ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ຣັດເຊຍ ພົບປະກັບ ປະທານາທິບໍດີ ຢູເຄຣນ


ນາຍົກລັດຖະມົນຕີ ອີຕາລີ ທ່ານ Matteo Renzi (ກາງ) ປະທານາທິບໍດີ ຣັດເຊຍ ທ່ານ Putin (ຊ້າຍ) ແລະ
ປະທານາທິບໍດີ ຢູເຄຣນ ທ່ານ Poroshenko (ຂວາ) ໃນລະຫວ່າງກອງປະຊຸມ.
ນາຍົກລັດຖະມົນຕີ ອີຕາລີ ທ່ານ Matteo Renzi (ກາງ) ປະທານາທິບໍດີ ຣັດເຊຍ ທ່ານ Putin (ຊ້າຍ) ແລະ ປະທານາທິບໍດີ ຢູເຄຣນ ທ່ານ Poroshenko (ຂວາ) ໃນລະຫວ່າງກອງປະຊຸມ.

ປະ​ທາ​ນາ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ພົບ​ປະ
​ກັບ​ຜູ້ນຳ ຢູ​ເຄຣນ ທ່ານ Petro Poroshenko ໃນ​ຄວາມ​ພະ
ຍາຍາມ​ລຸດຜ່ອນ​ ຄວາມ​ເຄັ່ງ​ຕືງ ໃນການ​ຂັດແຍ້​ງທີ່​ມີ​ມາ​ໃນ
ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນ.

ບັນດາ​ຜູ້ນຳ​ຢູ​ໂຣບຫລາຍ​ຄົນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ
​ຕອນ​ເຊົ້າວັນ​ສຸກ​ມື້​ນີ້ ທີ່​ນະຄອນ Milan ​ແຕ່​ມີ​ຮ່ອງ​ຮອຍ​ໜ້ອຍ
​ດຽວ​ວ່າ​ມີຄວາມ​ຄືບ​ໜ້າ ທີ່ແກ້​ໄຂ​ການ​ຢຸດຍິງ​ ທີ່ພາກ​ຕາ​ເວັນ
​ອອກ​ຂອງ ຢູ​ເຄຣນ​ ແລະ​ແກ້​ໄຂ​ການ​ຜິດ​ຖຽງ​ກ່ຽວກັບ ​ການ​ນຳ​
ໃຊ້ແກັສທຳ​ມະ​ຊາດ.

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ທ່ານ Putin ​ໄດ້​ພົບ​ກັບ ນາຍົກລັດຖມົນຕີ ​ເຢຍຣະມັນ ທ່ານ​ນາງ
Angela Merkel​. ວັງ Kremlin ກ່າວ​ວ່າ ຫລັງ​ຈາກ​ນັ້ນ ຜູ້ນຳ​ທັງ​ສອງ​ຍັງ​ຢູ່​ໃນ​ທ່າທີ ​ທີ່​ບໍ່
​ລົງ​ຮອຍ​ກັນ ​ໃນ​ການແກ້​ໄຂ​ບັນຫາ​ວິ​ກິດ​ການ​ໃນ ຢູ​ເຄຣນ.

ວິ​ກິດ​ການ​ໃນຢູ​ເຄຣນ ຄາດ​ວ່າ​ຈະ​ຄອບ​ງຳ​ ກອງ​ປະຊຸມ​ສຸດ​ຍອດ ​ເອ​ເຊຍ-ຢູໂຣບ ທີ່ນະ
ຄອນ Milan ຊຶ່ງ​ທັງ​ຝ່າຍ ຄືຣັດ​ເຊຍ ​ແລະ​ຕາ​ເວັນ​ຕົກ ຍັງຊອກ​ຫາ​ທາງ​ແກ້​ໄຂ​ການຜິດ​
ຖຽງ​ເ​ລື້​ອງ​ແກັສ ​ແລະ​ສີ້​ນສຸດການ​ລົບ​ເລວ​ກັນ ​ເປັນ​ເວລາ​ຫົກ​ເດືອນ​ທີ່​ຜ່ານ​ມາລະຫວ່າງ
ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ແລະ ລັດຖະບານ​ຢູ​ເຄຣນນັ້ນ​ຢູ່.

​ໃນ​ເດືອນ​ມິຖຸນາ ມົສກູ ​ໄດ້​ຢຸດ​ການ​ສົ່ງ​ແກັສ ​ໄປ​ໃຫ້ ຢູ​ເຄຣນ ທີ່​ອີງ​ອາ​ໄສ​ພະລັງງານ ອັນ
​ທີ່ຮ້ອງ​ວ່າ ຫລາຍກວ່າ ຫ້າ​ພັນ​ລ້ານ​ໂດ​ລາ ທີ່​ຍັງ​ບໍ່​ໄດ້​ຈ່າຍ​ຄ່າ​ເກັບ​ເງິນ​ເທ່ືອ. ທັງ​ສອງ​ຍັງ​
ບໍ່​ທັນ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບ ວິທີ​ທີ່​ຈະ​ເລີ້ມ​ເປີດ​ການ​ສົ່ງ ສິນຄ້າຄືນໃໝ່ ​ໃນ​ຂະນະ​ທີ່​ລະດູ
​ໜາວ​ກຳລັງ​ກ້າວ​ເຂົ້າ​ມາ ​ແລະ​ບັນດາ​ຜູ້​ບໍລິ​ໂພ​ກ ໃນ​ຢູ​ໂຣບ ກໍ​ແມ່ນ​ຈະ​ມີ​ເພີ້​ມ​ຂື້ນຢູ່.

UKRAINE SUMMIT VO
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG