ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. Putin ແຫ່ງ ຣັດເຊຍ ແລະນາຍົກ ເຢຍຣະມັນ ທ່ານນາງ Merkel ພົບປະກັນ (ສະ​ໄລ​ດ໌/ວີດີໂອ)


ປະທານາທິບໍດີ ຣັດເຊຍ ທ່ານ Putin ແລະນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Merkel ພົບປະກັນ ທີ່ພາກເໜືອຝຣັ່ງ
ປະທານາທິບໍດີ ຣັດເຊຍ ທ່ານ Putin ແລະນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Merkel ພົບປະກັນ ທີ່ພາກເໜືອຝຣັ່ງ
ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ສື​ບຕໍ່​ພົບ
​ປະ​ກັບ​ບັນດາ​ຜູ້ນຳ​ຕາ​ເວັນ​ຕົກ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ສົນທະ
ນາຫາລື ​ກ່ຽວ​ກັບບົດບາດ​ຂອງ​ມົສ​ກູ ​ໃນ​ຄວາມ​ບໍ່ສະຫງົບ
​ທີ່ຢູ​ເຄຣນ.

ທ່ານ Putin ​ໄດ້​ພົບ​ກັບ ນາຍົກລັດຖະມົນຕີ ເຢຍຣ​ະມັນ ທ່ານ​
ນາງ Angela Merkel ຢູ່​ພາກ​ເໜືອ​ຂອງ​ຝັ່ຣງ ຄຽງຄູ່ໄປກັບ
ພິທີຊຶ່ງເປັນຂີດ​ໝາຍ​ຄົບຮອບ 70 ປີ​ຂອງວັນ D-Day ຫລື​ວັນ
ຍົກ​ພົນ​ຂື້ນ​ບົກ.
RUSSIA UKRAINE VO
please wait
Embed

No media source currently available

0:00 0:00:56 0:00

ກ່ອນ​ໜ້ານີ້ນຶ່ງມື້ ທ່ານ​ໄດ້​ພົບປະ​ກັບ ນາຍົກລັດຖະມົນຕີ ອັງກິດ ທ່ານ David Camaron
​ແລະ​ປະທານາທິບໍດີຝຣັ່ງ ທ່ານ Francois Hollande.

ພິທີ​ລະ​ລຶກເຖິງທີ່ເມືອງ Normandy ​ໄດ້​ນຳພາໃຫ້​ບັນດາ​ຜູ້​ນຳ​ໂລກໄປເຕົ້າໂຮມກັນ ຊຶ່ງ​
ຫລາຍ​ຄົນ​ພາ​ຮຽກຮ້ອງ​ໃຫ້ມົສກູ ຢຸດ​ເຊົາການໃຫ້ຄວາມສະໜັບສະໜຸນ ​ແກ່ພວກ​ກະບົດ
​ແບ່ງ​ແຍກ​ດິນ​ແດນທີ່ນິຍົມຣັດເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນ.

ຄວາມຮຸນ​ແຮງຍັງ​ດຳເນີນຕໍ່ມາ ໃນຂົງ​ເຂດດັ່ງກ່າວ ​ໃນແລງວັນ​ພະຫັດ​ວານ​ນີ້ ບັນດາ​
ເຈົ້າ​ໜ້າ​ທີ່ Kyiv ກ່າວ​ວ່າ ພວກ​ກະບົດຢ່າງ​ໜ້ອຍ 15 ຄົນ​ໄດ້​ເສຍ​ຊີວິດ ໃນການ​ປະ​ທະ​
ກັນ​ ຢູ່ໃກ້​ກັບ​ຊາຍ​ແດນຣັດ​ເຊຍ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້ຮ​ຽກຮ້ອງ​
ໃຫ້ຣັດ​ເຊຍ ​ເຈລະຈາ​ໂດຍ​ກົງ​ກັບລັດຖະບານຢູ​ເຄຣນ ທີ່​ຖືກ​ເລືອກ​ໃໝ່ ​ແລະຮຽກ​ຮ້​ອງ
ໃຫ້ທ່ານ Putin ສະກັດກັ້ນການຫລັ່ງ​ໄຫລຂ້າມຊາຍແດນຂອງ ພວກນັກລົບຕິດອາວຸດ
ຣັດເຊຍ ເຂົ້າໄປໃນຢູເຄຣນ.
RUSSIA G-7 SOTVO
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG