ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູເຄຣນ ວ່າ ປ. ຣັດເຊຍ ທ່ານ ພູຕິນ ຕ້ອງການທຳລາຍ ຢູເຄຣນ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk
ນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk

ນາຍົກລັດຖະມົນຕີຢູ​ເຄຣນ ກ່າວ​ວ່າ ປະທານາທິບໍດີຣັດເຊຍ
ທ່ານ Vladimir Putin ຕ້ອງການ​ທຳລາຍຢູ​ເຄຣນ ໃນຖານະ
ທີ່​ເປັນ​ປະ​ເທດເອກ​ກະລາດເຖິງແມ່ນໄດ້ມີຂໍ້ຕົກລົງ​ຢຸດ​ຍິງ​ກັນ
ແລ້ວ​ກໍ​ຕາມ.

ໃນການຖະແຫຼງ​ທີ່​ກອງ​ປະຊຸມ​ນາ​ໆຊາດໃນ​ວັນ​ເສົາ​ມື້​ນີ້​ ທີ່
ນະຄອນ Kyiv ທ່ານ Arseniy Yatsenyuk ກ່າວ​ວ່າ ​ເປົ້າ​
ໝາຍ​ ຂອງທ່ານ Putin ​ແມ່ນ​ຈະ​ຍຶດເອົາ ຢູ​ເຄຣນທັງ​ໝົດ
ຊຶ່ງເຄີຍໄດ້​ເປັນ​ພາກສ່ວນຂອງອະ​ດີດສະຫະພາບໂຊ​ວຽດ
ນັ້ນ.

ນາຍົກ​ລັດຖະມົນຕີ Yatsenyuk ໄດ້ກ່າວຍ້ອງຍໍ​ສັນລະ​ເສີນຄື້ນຟອງ​ການ​ລົງ​ໂທດ​ຮອບ ໃໝ່ ຂອງບັນດາປະເທດຕາເວັນຕົກ ຕໍ່ຣັດ​ເຊຍ.

ສະຫະພາບ​ຢູ​ໂຣບແລະສະຫະ​ລັດ ​ໄດ້​ຂະຫຍາຍ​ການ​ລົງ​ໂທດ​ ທີ່​ແນ​ໃສ່ ພາກສ່ວນດ້ານ
ພະລັງງານ​ ການ​ເງິນ ​ແລະ​ດ້ານປ້ອງ​ກັນ​ປະ​ເທດຂອງຣັດ​ເຊຍ ເພື່ອລົງໂທດຕໍ່ມົສກູ ທີ່​ມີ​
ບົດບາດ ໃນ​ວິ​ກິດ​ການ ​ຢູ່​ໃນຢູ​ເຄຣນ.

ບໍ່ເທົ່າໃດຊົ່ວ​ໂມງ ​ຫລັງ​ຈາກ​ການ​ລົງ​ໂທດ​ດັ່ງກ່າວ ເລີ້ມມີຜົນບັງຄັບໃຊ້ ໃນ​ວັນ​ສຸກ​ວານ​ນີ້
ມົສກູປະກາດວ່າ​ ຈະທຳການ​ຕອບ​ໂຕ້. ກະຊວງ​ຕ່າງປະ​ເທດຣັດ​ເຊຍ ຮ້ອງ​ມາດ​ຕະການ
​ໃໝ່ ຂອງສະຫະລັດວ່າ “ເປັນ​ບາດກ້າວທີ່ເປັນປໍລະປັກ ຄືກັນກັບການ​ປະ​ເຊີນ​ໜ້າ ທີ່ດຳ ເນີນໂດຍລັດຖະບານຂອງສະຫະລັດ.”

ການ​ລົງ​ໂທດ​ໃໝ່​ນີ້ ໄດ້ຍຸດຕິການ​ຊ່ວ​ຍ​ເຫລືອຂອງ​ປະເທດຕາ​ເວັນ​ຕົກ ​ແກ່ຣັດ​ເຊຍ ກ່ຽວ
ກັບ​ການ​ຄົ້ນຄວ້າ​ໃນການເຈາະນ້ຳມັນໃນເຂດຂົ້ວໂລກ​ເໜື​ອແລະການສຳຫຼວດຫານ້ຳມັນ ຈາກແຜ່ນຫີນ. ​ການລົງໂທດດັ່ງກ່າວ ຍັງ​ແນໃສ່ ຫ້າ​ບໍລິສັດ ​ທີ່ສ້າງອຸບປະກອນດ້ານປ້ອງ​ ກັນ​ປະ​ເທດ ​ບໍລິສັດທີ່ສ້າງອາວຸດແລະເທັກໂນໂລຈີ Rostec ພ້ອມ​ທັງ​ທະນາຄານ ​ທີ່ສຳ ຄັນໆຫຼາຍທະນາຄານຮວມ​ທັງ​ທະນາຄານ​ Sberbank ທີ່ໃຫຍ່ສຸດຂອງຣັດ​ເຊຍນຳດ້ວຍ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງລັດຖະບານ ທ່ານ Barack Obama ​ໄດ້​ເນັ້ນ​ໜັກ​ວ່າສະຫະ ລັດສາມາດ​ແລະ​ຈະ​ຫລຸດ​ການ​ລົງ​ໂທດໃໝ່ເຫຼົ່ານີ້ ຖ້າ​ຫາກມົສກູ ແລະພວກ​ແບ່ງ​ແຍກ​ດິນ ​ແດນນິຍົມ​ຣັດ​ເຊຍ ທີ່ມີການ​ກ່າວ​ຫາ ຣັດເຊຍໃຫ້ການ​ຊຸກຍູ້ນັ້ນ ສະໜັບສະໜຸນໂດຍເຕັມ ຕໍ່ການຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງທີ່​ໄດ້​ບັນລຸ​ກັນໃນຕົ້ນ​ເດືອນ​ນີ້.

UKRAINE UPD CNPK
please wait
Embed

No media source currently available

0:00 0:02:24 0:00

XS
SM
MD
LG