ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ຢູເຄຣນ ພົບປະກັບ ປະທານາທິບໍດີ ຣັດເຊຍ ທີ່ກຸງມົສກູ (ສະໄລດ໌)


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin, ຂວາ, ກັບຄູ່ຕໍາແໜ່ງຈາກຢູເຄຣນ ທ່ານ Viktor Yanukovych, ຊ້າຍ, ຫຼັງຈາກການເຊັນສັນຍານໍາກັນສະບັບນຶ່ງ ຢູ່ມົສກູ, ວັນທີ 17 ທັນວາ 2013.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin, ຂວາ, ກັບຄູ່ຕໍາແໜ່ງຈາກຢູເຄຣນ ທ່ານ Viktor Yanukovych, ຊ້າຍ, ຫຼັງຈາກການເຊັນສັນຍານໍາກັນສະບັບນຶ່ງ ຢູ່ມົສກູ, ວັນທີ 17 ທັນວາ 2013.
ປະທານາທິບໍດີ ຢູ​ເຄຣນ ທ່ານ Viktor Yanukovych ກໍາລັງ​ພົບ
​ປະ ຢູ່ທີ່​ກຸງມົສກູ ກັບ​ປະທານ​າທິບໍດີ Vladimir Putin ​ເພື່ອການ​
ສົນທະນາ ທີ່​ອາດ​ຈະ​ສົ່ງ​ຜົນ​ໃຫ້​ຢູ​ເຄຣນ​ໄດ້​ຮັບເງິນ​ຢືມກ້ອນ​ນື່ງ
ຈາກຣັດ​ເຊຍ ​ແລະ​ລຸດຜ່ອນ​ລາຄາ​ແກັສຈາກຣັດ​ເຊຍລົງ ​ໃນ​ຂະ
ນະ​ທີ່ພວກ​ສະ​ໜັບສະ​ໜູນ ສະຫະພາບ​ຢູ​ໂຣບ ​ວາງ​ແຜນ​ທໍາ​ການ
ປະ​ທ້ວງຕໍ່​ໄປ ​ທີ່ຢູ​ເຄຣນ.

ການຊຸມນຸມປະ​ທ້ວງ​ໄດ້​ເລີ້ມ​ຂື້ນ​ເມື່ອ​ນຶ່ງເດືອນ​ກ່ອນ ​ເວລາ​ທ່ານ
Yanukovych ​ປະຕິ​ເສດທີ່​ຈະ​ເຊັນສັນຍາການ​ຄ້າ​ ກັບສະຫະ
ພາບ​ຢູໂຣບ ເພື່ອ​ເລືອກ​ເອົາການຜູກ​ສາຍ​ພົວພັນ​ທີ່​ໃກ້ຊິດຍິ່ງ​ຂຶ້ນ
​ກັບຣັດ​ເຊຍ.

ຜູ້​ຊ່ວຍປະທານາທິບໍດີ Putin ຄົນ​ນຶ່ງ​ ກ່າວ​ໃຫ້​ຮ່ອງຮອຍ​ວ່າ ການ​ສົນ ​ທະ​ນາ​ກັນໃນ​ກຸງ​ມົສກູ
ອາດ​ເປັນ​ຜົນໃຫ້​ມີ​ການ​ເຊັນ​ຂໍ້​ຕົກລົງກູ້​ຢືມເງິນ ​ກ້ອນ​ໃຫຍ່​ໄດ້ ແລະ​ລັດຖະມົນຕີຢູ​ເຄຣນ ຄົນ​
ນຶ່ງ​ກ່າວ​ວ່າຂໍ້​ຕົກລົງ​ກ່ຽວ​ກັບ​ການ​ລຸດຄ່າ​ແກັສຈາກຣັດ​ເຊຍ ກໍ​ອາດເປັນ​ໄປໄດ້.

​ໃນ​ວັນຈັນ​ວານ​ນີ້ ພັກ​ຂອງ​ລັດຖະບານ​ຢູ​ເຄຣນ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ ສັບຊ້ອນ​ຄະນະ​ລັດຖະ
ບານໃນ​ຂັ້ນ​ກ້ວາງ​ຂວາງ ອັນ​ເປັນ​ຮ່ອງຮອຍ​ຊີ້​ບອກວ່າ ຄະ​ນະນໍາພາ​ກໍາລັງພະຍາຍາມ​ຈະ​ ລະ
ງັບ​ຄວາມບໍ່ພໍ​ໃຈ​ຂອງ​ພວກປະ​ທ້ວງ ທີ່ສະໜັບສະໜູນສະຫະພາບ​ຢູ​ໂຣບນັ້ນ.

ບັນດາ​ຜູ້​ແທນ​ສະພາຈາກ​ພັກ Party of Regions ​ຂອງ ປະທານາທິບໍດີ Yanukovych ໄດ້​
ພົບ​ປະໃນ​ວັນ​ຈັນ​ວານ​ນີ້ ກັບ​ນາຍົກລັດຖະ ມຸນຕີ Mykola Azarov ​ເພື່ອ​ຮ້ອງຂໍ​ໃຫ້​ມີ “ການ
ສັບ​ຊ້ອນໃນ​ຄະນະລັດ​ຖະບານ ​ເຖິງ 90 ​ເປີ​ເຊັນ."



​ກ່ອນ​ໜ້າ​ນັ້ນ ໃນ​ຄວາມພະຍາຍາ​ມ​ເພື່ອ​ຫຼຸດຜ່ອນຄວາມ​ເຄັ່ງຕືງ ທ່ານ Yanukovych ​ໄດ້​ສະ
​ເໜີ​ການ​ຍິນ​ຍອມຫລາຍ​ຢ່າງ ຮວມ​ທັງ​ປົດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຫຼາຍຄົນ​ອອກ​ຈາກ​ຕໍາ​ແໜ່​ງ ຍ້ອນ​
ການ​ກະທໍາຮຸນແຮງ ຂອງ​ຕໍາຫຼວດ​ຕໍ່​ພວກ​ປະ​ທ້ວງ. ​ແຕ່ວ່າ ພວກ​ປະ​ທ້ວງ​ທີ່​ສະໜັບສະໜູນ
ສະຫະພາບ​ຢູ​ໂຣບ ​ຖື​ເບົາ​ການ​ເຄື່ອນ​ໄຫ​ວດັ່ງກ່າວວ່າ ​ເປັນ​ມາດ​ຕະ ການ​ພຽງ​ເຄິ່ງນຶ່ງ ​ແລະ
​ບັນດາ​ຜູ້​ນໍາການ​ປະ​ທ້ວງ ພາ​ກັນຮຽກຮ້ອງ​ໃຫ້ ນາຍົກລັດຖະມຸນ​ຕີ Azarov ລາ​ອອກ​ ພ້ອມ
ກັບ​ໃຫ້​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ​ສະພາ​ໃ​ໝ່ ກ່ອນ​ກໍາໜົດ.
XS
SM
MD
LG