້ວ ​ແນ່ນອນ​ແມ່ນ​ຍີ່​ປຸ່ນ. ​ເຂົາ​ເຈົ້າ
​ມີ​ປະຫວັດ​ດ້ານ​ການ​ປະຕິ​ບັດ​ງານ​ຂອງ​ລົດໄຟ ​ແລະ​ດ້ານ​ຄວາມ​ປອດ​ໄພ ​ຢ່າງ​ບໍ່ເຄີຍ
​ມີ​ມາ​ກ່ອນ. ​ເຂົາ​ເຈົ້າ​ມີມາດຕະຖານ​ລະດັບ​ທອງຄຳ​ ຢ່າງ​ບໍ່​ມີ​ໃຜ​ທຽບ​ໄດ້ພຸ້ນ​ແຫລະ.”

ຢ່າງ​ໃດ​ກໍ​ຕາມ ທ່ານ Lawless ​ແລະ​ອີກ​ຫລາຍໆ​ຄົນ ຍອມຮັບ​ວ່າ ຈີນ​ແມ່ນ​ເອົາ​ທ່າທີ​ຫ້າວ
ຫັນຫລາຍ​ກ່ວາ​ຍີ່ປຸ່ນ ​ໃນ​ດ້ານ​ການສະ​ເໜີ ອອກທຶນ​ໃຫ້. ​ແລະ​ການຈັດ​ຕັ້ງ ທະນາຄານ​ລົງ
ທຶນດ້ານພື້ນຖານ​ໂຄງ​ລ່າງ​ຂອງ​ເອ​ເຊຍ Asian Infrastructure Investment Bank
ຫລື AIIB ຂອງ​ຈີນ ກໍ​ແມ່ນ​ແນ່ນອນ​ວ່າ ຈະເຮັດໃຫ້​ຈີນ​ໄດ້​ປຽບ​ອີກ​ຂັ້ນ​ໜຶ່ງ. ມີ​ການ​ເບິ່ງ​ເຫັນ
ກັນວ່າ ຈີນ​ເທົ່າ​ກັບ​ຖືກ​ບີບ​ບັງຄັບ​ໃຫ້ສົ່ງ​ອອກ​ເທັກ​ໂນໂລຈີທາງລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຕົນ.

ທ່ານ Richard Lawless ປະທານ​ບໍລິສັດ Texas Central Railroad ກ່າວ​ວ່າ “ຕະຫລາດພາຍ​ໃນ​ຂອງ​ຈີນ​ແມ່ນ​ກຳລັງ​ຈະ​ໝົດ​ໄປ ​ແລ້ວ ພ້ອມ​ກັບທາງ​ລົດ​ໄຟ​ທີ່​
ເຂົາ​ເຈົ້າ​ກຳລັງ​ສ້າງ​ຢ່າງ​ຫລວງຫລາຍຢູ່​ໃນ​ເວລາ​ນີ້. ​ເຂົາ​ເຈົ້າຈຳ​ເປັນ​ຕ້ອງ​ໄດ້​ອອກ​
ໄປ​ນອກ​ປະ​ເທດ.”

​ໜຶ່ງ​ໃນ​ຫລາຍໆ​ໂຄງການ​ທີ່​ຈີນຈະ​ອອກທຶນໃຫ້​ກ່ອນ ​ແລະ​ມີ​ທາງ​ເກີດ​ຂຶ້ນ​ໄດ້​ຫລາຍ​ທີ່​ສຸດ
ກໍແມ່ນ​ຢູ່​ໃນ​ປະ​ເທດ​ໄທ. ທາ​ງລົດ​ໄຟ​ຄວາມ​ໄວ​ສູງ ຍາວ 1200 ຫລັກ​ກິ​ໂລ​ແມັດ ທີ່​ຈະ​ແລ່ນ
ຈາກ​ເມືອງ​ຄຸນ​ໝິ່ງ ​ໃນ​ແຂວງ​ຢຸນນານຂອງ​ຈີນ ຜ່ານ​ ສປປ ລາວໄປ​ຫາ​ໄທ​ນັ້ນ ​ແມ່ນ​ຈະ
ເຊື່ອມ​ຕໍ່​ພວກ​ເມືອງ​ຕ່າງໆ​ຢູ່​ພາຍ​ໃນປະ​ເທ​ດ​ຈີນ ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລນັ້ນ ກັບ​ອ່າວໄທ.

ທ່ານ ວິ​ໄຊ ສິວະໂກສິດ ​ເປັນ​ຜູ້​ປະສານ​ງານ​ໂຄງການ​ວິສະວະກຳ​ທາງ​ລົດ​ໄຟ ຂອງ​ມະຫາ
ວິ​ທະຍາ​ໄລ​ກະ​ເສດ​ສາດ ທີ່​ບາງກອກ.

ທ່ານ ວິ​ໄຊ ກ່າວ​ວ່າ “ຖ້າ​ເຈົ້າ​ມາ​ພ້ອມ​ກັບ​ການສະ​ເໜີ​ໃຫ້​ທຶນ ​ແລະ​ມີ​ເງິນ​ກູ້​ຢືມ​ໃຫ້​
ພ້ອມ ກໍ​ແມ່ນ​ຈະ​ມີ​ໂອກາດ​ສູງ​ຫລາຍ​ແທ້​ໆ ທີ່​ລະບົບ​ຂອງ​ເຈົ້າ ຈະ​ໄດ້​ຮັບ​ການ​ອະ
ນຸມັດ​ໃຫ້​ກໍ່ສ້າງ​ຂຶ້ນ​ຢູ່​ທີ່​ນີ້.”

​ແຕ່​ເຖິງ​ແມ່ນ​ຈີນ​ຈະ​ໄດ້​ປຽບ ​ຍ້ອນ​ການສະ​ເ​ໜີ​ລົງທຶນ​ໃຫ້​ກ່ອນ​ກໍ​ຕາມ ​ແຕ່​ວ່າສັນຍາ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ອີກ​ສາຍ​ໜຶ່ງ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ ກໍ​ຄົງ​ຈະ​ຖືກ​ມອບ​ໃຫ້​ບັນດາ​ບໍລິສັດ​ຍີ່ປຸ່ນ​ຫລາຍ​ກ່ວາ ຊຶ່ງ​ທາງ​ລົດ​ໄຟ​ສາຍ​ນີ້​ ​ໃນ​ທີ່​ສຸດ​ແລ້ວ ກໍແມ່ນ​ຈະ​ເຊື່ອມ
​ຕໍ່​ໄທ ໃສ່​ກັບ​ອີກ​ສາມ​ປະ​ເທດ​ເພື່ອນ​ບ້ານ ກໍ​ຄື ມຽນມາ ກຳປູ​ເຈຍ ​ແລະ​ຫວຽດນາມ. ບາງ​
ຄົນ​ຕັ້ງ​ຄຳ​ຖາມ​ວ່າ ​ໄທ​ຕ້ອງ​ການ​ທາງ​ລົດ​ໄຟ​ທັງ​ສອງ​ສາຍ​ນີ້​ແທ້ໆ ບໍ?

ທ່ານ ວິ​ໄຊ ສິວະໂກສິດ ກ່າວ​ວ່າ “ພວກ​ເຮົາ ປະຊາຊົນ​ໄທ​ ອາດ​ຈະ​ບໍ່​ຕ້ອງການ ​
ແຕ່​ວ່າ​ມັນ​ມີ​ສິ່ງ​ອື່ນໆ​ອີກ​ບາງ​ຢ່າງ ​ທີ່​ຊັກ​ຈູງ​ໃຫ້​ໄທ​ສ້າງ​ທາງ​ລົດໄຟ​ສອງ​ສາຍ​ນັ້ນ.”

ຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລັກ ຈາກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຜ່ານ​ພາກ​ຕາ​ເວັນອອກ
ສຽງ​ເໜືອຂອງ​ໄທ​ນັ້ນ ກໍ​ຈະ​ແມ່ນ​ພວກ​ບໍລິສັດ​ຂົນ​ສົ່ງສິນຄ້າ​ຢູ່​ໃນ​ຈີນ ຊຶ່ງ​ຈະ​ມີ​ເສ້ນ​ທາງ​ໃໝ່​ທີ່​ເຂົາ​ເຈົ້າ​ຕ້ອງການ​ເພື່ອ​ຂົນ​ສົ່ງ​ສິນ​ຄ້າຂອງ​ເຂົາ​ເຈົ້າ ອອກ​ສູ່​ທະ​ເລ​ນັ້ນ.

ຝ່າຍ​ຍີ່ປຸ່ນ​ກໍ​ມີ​ໂຮງ​ຈັກ​ໂຮງງານ​ຫລາຍ​ແຫ່ງ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ. ​ແລະ​ໄທ​ກໍ​ແມ່ນ​ມີ​ຄວາມ​ກະຕືລື​ລົ້ນ ທີ່​ຈະ​ດຶງ​ດູດ​ເອົາ​ການ​ລົງທຶນ​ໃໝ່ໆ ​ໃນ​ຂະນະ​ທີ່​ຮັກສາ​ນັກ​ລົງທຶນ​ເກົ່າເອົາ​ໄວ້ ຊຶ່ງ​ພວກເຂົາ​ເຈົ້າ​ອາດ​ຈະ​ຍ້າຍ​ໜີ​ອອກ​ໄປລົງທຶນ​ຢູ່ໃນ​ປະ​ເທດ​ອື່ນໆ ​ເຊັ່ນ​ຫວຽດນາມນັ້ນ ຖ້າ​ຫາກ​ວ່າ​ພື້ນຖານ​ໂຄງ​ລ່າງດ້ານ​ການ​ລຳລຽງ​ຂົນ​ສົ່ງ​ຂອງ​ໄທ ​ເລີ້ມ​ຕົ້ນ​
ລ້າ​ຫລັງ​ລົງ ​ແລະ​ບໍ່​ທັນ​ສະ​ໄໝ​ເທົ່າ​ກັບ ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ.

Fast and Furious: China, Japan Battle for High-Speed Rail (On Assignment)
please wait

No media source currently available

0:00 0:05:11 0:00


HEAD: Japan, China in Race for Asia High-Speed Rail Projects

[[A lucrative competition is underway in Asia for billions of dollars in high-speed rail projects. Cambodia, India, Indonesia, Malaysia Thailand and Vietnam are among the countries planning to move onto the fast track. They are negotiating with Japan and the upstart Chinese who are locked in a duel to revolutionize transportation across Asia. VOA Correspondent Steve Herman in Bangkok has details.]]

((NARRATOR))
Japan has had a decades-long head start in the high-speed rail business, rolling out the first Shinkansen passenger service in 1964. It has not stopped innovating as demonstrated by a test run of a magnetic levitated train exceeding 600 kilometers per hour.

The Chinese, who entered the business in 2007, now boast of more than half of the world's 23,000 kilometers of high-speed rail track. They are reported to be in talks with 15 countries to sell their rail technology.

Richard Lawless, chairman of the nascent Texas Central Railroad project, which enjoys Japanese backing, sees Japan as offering the better trains.

((RICHARD LAWLESS, TEXAS CENTRAL RAILROAD))
"I think on the technology, operational experience, safety side certainly it's the Japanese. They have really an unprecedented record of operational performance and safety. They are the golden standard, bar none."

((NARRATOR))
But Lawless and others acknowledge China is more aggressive than Japan on financing. Beijing's rollout of the Asian Infrastructure Investment Bank is certain to give it a further advantage. And China is seen as virtually compelled to export its high-speed rail technology.

((RICHARD LAWLESS, TEXAS CENTRAL RAILROAD))
"The Chinese market is exhausting itself with the build out that they're currently undertaking...They have to go overseas."

((NARRATOR))
One of the Chinese-financed projects most likely to get rolling is in Thailand. A 1200-kilometer route linking Thailand, Laos and Kunming will connect land-locked cities inside China to the Gulf of Thailand.

Wichai Siwakosit coordinates the rail engineering program at Bangkok's Kasetsart University.

((WICHAI SIWAKOSIT, KASETSART UNIVERSITY))
"If you come with the funding and it comes with the loan, then there's a really, really high chance that your system will get built here."

((NARRATOR))
Despite the Chinese funding advantage, another Thai route, in the eastern part of the country, is likely to be awarded to Japanese companies, eventually linking with three other countries: Myanmar, Cambodia and Vietnam.
Some question whether Thailand really needs both routes.

((WICHAI SIWAKOSIT, KASETSART UNIVERSITY))
"We as Thai people might not need it. There are some other things that influence those two routes."

((STEVE HERMAN, VOA NEWS (standup version) ))
((NARRATOR (non-standup version) ))
The main beneficiary for the northeastern Thai route would be freight operators in China would who get a new, desirable route to the sea.
The Japanese operate many factories in eastern Thailand. And Thailand is eager to attract new investment while retaining existing investors who could leave for other countries, such as Vietnam, if Thailand's logistics infrastructure begins to lag behind its neighbors.

((STEVE HERMAN, VOA NEWS, BANGKOK))

XS
SM
MD
LG