ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. Putin ເລີ້ມຢ້ຽມຢາມ ອາເມຣິກາ ລາຕິນ ທີ່ຄິວບາ (ວີດີໂອ)


ອະດີດປະທານາທິບໍດີຄິວບາ ທ່ານ Fidel Castro (ກາງ) ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຂວາ) ທີ່ນະຄອນຮາວານາ ປະເທດຄິວບາ (11 ກໍລະກົດ 2014)
ອະດີດປະທານາທິບໍດີຄິວບາ ທ່ານ Fidel Castro (ກາງ) ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຂວາ) ທີ່ນະຄອນຮາວານາ ປະເທດຄິວບາ (11 ກໍລະກົດ 2014)

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ເລີ້ມການຢ້ຽມ
ຢາມ ອາເມຣິກາ ລາຕິນ ເປັນເວລາ 6 ມື້.

ບ່ອນຢຸດແວ່ທຳອິດໃນວັນສຸກວານນີ້ ຂອງທ່ານ Putin ກໍແມ່ນ
ປະເທດຄິວບາທີ່ທ່ານໄດ້ພົບປະກັບປະທານາທິບໍດີຂອງຄິວບາ
ທ່ານ Raul Castro.

ປະເທດທັງສອງ ໄດ້ລົງນາມໃນຂໍ້ຕົກລົງຈຳນວນນຶ່ງ ຮວມທັງຂໍ້
ຕົກລົງທີ່ຍົກເລີກໜີ້ສິນ 90 ເປີເຊັນ ທີ່ຄິວບາຕິດຣັດເຊຍ ຊຶ່ງມີ
ມູນຄ່າທັງໝົດຫລາຍກວ່າ 30 ພັນລ້ານໂດລາ ແລະອີກສະບັບ
ນຶ່ງ ໄດ້ອະນຸຍາດ ໃຫ້ມີການສຳຫຼວດຫາບໍ່ນ້ຳມັນ ຢູ່ນອກແຄມ ຝັ່ງທະເລທາງທິດເໜືອຂອງຄິວບາ.

ນອກນັ້ນ ທ່ານ Putin ຍັງໄດ້ພົບປະເປັນເວລານຶ່ງຊົ່ວໂມງ ກັບທ່ານ Fidel Castro ບິດາ ແຫ່ງການປະຕິວັດຂອງຄິວບາ.

ຜູ້ນຳຂອງຣັດເຊຍໄດ້ບິນໄປຍັງນິກາຣາກວາໃນຄືນວັນສຸກວານນີ້ ເພື່ອພົບປະເປັນເວລາ ນຶ່ງຊົ່ວໂມງກັບປະທານາທິບໍດີ Daniel Ortega.

ປະທານາທິບໍດີ Putin ຫລັງຈາກນັ້ນກໍໄດ້ອອກເດີນທາງຕໍ່ໄປຍັງອາເຈັນຕິນາບ່ອນທີ່ທ່ານ ໄດ້ພົບປະກັບປະທານາທິບໍດີ Cristina Fernandez.

ປະທານາທິບໍດີຣັດເຊຍ ມີແຜນທີ່ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງກຸ່ມ BRICS ທີ່ ປະກອບດ້ວຍບຣາຊີລ ຣັດເຊຍ ອິນເດຍ ຈີນ ແລະອາຟຣິກາໃຕ້ ຊຶ່ງຈະຈັດຂຶ້ນທີ່ປະເທດ ບຣາຊີລ.

CUBA RUSSIA VO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG