ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ຣັດເຊຍ ຈະຫາລື ເລື່ອງຢູເຄຣນ ກັບ ປະທານາທິບໍດີ ຝຣັ່ງ (ສະໄລດ໌/ວີດີໂອ)


ພວກ​ຄົນ​ງານ​ບໍ່​ຖ່ານ​ຫີນ ພາກັນປະ​ທ້ວງ​ໃນ​ເມືອງ Donetsk
ໃນພາກຕາເວັນອອກຂອງຢູ​ເຄຣນ
ພວກ​ຄົນ​ງານ​ບໍ່​ຖ່ານ​ຫີນ ພາກັນປະ​ທ້ວງ​ໃນ​ເມືອງ Donetsk ໃນພາກຕາເວັນອອກຂອງຢູ​ເຄຣນ
ປະທານາທິບໍດີຣັດເຊຍທ່ານ Vladimir Putin ຈະເດີນທາງໄປ
Paris ໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະຖານະການ
ໃນຢູເຄຣນກັບປະທານາທິບໍດີຝຣັ່ງທ່ານ Francois Hollande
ຊຶ່ງເປັນການພົບປະ ຄັ້ງທຳອິດຂອງທ່ານ ກັບບັນດາຜູ້ນຳຂອງ
ປະເທດຕາເວັນຕົກ ນັບຕັ້ງແຕ່ວິກິດການ ໃນຢູເຄຣນ ໄດ້ເລີ້ມ
ຂຶ້ນນັ້ນ.

ຜູ້ຊ່ອຍຂອງທ່ານ Putin ໄດ້ກ່າວໃນວັນພຸດມື້ນີ້ວ່າ ບໍ່ໄດ້ມີ
ການວາງແຜນຢ່າງເປັນທາງການເທື່ອ ທີ່ວ່າຜູ້ນຳຂອງຣັດ
ເຊຍຈະພົບປະກັບປະທານາທິບໍດີສະຫະລັດ ທ່ານ ບາຣັກ
ໂອບາມາ ​ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ແລະນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ທີ່ວ່າ​ພວກທ່ານ
ເຫຼົ່ານີ້ຈະໄປຮວມຕົວກັນທີ່ປະເທດຝຣັ່ງໃນເວລານັ້ນ ແຕ່ວ່າການໂອລົມແບບບໍ່ເປັນ
ທາງການອາດມີຂຶ້ນໄດ້.

ຣັດເຊຍ ຍັງຮຽກຮ້ອງໃຫ້ຍຸຕິການປະຕິບັດງານທາງທະຫານໃນຢູເຄຣນ ທາງພາກ
ຕາເວັນອອກຂອງປະເທດ ແລະ “ເຈລະຈາກັນຢ່າງສັນຕິ.”

ເລຂາທິການມໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ເຕືອນ
ໃນວັນອັງຄານວານນີ້ ກ່ຽວກັບຢູເຄຣນ ແລະຮຽກຮ້ອງໃຫ້ ລັດຖະບານ Kyiv ນັ້ນ ໃຫ້ໃຊ້ວິທີການແບບສັນຕິບພິເສດເພື່ອຍຶດເອົາພາກຕາເວັນອອກຂອງປະເທດກັບຄືນມາ.
Ukraine Events Hamper US-Russian Space Cooperation
please wait

No media source currently available

0:00 0:03:00 0:00

ໂຄສົກຂອງອົງການສະຫະປະຊາຊາດ ໄດ້ກ່າວເຖິງການຂໍຮ້ອງຂອງທ່ານ Ban ກ່ຽວກັບການປະຕິບັດງານທາງອາກາດແລະການຍິງຕໍ່ສູ້ກັນ ໃນວັນຈັນຜ່ານມານີ້ ​ທີ່ສະໜາມບິນເມືອງ Donetsk ທາງພາກຕາເວັນອອກຂອງປະເທດ.

ການປະທະກັນເປັນເວລາຫຼາຍຊົ່ວໂມງ ລະຫວ່າງພວກຫົວແບ່ງແຍກດິນແດນ​ນິຍົມ
ຣັດເຊຍແລະກອງກຳລັງຢູເຄຣນ ໄດ້ຍັງຜົນໃຫ້ມີ 50 ຄົນເສຍຊີວິດຊຶ່ງສ່ວນໃຫຍ່
ແມ່ນພວກຫົວແບ່ງແຍກດິນແດນ.
XS
SM
MD
LG