ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ IS ກ່າວວ່າ ກະປ໋ອງ ນຳ້ອັດລົມ ເຮັດໃຫ້ ເຮືອບິນ ຣັດເຊຍ ຕົກ


ຮູບພາບໃໝ່ນີ້ແມ່ນພົບເຫັນໄດ້ໃນວາລະສານພາສາອັງກິດ Dabig ຂອງພວກ ລັດອິສລາມ, 18 ພະຈິກ 2015, ສະແດງໃຫ້ເຫັນລະເບີດທີ່ໃຊ້ລະເບີດເຮືອບິນ Metrojet ຂອງ ຣັດເຊຍ ຕົກຢູ່ພາກເໜືອຂອງ ແຫຼມ Sinai ປະເທດ ອີຈິບ.
ຮູບພາບໃໝ່ນີ້ແມ່ນພົບເຫັນໄດ້ໃນວາລະສານພາສາອັງກິດ Dabig ຂອງພວກ ລັດອິສລາມ, 18 ພະຈິກ 2015, ສະແດງໃຫ້ເຫັນລະເບີດທີ່ໃຊ້ລະເບີດເຮືອບິນ Metrojet ຂອງ ຣັດເຊຍ ຕົກຢູ່ພາກເໜືອຂອງ ແຫຼມ Sinai ປະເທດ ອີຈິບ.

ກຸ່ມລັດອິສລາມ ໄດ້ເຜີຍແຜ່ຮູບພາບຂອງອັນທີ່ຕົນອ້າງວ່າເປັນ ລະເບີດທີ່ໄດ້ເຮັດໃຫ້ເຮືອບິນໂດຍສານ ຣັດເຊຍ ຕົກຢູ່ເຂດແຫຼມ ຊາຍນາຍຂອງອີຈິບ ເມື່ອເດືອນແລ້ວນີ້ ແລະ ກ່າວວ່າຕົນໄດ້ແນ ເປົ້າໝາຍໃສ່ເຮືອບິນລຳນັ້ນຍ້ອນການຖິ້ມລະເບີດຂອງ ມົສກູ ໃນ ຊີເຣຍ.

ຮູບພາບດັ່ງກ່າວ ປາກົດຢູ່ວາລະສານ ພາສາອັງກິດທາງອອນລາຍ ຂອງກຸ່ມພວກຫົວຮຸນແຮງຈັດ ຊື່ວ່າ Dabiq ທີ່ສະແດງໃຫ້ເຫັນ ກະປ໋ອງສີເຫຼືອງ ຂອງນ້ຳໂສດາ Schweppes Gold ທີ່ພວກຫົວ ຮຸນແຮງກ່າວວ່າ ໄດ້ບັນຈຸລະເບີດທີ່ເຮັດຂຶ້ນເອງ ເຊິ່ງບັນດານັກ ສືບສວນສອບສວນຈາກຣັດເຊຍ ແລະ ຕາເວັນຕົກ ໄດ້ສະຫລຸບວ່າ ມັນໄດ້ເຮັດໃຫ້ເຮືອບິນ Metrojet Airbus ດັ່ງກ່າວຕົກ ແລະ ເຮັດໃຫ້ຜູ້ທີ່ຢູ່ໃນເຮືອບິນ 224 ຄົນເສຍຊີວິດ.

ຫາງຂອງເຮືອບິນ Metrojet ທີ່ໄດ້ຕົກຢູ່ທີ່ພາກພື້ນ ຮາຊານາ, ປະເທດ ອີຈິບ. 31 ຕຸລາ 2015.
ຫາງຂອງເຮືອບິນ Metrojet ທີ່ໄດ້ຕົກຢູ່ທີ່ພາກພື້ນ ຮາຊານາ, ປະເທດ ອີຈິບ. 31 ຕຸລາ 2015.

ກ່ອນໜ້ານັ້ນ ລັດອິສລາມ ຫຼື ISIL ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີດັ່ງກ່າວ ເຊິງການກ່າວອ້າງນັ້ນ ໄດ້ຖືກຢັ້ງຢືນ ໃນວັນພຸຸດວານນີ້ ໂດຍທຳນຽບຂາວ.

ໂຄສົກທຳນຽບຂາວ ກ່າວວ່າ ເຖິງແມ່ນ ການສອບສວນຂອງອີຈິບ ຍັງບໍ່ໄດ້ສະຫລຸບເທື່ອ ແຕ່ “ພວກເຮົາກໍຕີລາຄາ​ ວ່າມັນຄືຈະແມ່ນ ເປັນການໂຈມຕີກໍ່ການຮ້າຍຂອງ ISIL.” ທ່ານກ່າວ ອີກວ່າ ມາດຕະການເສີມຂະຫຍາຍຄວາມປອດໄພ ຈະຍັງມີຢູ່ຕໍ່ໄປ ແລະ ວ່າ ສະຫະລັດ ຈະ ທຳງານໃກ້ຊິດກັບຄູ່ຮ່ວມງານຕ່າງໆ ເພື່ອຊອກຫາພວກທຳການໂຈມຕີ ແລະ “ນຳເອົາພວກ ເຂົາມາລົງໂທດ.”

ວາລະສານຂອງພວກລັດອິສລາມ ອ້າງວ່າ ພວກນັກສູ້ເພື່ອສາສະໜາ ຕັ້ງແຕ່ຕົ້ນໆໄດ້ວາງ ແຜນທີ່ຈະເຮັດໃຫ້ເຮືອບິນຂອງແນວໂຮມ ນຳພາໂດຍ ສະຫະລັດ ທີ່ປະຕິບັດການໂຈມຕີທາງ ອາກາດຕໍ່ຕ້ານພວກນັກຕໍ່ສູ້ລັດອິສລາມ ໃນອີຣັກ ແລະ ຊີເຣຍ ໃຫ້ຕົກ. ແຕ່ວາລະສານ Dabiq ໄດ້ກ່າວວ່າ ເຮືອບິນອາຍພົ່ນໂດຍສານຂອງ ຣັດເຊຍ ໄດ້ກາຍເປັນເປົ້າໝາຍ ຫຼັງຈາກ ມົສກູ ໄດ້ເລີ້ມການໂຈມຕີທາງອາກາດຂອງຕົນ ໃນເດືອນກັນຍາ ຕໍ່ຕ້ານກຸ່ມພວກຕໍ່ຕ້ານລັດຖະບານ ຊີເຣຍ ທີ່ກຳລັງຕໍ່ສູ້ກັບກອງກຳລັງທີ່ພັກດີຕໍ່ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad.

ວາລະສານນັ້ນ ໄດ້ກ່າວອີກວ່າ “ລະເບີດກະປ໋ອງນັ້ນ ໄດ້ຖືກລັກລອບເອົາຂຶ້ນ ເຮືອບິນໂດຍ ສານທີ່ນຳໄປສູ່ການເສຍຊີວິດ ຂອງຜູ້ໂດຍສານຣັດເຊຍ 219 ຄົນ ແລະ 5 ຄົນອື່ນທີ່ເປັນ ຜູ້ທຳສົງຄາມສາສະໜາ ພຽງບໍ່ເທົ່າໃດເດືອນຫຼັງ ຈາກການຕັດສິນໃຈໂດຍບໍ່ມີຄວາມຄິດ ເລີຍຂອງ ຣັດເຊຍ.”

ວາລະສານ Dabiq ຍັງໄດ້ສະແດງໃຫ້ເຫັນ ອັນທີ່ປາກົດວ່າ ເປັນຂະນວນລະເບີດ ແລະ ສະວິດອັນນຶ່ງ ຢູ່ດ້ານໜ້າພື້ນສີຟ້າ ແລະ ຮູບພາບຂອງອັນທີ່ມັນ ກ່າວວ່າ ເປັນໜັງສືເດີນທາງ ຂອງພວກຜູ້ໂດຍສານ ຣັດເຊຍ ທີ່ໄດ້ຖືກຂ້າຕາຍໃນເຫດເຮືອ ບິນຕົກເມື່ອ ວັນທີ 31 ຕຸລາ ແລະ ໄດ້ຖືກເກັບກູ້ມາໄດ້ຈາກ ຊາກຫັກພັງຂອງເຮືອ ບິນ ໃນທະເລຊາຍ Sinai ນັ້ນ.

XS
SM
MD
LG