ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີເໜືອ ພ້ອມແລ້ວ ທີ່ຈະຍິງຈະຫຼວດ ຂຶ້ນສູ່ ອະວະກາດ (ເບິ່ງສະໄລດ໌)


ເກົາຫລີເໜຶອປະກາດເສັດສີ້ນ ການຕຽມຍິງລູກຈະຫຼວດ ຊຶ່ງໄດ້ຖືກປະນາມຢ່າງຮຸນແຮງຈາກປະຊາຄົມນາໆຊາດ.
ເກົາຫລີເໜຶອປະກາດເສັດສີ້ນ ການຕຽມຍິງລູກຈະຫຼວດ ຊຶ່ງໄດ້ຖືກປະນາມຢ່າງຮຸນແຮງຈາກປະຊາຄົມນາໆຊາດ.

ເກົາຫລີ​ເໜື​ອ ​ໄດ້​ປະກາດ​ໃນ​ວັນ​ອັງຄານມື້ນີ້ວ່າ​ ຕົນ​ໄດ້ເສັດ​ສິ້ນ​ການ​ຕຽ​ມຍິງ​ລູກ​ຈະ
ຫຼວດ ຊຶ່​ງໄດ້​ຖືກປະນາມ​ຢ່າງ​ຮຸນ​ແຮງຈາກ​ຈາກ​ປະຊາ​ຄົມນາໆ​ຊາດ.

ຮອງ​ຜູ້ອຳນວຍການ ​ໂຄງການ​ອະວະ​ກາດ​ເກົາຫລີ​ເໜືອ ທ່າ​ນ Ryu Gum Chol
ບອກ​ບັນດາ​ນັກ​ຂ່າວ​ທີ່​ກຸ​ງພຽງ​ຢາງວ່າ ​ລູກ​ຈະ​ຫຼວດ​ໄດ້​ຕຽມ​ພ້ອມ ​ເປັນ​ທີ່​ຮຽບຮ້ອຍ
ແລ້ວສຳ​ຫຼັບການ​ຍິງ ​ຊຶ່ງ​ອາດ​ຈະເລີ່​ມ​ແຕ່ ວັນພ​ະຫັດນີ້​ເປັນຕົ້ນ​ໄປ. ບັນດາ​ນັກ​ຂ່າວ
ນາໆ​ຊາດ ​ຮວມ​ທັງນັກ​ຂ່າວ VOA ​ໄດ້​ຖືກ​ນໍາພາໄປ​ເບິ່ງ​ລູກ​ຈະ​ຫຼວດຢູ່​ທີ່​ຖານ​ຍິງ
ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ​ນີ້.

ໃນການ​ຖະ​ແຫລງ​ຂ່າວນັ້ນ​ ຮອງ​ຜູ້ອຳນວຍການ​ໂຄງການ​ອະວະກາດ ​ເກົາຫຼີ​ເໜືອ​
ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫາ​ທີ່ວ່າ ການ​ສົ່ງ​ດາວ​ທຽມທີ່​ວ່າ​ນີ້ ຄວາມ​ຈິງ​ແລ້ວ​ແມ່ນ​ໃຊ້​
ເພື່ອປົກ​ປິດ ​ການ​ຍິງທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່​ສາມາດ​ບັນ​ຫົວ​ລະ​ເບີດ
ນີວ​ເຄລຍ. ນອກ​ນັ້ນທ່ານ​ຍັງຢືນ​ຢັດວ່າ​ ມັນ​ບໍ່​ມີ​ອັນ​ຕະລາຍໃດໆ​ຈາກຊາກ​ເສດ​ເຫຼືອ
ທີ່​ຕົກລົງ​ມາ​ໃສ່ບ່ອນ​ທີ່​ມີປະ ຊາຊົນອາໄສ​ຢູ່ ​ໂດຍ​ເວົ້າວ່າ ຈະ​ຫຼວດທ່ອນ​ທໍາ​ອິດ​ຈະ​ຕົກ
ລົງ​ໃສ່ທະ​ເລ 160 ກິ​ໂລ​ແມັດຫ່າງຈາກຟິລິບ​ປີນ.

ໃນ​ຕອນ​ເຊົ້າ​ວັນ​ອັງຄານມື້ນີ້ ສະຫະລັດແລະ​ເກົາຫລີ​ໃຕ້ ​ໄດ້​ພາກັນ​ຢືນ ຢັນ​ອີກ​ຄັ້ງ​ນຶ່ງ​
ເຖິງ​ຄວາມ​ໝາຍ​ໝັ້ນຂອງ​ປະ​ເທດ​ທັງ​ສອງ​ກ່ຽວ​ກັບ​ການ ປ້ອງ​ກັນເກົາ​ຫລີ​ໃຕ້ ເພື່ອ
ປະ​ເຊີນ​ໜ້າກັບແຜນການ​ຍິງ​ລູກຈະ​ຫຼວດຂອງ ​ເກົາຫຼີ​ເໜືອ ຊຶ່ງປະ​ເທດ​ທັງ​ສອງ​ເວົ້າ​ວ່າ
“​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ທີ່​ຮຸນ​ແຮງ​ນັ້ນ.”

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີໃຕ້​ກ່າວ​ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດທ່ານ Kim Kwan-jin
ໄດ້ໂອ້​ລົມການ​ຍິງ​ລູກ​ຈະ​ຫຼວດຂອງ​ເກົາຫຼີ​ເໜືອ ກັບ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ສະຫະລັດ ທ່ານ Leon Panetta ​ໂດຍ​ທາງ​ໂທລະສັບ. ລັດຖະມົນຕີ​ທັງ​ສອງ​ໄດ້​ຕົກລົງ​
ທີ່​ຈະ​ປະສານ​ງານກັນ​ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອຕິດຕາມ​ການ​ສົ່ງ​ລູກຈະ​ຫຼວດ
ດັ່ງກ່າວ​.

ໃນ​ວັນ​ຈັນວານ​ນີ້ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Victoria
Nuland ກ່າວ​ວ່າ ການ​ສົ່ງ​ລູກ​ຈະ​ຫຼວດນີ້ມີພຽງ​ແຕ່ຈະ​ເຮັດ​ໃຫ້ປະ​ເທດ​ຄອມ​ມູນິສ
ເກົາ​ຫລີ​ເໜືອໂດດດ່ຽວເພີີ່ມຂຶ້ນ​ອີກ.

ພຽງ​ຢາງ​ກ່າວ​ວ່າ ຈຸດປະສົງໃນການ​ຍິງ​ລູກ​ຈະ​ຫຼວດດັ່ງກ່າວ ກໍແມ່ນ​ເພື່ອ​ສົ່ງ​ດາວ​ທຽ​ມ
ພະຍາກອນ​ອາກາດຂຶ້ນ​ສູ່​ວົງ​ໂຄຈອນ. ​ເຖິງ​ຢ່າງໃດ​ກໍ​ດີ ສະຫະລັດ​ແລະ​ເກົາຫລີ​ໃຕ້​ເຫັນ​
ວ່າ ການ​ຍິງ​ລູກ​ຈະ​ຫຼວດ​ໃນ​ຄັ້ງນີ້ ​ແມ່ນ​ເປັນການທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​
ອາດ​ສາມາດ​ນຳ​ໃຊ້ເພື່ອ​ສົ່ງຫົວ​ລະ​ເບີດນີວ​ເຄລຍ.

XS
SM
MD
LG