ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Qatar ແລະ Kuwait ສະແດງ ຄວາມຍິນດີ ຕໍ່ອີຣ່ານ ທີ່​ໄດ້​ບັນ​ລຸ ຂໍ້​ຕົກ​ລົງ (ວີດີໂອ)


Iran Nuclear Deal Sealed After Decade-Long Dispute
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
ປະ​ເທດ Qatar ​ແລະ Kuwait ​ຮ່ວມກັບບັນດາ​ປະ​ເທດ​ອຶ່ນໆ
ສັນລະ​ເສີນເຫັນ​ດີ​ນໍາ​ຂໍ້​ຕົກລົງ ລະຫວ່າງ ອີຣ່ານ ​ແລະ​ກຸ່ມ​ປະ
​ເທດ ມະຫາ​ອໍານາດຕ່າງໆ ​ໃນ​ຂະນະ​ທີ່ ອິສຣາ​ແອລ ຕິຕຽນ
​ການ​ເຊັນ​ສັນຍາທີ່ວ່ານັ້ນ.

ຂໍ້ຕົກລົງໄດ້ບັນລຸກັນ ໃນ​ກຸງ Geneva ​ໃນ​ຕອນ​ເຊົ້າ​ວັນ​ອາທິດ
​ວານ​ນີ້ຮຽກຮ້ອງ​ໃຫ້ ອີຣ່ານ ຈໍາກັດ​ການຜະລິດ ຜະລິດ​ແຫ່​ທາດ
uranium ຂອງ​ຕົນ ​ແລະ​ຢຸດ​ເຊົາກໍ່ສ້າ​ງເຕົາ​ປັ່ນໄຟ​ທັງ​ໝົດ. ​ໃນ
​ການ​ຕອບ​ສະໜອງນັ້ນ ຫ້າສະມາຊິກ​ຖາວອນຂອງ ສະພາ​ຄວາມ​
ໝັ້ນຄົງ ​ແລະ​ເຢຍລະ​ມັນ ​ເຫັນ​ດີ​ຜ່ອນຜັນ ການ​ລົງ​ໂທດທາງດ້ານ
ເສດຖະກິດ​ຈໍານວນນຶ່ງຕໍ່ ອີຣ່ານ.

ລັດຖະມົນຕີ​ ຕ່າງປະ​ເທດ Qatar ​ໄດ້​ຖະແຫລ​ງຄວາມຍິນ​ດີ​ຕໍ່ຂໍ້ຕົກລົງດັ່ງກ່າວ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ໂດຍ​ໃຫ້​ທັດສະນະ​ວ່າ ​ເປັນ​ບາດກ້າວ​ຄໍ້າປະກັນ ສັນຕິພາບ ​ແລະ​ຄວາ​ມປອດ​ໄພ​ຢູ່​ໃນ​ຂົງ​ເຂດ. ປະ​ເທດ Qatar ຍັງໄດ້ເອີ້ນເປັນການ ​ເຮັດ​ໃຫ້ ຕາ​ເວັນ​ອອກ​ກາງ ​ເປັນ​ເຂດ “ປອດ​ອາວຸດ​ນິວ​ເຄລຍ” ນໍາ.

ນອກນັ້ນ Kuwait ຍັງ​ຍິນ​ດີນໍາຂໍ້ຕົກລົງດັ່ງກ່າວ ໂດຍທີ່ລັດໂະມົນຕີ ການຕ່າງປະ​ເທດ ທ່ານ Khaled Al-Harallah ກ່າວ​ຕໍ່​ອົງການ​ຂ່າວ​ KUMA ຂອງວັນສຸກຜ່ານມາວ່າ ທ່ານ​ຫວັງ​ວ່າ ມັນ​ຈະ​ນໍາ​ໄປ​ສູ່​ຂໍ້​ຕົກລົງ​ທີ່​ຖາວອນ ໃນ​ການ​ປົດ​ເລຶ້ອງຄວາມ​ຕຶງ​ຄຽດ ​ແລະ​ຄໍ້າປະກັນ​ຄວາມ​ປອດ​ໄພຢູ່​ໃນ​ຂົງ​ເຂດນັ້ນ.


Iran Hails Deal with World Powers as Recognition of Nuclear 'Rights'
please wait

No media source currently available

0:00 0:01:16 0:00
ລິງໂດຍກົງ
XS
SM
MD
LG