ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ພູຕິນ ກຳລັງທຳລາຍ ປະເທດຕາເວັນຕົກ


Rusiyanın xarici ölkələrdəki seçki müdaxiləsi mövzusunda dinləmələr oldu
please wait

No media source currently available

0:00 0:02:44 0:00

Rusiyanın xarici ölkələrdəki seçki müdaxiləsi mövzusunda dinləmələr oldu

ບັນດາ​ນັກວິ​ເຄາະ​ໃນ​ສະຫະລັດ ແລະ​ອະ​ດີ​ດປະທານາທິບໍດີແອັສ​ໂທ​ເນຍ ​ໄດ້​ກ່າວ​ຕໍ່
​ຄະນະ​ກຳມະການ​ລັດຖະສະພາ​ ​ໃນ​ວັນ​ພະຫັດ​ ອາທິດ​ແລ້ວ​ນີ້ວ່າ ປະ ທານາທິບໍດີຣັດ​
ເຊຍ ທ່ານ Vladimir Putin ກຳລັງ​ພະຍາຍາມ ເຮັດທຸກ​ວິທີ​ທາງ ​ເພື່ອ​ບ່ອນທຳລາຍ​
ປະຊາທິປະ​ໄຕ ຢູ່​ໃນ​ສະຫະລັດ​ແລະ​ຢູ​ໂຣບ ​ແລະ​ສ້າງ ອ່ອນແອ​ໃຫ້​ແກ່​ການ​ເປັນ​ພັນ
ທະ​ມິດ​ທາງ​ທະຫານຂອງ​ພວກເຂົາ​ເຈົ້າເພື່ອຈະໃຫ້​ ຣັດ​ເຊຍ​ ມີ​ອິດ​ທິພົນ​ຫຼາຍ​ຂຶ້ນ​ກວ່າ
​ເກົ່າ​ຢູ່​ໃນ​ໂລກ. Zlatica Hoke ມີ​ລາຍ​ງານ ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳ
ລາຍ​ລະອຽດ ​ມາສະ​ເໜີ​ທ່ານ.

ພັກ​ເດ​ໂມ​ແຄຣັດ​ເຊື່ອ​ວ່າ ທ່ານ Putin ​ໄດ້ພະ​ຍາຍາມ​ໃຊ້​ອິດ​ທິພົນ​ເພື່ອ ປ່ຽນ​ແປງ​ຜົນ
​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ໃນປີ 2016 ຊຶ່ງການ​ປະ​ເມີນ​ຜົນຂອງ​ປະຊາ
​ຄົມ​ສືບ​ລັບ​ສະຫະລັດກໍ​ໄດ້​ລົງ​ຄວາມ​ເຫັນ​ແບບ​ດຽວ​ກັນ.

ສະມາຊິກ​ສະພາ​ຕໍ່າ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ New York ທ່ານ Eliot Engel ກ່າວ​
ວ່າ “ການ​ກະທຳ​ເຫລົ່າ​ນັ້ນ ​ແມ່ນ​ການ​ໂຈມ​ຕີ ​ຕໍ່ປະ​ເທດ​ຂອງ​ພວກ​ເຮົາ ​ແລະ​ຖ້າ​ຫາກ
​ພວກ​ເຮົາບໍ່​ຕອບ​ໂຕ້ ​ຢ່າງ​ມີ​ປະສິດທິຜົນ​ແລ້ວ ທ່ານ Putin ຈະ​ກາຍ​ເປັນ​ໄພຂົ່ມຂູ່ທີ່​
ໃຫຍ່​ຂຶ້ນ ​ຕໍ່ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ.”

​ໃນລະຫວ່າງ​ ການ​ໂຄສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານນັ້ນ ປະທານາທິບໍດີ Donald
Trump ກ່າ​ວວ່າ ທ່ານ​ຕ້ອງການ​ປັບປຸງ​ຄ​ວາ​ມສຳພັນລະຫວ່າງ​ສະ ຫະລັດກັບຣັ​ດ​ເຊຍ.
​ແຕ່​ວ່າ ບັນດາ​ເພື່ອນ​ສະມາຊິກ​ພັກຣີພັບ​ບລິ​ກັນ​ຂອງທ່ານ ບໍ່​ໄດ້ສະ​ແດງ​ໃຫ້​ເຫັນເຖິງ
ຄວາມ​ກະຕືລື​ລົ້ນ​ດັ່ງກ່າວ.

ທ່ານ Mitch McConnell ຜູ້ນຳ​ສຽງສ່ວນ​ຫລາຍ ໃນສະພາ​ສູງຂອງ​ພັກຣີພັບບລິ​ກັນ
ຈາກ​ລັດ Kentucky ກ່າວ​ວ່າ “ຊາວຣັດ​ເຊຍ​ບໍ່​ແມ່ນ​ເພື່ອນ​ຂອງ​ພວກ​ເຮົາ. ​ເຂົາ​ເຈົ້າ
​ຮຸກ​ຮານ​ແຫລມ Crimea Ukraine.”

ຢູ່ໃນ​ການ​ຮັບ​ຟັງຄຳ​ໃຫ້ການ ໃນ​ວັນ​ພະຫັດ​ອາທິດ​ແລ້ວນີ້ ນັກວິ​ເຄາະ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່
​ບັນດາ​ສະມາຊິກ​ ຄະນະກຳມະການຄວາ​ມສຳ​ພັນ​ຕ່າງເທດ ຂອງ​ສະພາ ຕ່ຳວ່າ ມົສກູ
ພວມ​ທຳການ​ໂຄສະນາ​ຊວນ​ເຊື່ອ​ຢ່າງ​ໃຫຍ່ ​ເພື່ອ​ບ່ອນທຳລາຍ​ລະ ບອບປະຊາທິປະ​ໄຕ
​ຂອງ​ປະ​ເທດຕາ​ເວັນ​ຕົກ ​ແລະ​ການ​ເປັນພັນທະ​ມິດ​ທາງທະ ຫານ ລະຫວ່າງສະຫະລັດ
​ແລະຢູ​ໂຣບ.

ທ່ານ Peter Doran ທີ່​ສູ​ນກາງວິ​ເຄາະ​ນະ​ໂຍບາຍຢູ​ໂຣບ ກ່າວ​ວ່າ “ນຶ່ງ​ໃນ​ສິ່ງ​ທີ່​ເຮົາ
ໄດ້ເຫັນກໍ​ຄື ຮັດ​ເຊຍ​ໄດ້​ທົດ​ສອບ​ເທັກ​ນິກການ​ໂຄສະນາຊວນ​ເຊື່ອຂອງ​ຕົນຫລາຍໆ
​ຢ່າງ ທີ່​ໄດ້​ໃຊ້​ຢູ່​ໃນປະ​ເທດ​ຕາ​ເວັນ​ຕົກ ຢູ່​ໃນ​ປະ​ເທດປະຊາທິປະ​ໄຕ​ຕາ​ເວັນ​ຕົກ​ໃນ
​ປັດຈຸບັນນີ້. ມັນໄດ້ທົດສອບທາງສະໜາມແນວຄິດ ແລະເທົກນິກເຫຼົ່ານີ້ຢູ່ ພາກາງຢູ
ໂຣບ​ ຢູ​ໃນ​ປະ​ເທດ​ແນວ​ໜ້າ. ສິ່ງ​ທີ່​ພວກ​ເຮົາ​ກຳລັງເຫັນບໍ່​ແມ່ນ​ສິ່ງ​ໃໝ່. ນຶ່ງໃນຈຸດ​ທີ່
​ຂ້າພະເຈົ້າຢາກ​ເນັ້ນ​ໜັກ ​ຕໍ່​ຄະນະ​ກຳມະການ ​ກໍ​ຄື ຄວາມ​ຮີບ​ດ່ວນ ​ແລະຄວາມ​ວ່ອງ

ໄວ ​ທີ່​ບັນດາ​ເທັກ​ນິກ​ເຫຼົ່ານີ້ ກຳ​ລັງໄດ້​ຮັບ​ຄວາມກ້າວ ໜ້າ.”

ບັນ​ດາ​ນັກວິ​ເຄາະກ່າ​ວວ່າ ​ການ​ເຜີຍ​ແຜ່​ຂ່າວ​ທີ່​ບໍ່​ມີ​ມູນຄວາມ​ຈິງ ດັ່ງ​ໂຕ​ຢ່າງ ​ການແນ
​ໃສ່ເພື່ອ​ກໍ່ໃຫ້​ເກີດການ​ຂັດແຍ້​ງດ້ານ​ການ​ເມື​ອງເພື່ອ​ຈະ​ຫັນ​ເຫຄວາມ ​ສົນ​ໃຈ​ຂອງ​ຜູ້​ຄົນ
ອອກ​ໄປຈາກ​ເລື່ອງຣັດ​ເຊຍ.

ອະດີດ​ປະທານາທິບໍດີ​ແອັສ​ໂທ​ເນຍ ທ່ານ Toomas Hendrik Ilves ກ່າວ​ຕໍ່​ບັນດາ
​ສະມາຊິກ​ສະພາ​ວ່າ ປັດຈຸບັນນີ້ ຣັດ​ເຊຍກຳລັງ​ແຊກ​ແຊງ ​ເຂົ້າ​ໃນການ​ໂຄສະນາ​ຫາ​
ສຽງ​ເລືອກ​ຕັ້ງ​ຢູ່​ໃນ​ຝຣັ່ງ ​ເຢຍຣະ​ມັນ ​ແລະ​ເນເທີ​ແລນ ດັ່ງ​ທີ່ພວກ ​ເຂົາ​ໄດ້​ເຮັດ​ຢູ່​ໃນ​
ສະຫະລັດ.

ທ່ານ Toomas ກ່າວ​ວ່າ “​ເນ​ເທີ​ແລນ ພາກັນ​ຢ້ານ​ກົວຫຼາຍ ​ເຂົາ​ເຈົ້າຈຶ່ງໄດ້ຕັດສິນ​
ໃຈ ​ກັບ​ຄືນ​ໄປ​ໃຊ້ເຈ້ຍ​ໃນ​ການປ່ອນ​ບັດ ​ເພາະ​ເຂົາເຈົ້າ​ຢ້ານ​ວ່າ​ ມັນອາດ​ຈະ
​ເກີດ​ຂຶ້ນ.”

​ແລະ​ ​ຖືກຕ້ອງ​ແລ້ວ​ທີ່​ເຂົາ​ເຈົ້າ​ຈະຕ້ອງ​ລະມັດລະວັງ ນັ້ນ​ແມ່ນ​ຄຳ​ເ​ຫັນຂອງທ່ານ
Peter Eltsov ຈາກ​ມະຫາວິທະຍາ​ໄລ​ປ້ອງ​ກັນຊາ​ດ.

ທ່ານ Eltsov ກ່າວວ່າ “ເພາະວ່່າ ຣັດເຊຍ​ຢາກ​ໃຫ້​ເກີດການແບ່ງແຍກ ຢູ່​ໃນ ສະຫະພາບຢູໂຣບ ຢາກ​ໃຫ້​ເກີດ​ການແບ່ງແຍກ​ໃນອົງການ NATO ແລະສະ ໜັບສະໜູນພວກນັກການເມືອງ ຜູ້ທີ່ຢາກເລີກການລົງໂທດຕໍ່ຣັດເຊຍ."

ທ່ານ Eltsov ກ່າວວ່າ ຣັດເຊຍກຳລັງຊ່ວຍເຫລືອດ້ານການເງິນແກ່ພວກນັກ ການ
ເມືອງຢູ່ໃນຢູໂຣບ ​ເຊັ່ນ​ວ່າຜູ້ສະໝັກປະທານາທິບໍດີ ຈາກ​ພັກຝ່າຍຂວາ ຂອງຝຣັ່ງ
ຄື ທ່ານນາງ Marine le Pen.

ທ່ານ Eltsov ກ່າວວ່າ “ທ່ານນາງ​ເປັນ​ບຸກຄົນສຳຄັນ​ທີ່​ໄດ້​ຮັບ​ການ​ສະໜັບສະ
ໜຸນຈາກທ່ານ Putin. ແລະ ທ່ານນາງຕ້ອງການທີ່ຈະ​ໃຫ້ການຮັບຮູ້ການ
ພະໜວກເອົາ​ແຫລມ Crimea.”

ທ່ານ Eltsov ກ່າວວ່າ ຣັດເຊຍກຳລັງສະໜັບສະໜູນພວກ​ນັກ​ການ​ເມືອງຝ່າຍຊ້າຍ ພ້ອມທັງນັກການເມືອງຂວາຈັດ ຢູ່ໃນສະຫະພາບຢູໂຣບໃນຄວາມພະຍາ ຍາມທີ່ຈະເຮັດໃຫ້ມີການແບ່ງແຍກ.

ພວກນັກຊ່ຽວຊານໄດ້ຮຽກຮ້ອງໃຫ້ສະຫະລັດ ແລະພັນທະມິດ​ໃນຢູໂຣບ ດຳ​ເນີນ​ຄວາມພະຍາຍາມຮ່ວມ​ກັນ​ເພີ້ມຂຶ້ນ ເພື່ອປ້ອງກັນບໍ່​ໃຫ້ເລື່ອງດັ່ງກ່າວ​ເກີດ
ຂຶ້ນ.

XS
SM
MD
LG