ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ພູຕິນ ຮຽກຮ້ອງ ໃຫ້ມີ ການສົນທະນາກັນ "ແບບຮອບດ້ານ" ກັບຢູເຄຣນ (ວີດີໂອ )


ປ. Vladimir Putin ແຫ່ງຣັດເຊຍ ເຂົ້າຮ່ວມໃນພິທີນຶ່ງ ທີ່
ມົສກູ, ວັນທີ 22 ມິຖຸນາ 2014.
ປ. Vladimir Putin ແຫ່ງຣັດເຊຍ ເຂົ້າຮ່ວມໃນພິທີນຶ່ງ ທີ່ ມົສກູ, ວັນທີ 22 ມິຖຸນາ 2014.
ປະທານາ​ທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ ຮຽກຮ້ອງ​
ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ “​ແບບ​ຮອບດ້ານ” ໃນ​ບັນ
ດາພັກ​ຝ່າຍ​ທັງ​ໝົດທີ່​ ​ຂັດ​ແຍ້​ງກັນໃນ​ວິ​ກິດ​ການ ​ໃນ​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ສັງຫານ​ປະຊາຊົນ​ໄປ​ແລ້ວ
​ຫຼາຍ​ຮ້ອຍ​ຄົນ​ນັ້ນ.

ຜູ້ນຳຣັດ​ເຊຍກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ຢູ່​ນະຄອນຫລວງ​ມົສກູ ​
ໃນ​ວັນອາທິດມື້ນີ້​ວ່າ ທ່ານ​ຍິນ​ດີ​ນຳ​ຂໍ້​ສະ​ເໜີ​ຢຸດ​ຍິງ​ຂອງ​ປະ
ທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນນັ້ນ. ​ແຕ່
ທ່ານ Putin ກ່າວ​ວ່າ “​ເປັນ ໜ້າ​ເສຍ​ໃຈ” ທີ່ປາກົດ​ວ່າຍັງ
ມີ​ການ​ຍິງ​ປືນ​ໃຫຍ່​ມາ​ຈາກ “ຝ່າຍ​ຢູ​ເຄຣນ” ​ໃນ​ແລງ​ວັນ​ເສົາ​
ວານ​ນີ້ ນຶ່ງ​ມື້​ຫຼັງ​ຈາກ​ທ່ານ Poroshenko ​ໄດ້ກ່າວ​ວ່າ ການ​ຢຸດ​ຍິງ​ຝ່າຍ​ດຽວ ຈະເລີ້​ມ
ຕົ້ນ​ຂຶ້ນນັ້ນ.
Ukraine Putin
please wait
Embed

No media source currently available

0:00 0:00:44 0:00

ທ່ານ Poroshenko ​ໄດ້​ເປີດ​ເຜີຍ​ແຜນການ​ສັນຕິພາບຂອງທ່ານ ​ໃນ​ແລງ​ວັນ​ເສົາ
ວານ​ນີ້ ແລະ​ຮຽກຮ້ອງ​ໃຫ້​ໝົດ​ທຸກ​ພັກ​ຝ່າຍ​ໃຫ້​ສະໜັບສະໜຸນ​ແຜນການ​ດັ່ງກ່າວ ​
ແລະ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ກັນ​.

​ໃນ​ເຊົ້າ​ວັນເສົາ​ວານ​ນີ້ ພວກ​ຫົວ​ແບ່ງ​ແຍ​ກທີ່ນິຍົມຣັດ​ເຊຍ ບໍ່​ຍອມຮັບ​ເອົາ​ຂໍ້ສະເໜີ​
ຢຸດ​ຍິງ​ແຕ່​ຝ່າຍ​ດຽວ ​ຂອງ​ຢູ​ເຄຣນ.

ໜ່ວຍ​ຮັກສາ​ຊາຍ​ແດນ​ຂອງ​ຢູ​ເຄຣນ ກ່າວ​ວ່າ ພວກກະບົດ​ໄດ້​ໂຈມ​ຕີ​ປ້ອມ​ຍາມ​
ແຫ່ງ​ນຶ່ງ​ຂອງ​ຕົນ ໃນ​ເຂດ​ເມືອງ Donetsk ມື້​ຄືນ​ຜ່ານ​ມາ​ນີ້ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ
ຫຼັງ​ຈາກ​ປະທານາທິບໍດີ Petro Poroshenko ​ໄດ້ສັ່ງ​ໃຫ້​ທຳ​ການ​ຢຸດ​ຍິງ. ຢ່າງ
ໜ້ອຍ ທະຫານ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ພວກ​ນັກ​ຕໍ່ສູ້​ກຸ່ມ​ນຶ່ງ ທີ່​ສັງກັດ​ຢູ່​ກຸ່ມ​ທີ່​ເອີ້ນ​ຕົນ​ເອງ​ວ່າ ສາທາລະນະ​ລັດ ປະຊາຊົນ
Donetsk ​ໄດ້​ໂຮ​ມຊຸມນຸມ​ກັນ ​ທີ່​ຈະຕຸ​ລັດ​ເມືອງ Donetsk ​ໃນວັນ​ເສົາວານ​ນີ້
ໃນ​ພິທີ​ສາບານໂຕ​ເປັນ​ທະຫານ ​ເພື່ອ​ປ້ອງກັນດິນ​ດອນ​ຂອງ​ຕົນ.
ukraine22june14
please wait
Embed

No media source currently available

0:00 0:01:10 0:00
XS
SM
MD
LG