ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະສັດ Qatar ຊົງໂອນ ອໍານາດ ໃຫ້ ພະລາຊະໂອລົດ (ສະໄລດ໌/ວີດີໂອ)


ກະສັດຂອງ Qatar Sheikh Hamad bin Khalifa al-Thani
​ສະລະ​ລາຊະ​ສົມບັດ ​ແລະ​ມອບ​ອໍານາດໃຫ້​ແກ່ພະລາຊະ​ໂອລົດ​
ກະສັດຂອງ Qatar Sheikh Hamad bin Khalifa al-Thani ​ສະລະ​ລາຊະ​ສົມບັດ ​ແລະ​ມອບ​ອໍານາດໃຫ້​ແກ່ພະລາຊະ​ໂອລົດ​
ກະສັດຂອງ ປະ​ເທດ Qatar Sheikh Hamad bin Khalifa
al-Thani ຈະ​ຊົງ​ສະລະ​ລາຊະ​ສົມບັດ ​ແລະ​ມອບ​ອໍານາດ​ໃຫ້​
ແກ່ ພະລາຊະ​ໂອລົດ​ຂອງພະ​ອົງ ຄື​ ອົງ​ມົງກຸດ​ລາຊະ​ກຸມມານ
ທີ່​ມີ​ພະ​ຊົນມາຍຸ 33 ປີ.

Sheikh Hamad ຜູ້​ມີພະ​ຊົນມາຍຸ 61 ປີ ​ໄດ້​ປະກາດກ່ຽວ​ກັບ
​ການ​ສະລະ ລາຊະ​ສົມບັດໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ການ​ໃຫ້​ພະ​
ລາຊະ​ໂອວາດ​ ທີ່​ມີ​ການຖ່າຍ​ທອດ​ໂດຍໂທລະພາບລັດ. ພະ​
ອົງ​ຊົງ​ຕັດ​ວ່າ ​ເວລາ​ໄດ້​ມາ​ເຖິງ​ແລ້ວ​ ເພື່ອ​ໃຫ້ ​ເຍົາວະ​ຊົນ​ລຸ້ນ
​ໃໝ່​ເປັນ​ຜູ້ນຳ​ພາ.

ບໍ່​ຄາດ​ວ່າ ຈະ​ມີການ​ປ່ຽນ​ແປງ​ທີ່ສໍາຄັນ​ໃດໆຢູ່​ໃນນະ​ໂຍບາຍ​ການ​ຕ່າງ
ປະ​ເທດ ຂອງ Qatar ​ເພາະວ່າ Sheikh Tamim ຊຶ່ງ​ເປັນ​ອົງ​ມົງກຸດ
​ລາ​ຊະ​ກຸ​ມານ ກໍ ມີ​ບົດ​ບາດໃນການປົກຄອງ​ຂອງ​ປະ​ເທດ​ຢູ່ແລ້ວ.



​Sheikh Hamad ໄດ້​ນໍາພາ Qatar ມາ​ຕັ້ງ​ແຕ່​ປີ 1995 ຫລັງ​ຈາກ​ໄດ້ເຂົ້າ
ຢຶດອຳນາດ ​ໃນ​ການ​ກໍ່​ລັດຖະປະຫານ​ທີ່​ບໍ່​ມີ​ການ​ເສຍ​ເລືອດ​ເນື້ອ ຈາກ​ພະ
ລາຊະ​ບິດາ​ຂອງ​ພະ​ອົງ. ​ໃນໄລຍະ​ສອງ​ສາມ​ປີມາ​ນີ້ Qatar ​ໄດ້​ຂະຫຍາຍ
​ອິດທິ ພົນ​ຂອງ​ຕົນ​ຢູ່​ໃນ​ຂົງ​ເຂດ ດັ່ງ​ທີ່​ຮູ້​ກັນ​ດີ​ກໍ​ຄື​ໜຸນ​ຫລັງ​ພວກ​ຕໍ່ຕ້ານ​ລັດ
ຖະບານທີ່ ໂຄນ​ລົ້ມຜູ້​ນໍາລີ​ເບຍທ່ານ Moammar Gadhafi ​ແລະ​ພວກ​ທີ່​
ກໍາລັງ​ສູ້​ລົບ​ກັບ ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad.

Qatar ເປັນ​ປະ​ເທດ ທີ່​ສົ່ງອອກ​ແກັສທໍາ​ມະ​ຊາດລາຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​
ແລະ​ໄດ້​ລົງ​ທຶນຢູ່​ທົ່ວ​ໂລກ ຮວມທັງໃນ​ບໍລິສັດ​ຜະລິດລົດ Volkswagen
ຂອງ​ເຢຍຣະມັນ ຮ້ານ​ສັບພະ​ສິນຄ້າ​ Harrods ​ຂອງ​ອັງກິດ ແລະສະ​ໂມ
​ສອນ​ເຕະບານ ຝຣັ່ງ Saint-Germain ທີ່​ກຸງ​ປາຣີ. ​ໃນ​ປີ 2022 Qatar
ຈະ​ເປັນ​ເຈົ້າພາບຈັດ ການ​ແຂ່ງຂັນ​ເຕະບານ​ຊິງ​ຂັນໂລກຫຼື World Cup.

Qatar
please wait
Embed

No media source currently available

0:00 0:01:00 0:00
XS
SM
MD
LG