ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Kerry ​ແລະທ່ານ Lavrov ມີ​ກຳນົດ ຈະ​ພົບ​ປະ​ກັນ (ວີ​ດິ​ໂອ)


ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ເຕືອນ​ເຖິງ​ຜົນ
​ທີ່​ຈະ​ຕາ​ມມາຂອງ​ການໃຊ້​ກໍາລັງທະຫານ​ໂຈມ​ຕີຊີ​ເຣຍ​ ໃນ​ຂະນະ
​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ທ່ານ ​ກໍາ​ລັງ​ຕຽມ​ພົບປະ​ກັບ
​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະລັດ ທ່ານ John Kerry
ເພື່ອ​ ​ປຶກສາ​ຫາລື​ກັນ​ ກ່ຽວ​ກັບ​ແຜນການ​ຂອງຣັດ​ເຊຍ ທີ່​ຈະ​ຍຸຕິ
​ການ​ຂົ່ມຂູ່​ໂດຍອາ​ວຸດເຄມີ​ຂອງ ຊີ​ເຣຍ.

ທ່ານ Putin ​ໄດ້​ກ່າວ​ເນັ້ນຢູ່​ໃນ​ບົດ​ຄວາມ​ເຫັນຂອງໜັງສືພິມ
New York Times ​ເຖິງ ຄວາມ​ຈໍາ​ເປັນ​ທີ່ຈະ​ຕ້ອງ​ດຳ​ເນີນ​ງານ​
ຜ່ານອົງການ​ສະຫະ​ປະຊາ​ຊາດ​ແລະ​ການ​ບໍ່ເອົາ​ບາດກ້າວ
ເພື່ອ​ປະຕິບັດ​ງານ​ທາງທະຫານ​ໂຈມ​ຕີຊີ​ເຣຍຕາມ​ລຳພັງ.
ທ່ານ​ກ່າວ​ວ່າ ການໂຈມ​ຕີທາງທະຫານ​ຂອງສະຫະລັດນັ້ນ “​ຍິ່ງ​ຈະເພີ່ມ​ຄວາມ​ຮຸ​ນແຮງ
​ແລະ​ຍິ່ງ​ຈະ​ກໍ່​ໃຫ້​ເກີດກະ​ແສ​ຟອງ​ຄື້ນ​ໃໝ່ຂອງ​ພວກກໍ່​ການ​ຮ້າຍ”
​ແລະ​ອາດ​ຈະ​ມີ
​ຜົນ​ກະທົບ​ໃນ​ທາງ​ລົບຕໍ່​ການ​ແກ້​ໄຂ ບັນຫາ​ນີວ​ເຄລຍຂອງ​ອີຣານ ​ຕະຫລອດທັງ​ຂັ້ນ​ຕອນ
ການ​ສ້າງສັນ​ຕິ​ພາບ ​ລະຫວ່າງ Israel ​ແລະ Palestine.

ທ່ານ Putin​ ຍັງ​ໄດ້​ກ່າວ​ອີກວ່າ ມັນ​ມີ​ເຫດຜົນ​ຮອບດ້ານ ທີ່​ຈະ​ເຊື່ອວ່າພວກ​ນັກ​ລົບ​
ຂອງຝ່າຍ​ຕໍ່ຕ້ານ ​ເປັນ​ຜູ້ຮັບຜິດຊອບ​ໃນ​ການ​ນໍາໃຊ້ອາ​ວຸດ​ເຄມີ​ຢູ່​ຊີ​ເຣຍ ​ໃນຄວາມ​
ພະຍາຍາມ ​ເພື່ອ​ຢາກ​ໃຫ້​ມີ​ການ​ຕອບ​ໂຕ້​ທາງ​ທະຫານ​ຈາກ​ພາຍ​ນອກ. ສະຫະລັດ​
ໄດ້​ຖິ້ມ​ໂທດ​ໃສ່​ລັດ ຖະບານຊີ​ເຣຍທີ່​ໃຊ້​ແກ໊ສພິດ​ໂຈມ​ຕີ​ພົນລະ​ເຮືອນ.

Click to enlarge
Click to enlarge

ໃນ​ຂະນະ​ດຽວ​ກັນ​ນັ້ນ ທ່ານ Kerry ​ແລະຄູ່​ຕໍາ​ແໜ່​ງຝ່າຍ
ຣັດ​ເຊຍທ່ານ Sergei Lavrov ມີ​ກຳນົດຈະ​ພົບ​ປະ​ໃນ
​ວັນ​ພະຫັດ​ມື້​ນີ້ ​ທີ່​ນະຄອນ Geneva ​ເພື່ອ​ປຶກສາ​ຫາລື​
ລາຍ​ລະອຽດ​ຕ່າງໆ​ຂອງ​ແຜນການ​ ທີ່​ທາງຣັດ​ເຊຍ​ໄດ້
ສະ​ເໜີ​ໄປ​ນັ້ນ ​ເພື່ອ​ໃຫ້​ຊີ​ເຣຍມອບ​ອາວຸດ​ເຄມີ​ໃຫ້​ທາງ​
ອົງການ​ສະຫະ​ປະຊາ​ຊາດທໍາລາຍ.

ຫົວໜ້າ​ຂອງ​ກຸ່ມ​ກອງທັບ​ຊີ​ເຣຍ​ ເສລີ ຫຼື Free Syrian
Army ທ່ານ Salim Idris ​ໄດ້​ປະຕິ​ເສດຕໍ່​ຂໍ້ສະ​ເໜີ​ຂອງຣັດ​ເຊຍ​ໃນ​ວີ​ດີ​ໂອ​ທີ່​ນຳ​ອອກ
​ເຜີຍ​ແຜ່ທາງ ​ອິນ​ເຕີແນັດ ໂດຍ​ກ່າວ​ວ່າປະຊາ​ຄົມນາໆ​ຊາດ​ບໍ່ຄວນ​ທີ່ຈະ​ຍົກ​ຍ້າຍ​
ແຕ່​ພຽງ​ອາວຸດ​ທໍ່​ນັ້ນ ​ແຕ່​ຍັງ​ຕ້ອງ​ລົງ​ໂທດ​ພວກ​ທີ່​ຮັບຜິດຊອບໃນການນຳໃຊ້​ມັນດ້ວຍ.

​ໃນ​ອາທິດ​ນີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ໃຫ້ການ​ສະໜັບ
ສະໜຸນ​ຢ່າງ​ລະມັດລະ​ວັງຕໍ່​ຂໍ້​ລິ​ເລີ່​ມທາງ​ການ​ທູດ​ຂອງຣັດ​ເຊຍ ​ແຕ່​ກໍ​ເວົ້າວ່າ ການໃຊ້
ກອງ​ກໍາລັງທະຫານສະຫະລັດ ​ຈະ​ກຽມພ້ອມເພື່ອ​ທຳ​ການ​ຕອບ​ໂຕ້ ຖ້າ​ຫາກ​ວ່າ
ການ​ດຳ​ເນີນ​ຄວາມ​ພະຍາຍາມ​ທາງ​ການ​ທູດລົ້ມແຫຼວ.
XS
SM
MD
LG