ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ທົດລອງນິວເຄລຍ ຄັ້ງທີ 2 ໃນ ປີນີ້


ຊາຍຄົນນຶ່ງ ເບິ່ງລາຍການຂ່າວໂທລະພາບ ກ່ຽວກັບ ການທົດລອງນິວເຄລຍຂອງເກົາຫຼີເໜືອ ທີ່ສະຖານີ ລົດໄຟໃຕ້ດິນ ຢູ່ນະຄອນຫຼວງໂຊລ. (9 ກັນຍາ 2016)
ຊາຍຄົນນຶ່ງ ເບິ່ງລາຍການຂ່າວໂທລະພາບ ກ່ຽວກັບ ການທົດລອງນິວເຄລຍຂອງເກົາຫຼີເໜືອ ທີ່ສະຖານີ ລົດໄຟໃຕ້ດິນ ຢູ່ນະຄອນຫຼວງໂຊລ. (9 ກັນຍາ 2016)

ເກົາຫຼີ​ເໜືອໄດ້​ໃຫ້ການ​ຢືນຢັນກ່ຽວ​ກັບການ​ເໜັງ​ຕີງຂອງ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ໃກ້​ໆ​ບ່ອນ​ທົດ​ລອງ​ນິວ​ເຄລຍ Punggye-ri ຂອງ​ເກົາຫຼີເໜືອນັ້ນແມ່ນເກີດ​ ຈາກ​ການ​ທົດ​ລອງ​ນິວ​ເຄລຍ.

ຜູ້​ປະກາ​ດຂ່າວ​ຄົນ​ນຶ່ງທີ່ໂທລະພາບ KCNA ຂອງ​ທາງ​ການ​ເກົາຫຼີ​ເໜືອ​ ໄດ້ອ່ານ​ຖະ​ແຫຼງ ການ ​ຈາກ​ສະ​ຖາ​ບັນ​ຄົ້ນຄວ້າ​ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອທີ່​ໄ​ດ້​ໃຫ້ການ​ຢືນຢັນກ່ຽວ​ກັບ​ການ​ທົດ​ລອງ​ນິວ​ເຄລຍດ້ວຍ​ຄວາມ​ສຳ​ເລັດ​ຜົນທີ່​ມີ​ຂຶ້ນເພື່ອ​ຊັ່ງຊາ​ເບິ່ງ​ຄວາມ​ສາມາດ​ຂອງ​ຫົວ​ລະ​ເບີດ​ນິວ​ເຄລຍຊຶ່ງເວລາ​ນີ້ສາມາດເຮັດ​ໃຫ້​ນ້ອຍ​ລົງສຳລັບບັນຈຸ​ໃສ່​ລູກ​ສອນ​ໄຟ​ຊະນິດ​ຕ່າງໆ.

ຜູ້​ປະກາດ​ຂ່າວ​ຂອງ​ໂທລະພາບ KCNA ກ່າວ​ໃນ​ລະຫວ່າງ​ການ​ອອກ​ອາກາດ​ວ່າ “ການ​ທົດ​ລອງ​ຫົວ​ລະ​ເບີດ​ນິວ​ເຄລຍນີ້ເປັນ​ພາກສ່ວນ​ນຶ່ງ​ຂອງ​ມາດ​ຕະການຕອບ​ໂຕ້​ຕໍ່​ໄພ​ຂົ່ມຂູ່​ ແລະ​ການ​ລົງ​ໂທດ​ຂອງ​ສະຫະລັດ​ ແລະ​ສັດຕູ ທີ່​ປະຕິ​ເສດ ​ຕໍ່​ທ່າ​ທີ​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ນິວ​ເຄລຍ.”

ທ່ານ Ryoo Yong-gyu ຜູ້ອຳນວຍການ ພະແນກຕິດຕາມແຜ່ນດິນໄຫວ ແລະພູໄຟ ຂອງເກົາຫຼີ ກ່າວຢູ່ຕໍ່ໜ້າຈໍ ສະແດງຄື້ນສັ່ນສະເທືອນ ທີ່ໄດ້ມການວັດແທກຢູ່ເກົາຫຼີໃຕ້
ທ່ານ Ryoo Yong-gyu ຜູ້ອຳນວຍການ ພະແນກຕິດຕາມແຜ່ນດິນໄຫວ ແລະພູໄຟ ຂອງເກົາຫຼີ ກ່າວຢູ່ຕໍ່ໜ້າຈໍ ສະແດງຄື້ນສັ່ນສະເທືອນ ທີ່ໄດ້ມການວັດແທກຢູ່ເກົາຫຼີໃຕ້

ພຽງ​ຢາງ​ບໍ່​ໄດ້​ແຈ້ງ​ໃຫ້​ນາໆ​ຊາດ​ຊາບ​ລ່ວງ​ໜ້າກ່ຽວ​ກັບ​ແຜນການ​ທົດ​ລອງ​ນິວ​ເຄລຍຂອງ​ຕົນ.

ວັນ​ທີ 9 ກັນຍາ ​ແມ່ນ​ວັນ​ຄົບຮອບ 68 ​ປີ ໃນ​ການ​ສ້າງຕັ້ງປະ​ເທດ​ເກົາຫລີ​ເໜືອ ​ແລະ​ໃນ​ອະດີດ​ຜ່ານ​ມາພຽງ​ຢາງ​ກໍເຄີຍ​ສະ​ເຫລີ​ມສະຫລອງ​ວັນພັກ​ຕ່າງໆ​ດ້ວຍ​ການທົດ​ລອງນິວ​ເຄລຍ​ແລະ​ລູກສອນ​ໄຟ​ມາ​ແລ້ວ.

ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້​ປະນາມ​ ການ​ທົດ​ລອງ​ນິວ​ເຄລຍຄັ້ງທີ 5 ຂອງ​ເກົາຫລີ​ເໜືອ ທີ່ໄດ້​ລະ​ເມີດ​ຕໍ່​ມະຕິ​ຕ່າງໆ ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.

ປະທານາທິບໍດີ Park ຊຶ່ງ​ກຳລັງ​ຢູ່​ທີ່​ປະ​ເທດ​ລາວ ເພື່ອ​ເຂົ້າຮ່ວມປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ​ພູມີພາກ​ອາ​ຊ່ຽນກ່າວ​ວ່າ ການ​ທ້າ​ທາຍ​ທາງ​ດ້ານ​ນິ​ວ​ເຄລຍນີ້​ແມ່ນ​ພິສູດ​ໃຫ້​ເຫັນ​ວ່າ ກິມຈົງ​ອຸນກຳລັງບ້າບໍ່​ເອົາ​ຫົວຊາ​ໂດຍ​ສືບ​ຕໍ່​ການ​ພັດທະນາ​ນິວ​ເຄລຍ.

ປະທານາທິບໍດີ​ເກົາຫລີ​ໃຕ້​ໄດ້​ເດີນທາງ​ຈາກ​ກອງ​ປະຊຸມ​ສຸດ​ຍອດກັບ​ຄືນ​ປະ​ເທດ​ກ່ອນ​ກຳນົດ​ເພື່ອ​ຕິດຕາມ​ເບິ່ງ​ສະຖານະ​ການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Nokor Nuclear
please wait
Embed

No media source currently available

0:00 0:02:11 0:00

XS
SM
MD
LG